ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕາຍຂອງພວກຜູ້ນໍາ al-Qaida ເຮັດໃຫ້ລໍາບາກຂຶ້ນ ໃນການໂຈມຕີ ຢູ່ຕ່າງປະເທດ


ນັກບວດ Anwar al Awlaki ຜູ້ນໍາກຸ່ມ al-Qaida ຄົນຫລ້າສຸດທີ່ຖຶກສັງຫານໃນການໂຈມຕີ ໂດຍຍົນໂດຣນ ຂອງສະຫະລັດ ໃນເຢເມັນ. (file photo)
ນັກບວດ Anwar al Awlaki ຜູ້ນໍາກຸ່ມ al-Qaida ຄົນຫລ້າສຸດທີ່ຖຶກສັງຫານໃນການໂຈມຕີ ໂດຍຍົນໂດຣນ ຂອງສະຫະລັດ ໃນເຢເມັນ. (file photo)

ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວວ່າ ການຕາຍຂອງພວກຜູ້ນໍາຄົນສໍາຄັນ
ຂອງກຸ່ມກໍ່ການຮ້າຍ al-Qaida ຫວ່າງມໍ່ໆມານີ້ນັ້ນເຮັດ​ໃຫ້ເປັນການລໍາບາກຫລາຍ​ຂຶ້ນ
ທີ່ກຸ່ມດັ່ງກ່າວຈະສາມາດທໍາການໂຈມຕີຂະໜາດໃຫຍ່ ໃນຕ່າງປະເທດໄດ້.

ຄໍາເຫັນຂອງທ່ານ Leon Panetta ແມ່ນມີຂຶ້ນ ນຶ່ງມື້ຫຼັງຈາກການ​ໂຈມ​ຕີ​ບັ້ນ​ນຶ່ງ​ໂດຍ
ຍົນບໍ່ມີຄົນຂັບ ຫລື Drone ຂອງສະຫະລັດໃນເຢເມນ ໄດ້ສັງຫານນັກບວດ Anwar
al-Awlaki ທີ່​ເກີດ​ໃນ​ສະຫະລັດ​ແລະ​ເປັນຜູ້ນໍາຄົນສໍາຄັນຄົນ​ນຶ່ງຂອງກຸ່ມກໍ່ການຮ້າຍ
al-Qaida ພ້ອມ​ກັບ​ນາຍ Samir Khan ຊາວປາກີສຖານສັນຊາດອາເມຣິກັນ ທີ່​ເປັນ​ຜູ້​
ຜະລິດ​ວາລະສານທາງອິນເຕີເນັດພາສາອັງກິດຂອງກຸ່ມ al-Qaida ທີ່ມີຊື່ວ່າ "Inspire" ນັ້ນ.

ທ່ານ Panetta ໄດ້​ໃຫ້​ຄວາມ​ເຫັນ​ຕໍ່​ພວກນັກຂ່າວ ໃນຂະນະທີ່ເດີນທາງໄປຍັງອິສຣາ​ແອ​ລ
ຊຶ່ງ​ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ສະຫະລັດຈະສືບຕໍ່ດໍາເນີນງານຮ່ວມ ກັບທາງລັດຖະບານເຢເມນ
ຢູ່​ຕໍ່​ໄປ ເພື່ອຕ້ານ​ຢັນ​ກຸ່ມ al-Qaida ຢູ່ໃນແຫຼມ ອາຣັບນັ້ນ ບໍ່​ວ່າປະທານາທິບໍດີເຢເມນ
ທ່ານ Ali Abdullah Saleh ຈະຍັງກໍາອໍານາດຢູ່ຕໍ່​ໄປ ຫລື​ບໍ່​ກໍ​ຕາມ.

XS
SM
MD
LG