ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະທານາທິບໍດີເຢເມັນ ຖະ​ແຫຼງ​​ທາງ​ໂທລະພາບ ​ຕໍ່ປະຊາຊົນ


ພວກທີ່ສະໜັບສະໜູນ ປະທານາທິບໍດີເຢເມັນ ທ່ານ Ali Abduallah Saleh ອອກມາໂຮມຊຸມນຸມ ສົ່ງສຽງຮ້ອງໂຮ ຕ້ອນຮັບການກັບຄືນມາຂອງທ່ານ, ວັນທີ 23 ກັນຍາ 2011.
ພວກທີ່ສະໜັບສະໜູນ ປະທານາທິບໍດີເຢເມັນ ທ່ານ Ali Abduallah Saleh ອອກມາໂຮມຊຸມນຸມ ສົ່ງສຽງຮ້ອງໂຮ ຕ້ອນຮັບການກັບຄືນມາຂອງທ່ານ, ວັນທີ 23 ກັນຍາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມັນ​ກ່າວ​ວ່າ ພວກ​ຊົນ​ເຜົ່າ​ທີ່​ຕໍ່ຕ້ານ​ລັດຖະບານ ​ໄດ້​ທໍາການ​ໂຈມ​ຕີ
​ກອງ​ທະຫານ​ທີ່ຈົ່ງ​ຮັກ​ພັກດີຕໍ່​ປະທານາທິບໍດີ​ Ali Abdullah Saleh ​ໂດຍ​ໄດ້​ສັງ​ຫານ
​ຜູ້​ບັນຊາ​ການ​ແລະ​ຈັບ​ທະຫານ​ໄປ 30 ຄົນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງວ່າ​ ການ​ໂຈມ​ຕີ​ໃນວັນ​ຈັນ​ມື້​ນີ້​
ຕໍ່​ຖານ​ທັບ​ແຫ່ງ​ນຶ່ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ນະຄອນຫລວງ​ຊາ​ນາ​ນັ້ນ ​ໄດ້​ສັງຫານ​ທ່ານ
Ali el-Kaleibi ຜູ້​ບັນຊາ​ການ​ຄົນ​ນຶ່ງ​ຂອງ​ໜ່ວຍ​ພິທັກສາ​ທາລະນະ​ລັດ ຫົວ​ກະທິ​ນັ້ນ
​ແລະ​ພວກ​ຊົນ​ເຜົ່າ 4 ຄົນ ຖືກ​ຂ້າ​ຕາຍ​ໃນ​ການ​ຕໍ່ສູ້​ກັນ.

ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ​ ຊາ​ເລ ກ່າ​ວວ່າ​ ທ່ານຢາກ​ໃຫ້ມີ​ການ​ໂອນ​ອໍານາດ
ຢ່າງ​ສັນຕິ ໂດຍຜ່ານ​ການ​ເລືອກ​ຕັ້ງ.

ທ່ານ ຊາ​ເລ ກ່າວ​ໃນການຖະ​ແຫຼງ​ອອກ​ທາງ​ໂທລະພາບ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ທ່ານ
​ມີ​ຄວາມ​ໝາຍ​ໝັ້ນທີ່​ຈະຈັດ​ຕັ້ງ​ປະຕິບັດ​ແຜນ​ການລິ​ເລິ່ມກ່ຽວ​ກັບ​ການມອບ​ໂອນ​ອໍານາດ​
ທີ່​ສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ​ ຫລື GCC ໄດ້ຮ່າງ​ຂຶ້ນນັ້ນ ​ແຕ່​ບໍ່​ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ
​ວ່າ​ທ່ານຈະ​ລົງ​ຈາກ​ຕໍາ​ແໜ່​ງ​. ແຜນການຂອງ GCC ທີ່ໄດ້​ຄ້າງ​ຄາ​ມາ​ເປັນ​ເວລາ​ນານ​ນັ້ນ
ກໍານົດໃຫ້​ປະ​ທາ​ນາທິບໍດີ Saleh ມອບອໍານາດ​ ໃຫ້​ຜູ້​ຮອງ​ຂອງທ່ານ.

ການ​ປະກົດ​ຕົວ​ທາງ​ໂທລະພາບ​ໃນ​ມື້ວານ​ນີ້​ ແມ່ນ​ເປັນຄັ້ງ​ທໍາ​ອິດ​ຂອງ​ທ່ານຊາ​ເລ ​ນັບ​ຕັ້ງ
​ແຕ່ທ່ານໄດ້ກັບ​ຄືນ​ສູ່​ເມືອງ​ຫຼວງ​ຊາ​ນາ ໃນ​ວັນ​ສຸກ​ແລ້ວ​ນີ້ ຫຼັງ​ຈາກ​ທີ່ໄດ້​ໄປພັກຟື້ນຢູ່​ໃນ
​ປະ​ເທດ​ເພື່ອນ​ບ້ານ Saudi Arabia ​ເປັນ​ເວລາ 3 ​ເດືອນ​ ຈາກ​ການ​ພະຍາຍາມລອບ
​ສັງຫານທ່ານ​ເມື່ອ​ເດືອນ​ມີ​ຖຸນາ.

ທ່ານຊາ​ເລກ່າວ​ວ່າ ການ​ເລືອກ​ຕັ້ງ​ນັ້ນແມ່ນ​ຕ້ອງ​ຮວມ​ເອົາການ​ເລືອກ​ຕັ້ງປະທານາທິບໍດີ,
ສະພາ ​ແລະກາ​ນ​ເລືອກຕັ້ງໃນ​ເຂ​ດທ້ອງ​ຖິ່ນ​ນໍາ. ພ້ອມ​ດຽວ​ກັນ ທ່ານໄດ້​ກ່າວ​ຕິຕຽນ​
ພວກ​ຄັດຄ້ານ​ທ່ານ​ວ່າ ຊຸກຍູ້​ໃຫ້​ມີກໍ່ຄວາມ​ປັ່ນ​ປ່ວນວຸ້ນ​ວາຍ​. ທ່ານ​ຍັງ​ເວົ້າ​ອີກ​ວ່າ​ ກົດ
ໝ​າຍບ້ານ​ເມືອງ​ແມ່ນອະນຸຍາດ​ໃຫ້​ມີ​ການ​ປະ​ທ້ວງແບບ​ສັນຕິ, ​ແຕ່ບໍ່​ອະນຸຍາດ​ໃຫ້​ມີ
ການ​ປຸ້ນ​ຈີ້ ລັກຂະ​ໂມ​ຍ​ ແລະ​ທໍາລາຍ​ລ້າງ​ຜານ​ຊັບ​ສິນ​ຂອງ​ປະ​ເທດ​.

ທາງກະສັດ Abdullah ​ແຫ່ງ Saudi Arabia ​ນັ້ນ ໄດ້​ຊົງກ່າວ​ວ່າ ​ແຜນການ​ລິ່​ເລີ້ມ
​ຂອງສະພາຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ແມ່ນວີິທີ​ດຽວ​ທີ່​ຈະແກ້ໄຂ​ວິ​ກິດການ​ນີ້​ໄດ້ ​ແລະ​ພະ
​ອົງຊົງ​ຮຽກຮ້ອງໃຫ້ທຸກ​ພັກ​ຝ່າຍ​ໃນ​ເຢ​ເມັນ ຈົ່ງ​ຍັບ​ຍັ້ງ​ຊັ່ງ ​ໃຈ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​
ກໍ່ຄວາມ​ຮຸນ​ແຮງ ​ແລະ​ເຂັ່ນ​ຂ້າ​ກັນ​ຕື່ມ​ອີກ.

XS
SM
MD
LG