ພວກເຈົ້າໜ້າທີ່ການແພດໃນເຢເມັນ ກ່າວວ່າກໍາລັງຮັກສາຄວາມປອດໄພຂອງລັດຖະ
ບານໄດ້ສັງຫານ ຢ່າງນ້ອຍ 20 ຄົນໃນການປະທະກັນກັບພວກປະທ້ວງຕໍ່ຕ້ານລັດຖະ
ບານ ໃນມື້ນີ້ ນຶ່ງມື້ຫລັງຈາກທີ່ໄດ້ເກີດຄວາມຮຸນແຮງສຸດໃນນະຄອນຫລວງ ໃນຫຼາຍ
ເດືອນຜ່ານມາ.
ພວກເຫັນເຫດການກ່າວວ່າ ພວກມືປືນທີ່ນິຍົມລັດຖະບານໄດ້ຍິງໃສ່ພວກປະທ້ວງ
ຈາກຫຼັງຄາຕຶກອາຄານຕ່າງໆໃນໃຈກາງເມືອງ ໃນວັນຈັນມື້ນີ້ ໃນຂະນະທີ່ພວກທະ
ຫານໄດ້ປະທະກັບພວກປະທ້ວງຢູ່ໃນອີກເຂດນຶ່ງຂອງ Sana'a.
ໃນວັນອາທິດວານນີ້ ກອງກໍາລັງຮັກສາຄວາມປອດໄພໄດ້ສັງຫານຢ່າງນ້ອຍ 26 ຄົນແລະ
ເຮັດໃຫ້ບາດເຈັບນັບຮ້ອຍ ເວລາພວກເຂົາເປີດສາກລະດົມຍິງໃສ່ພວກປະທ້ວງ ຈໍານວນ
ຫລາຍໝື່ນຄົນນັ້ນ. ພວກປະທ້ວງກໍາລັງພາກັນເດີນຂະບວນ ມຸ່ງໜ້າໄປສູ່ທໍານຽບປະທາ
ນາທິບໍດີ ຈາກຈະຕຸລັດໃກ້ໆນັ້ນ ບ່ອນທີ່ພວກປະທ້ວງໄດ້ກາງຕູບທໍາການປະທ້ວງມາເປັນ
ເວລາຫຼາຍເດືອນແລ້ວນັ້ນ ເພື່ອບັງຄັບໃຫ້ປະທານາທິບໍດີ Ali Abdulla Saleh ລົງຈາກ ອໍານາດ.
ລັດຖະບານຖະແຫຼງໃນວັນຈັນມື້ນີ້ວ່າ ຕົນຂໍສະແດງຄວາມເສົ້າເສຍໃຈແລະປະນາມການ
ກະທໍາຄວາມຮຸນແຮງແບບທີ່ໄດ້ເກີດຂຶ້ນໃນນະຄອນຫຼວງໃນວັນອາທິດວານນີ້ນັ້ນ. ລັດຖະ
ມົນຕີການຕ່າງປະເທດທ່ານ Abu Bakr al- Kurbi ໄດ້ກ່າວຕໍ່ທາງສະພາສິດທິມະນຸດ
ຂອງສະຫະປະຊາຊາດວ່າ ທາງລັດຖະບານຈະດໍາເນີນການສືບສວນສອບສວນ ແລະຈະ
ນໍາເອົາພວກຜູ້ທີ່ຮັບຜິດຊອບ ມາຮັບໂທດ.