ທ່ານ Ali Abdullah Saleh ປະທານາທິບໍດີເຢເມັນ ຢູ່ທີ່ນະຄອນຫລວງຣີຢາດ ປະເທດ
ຊາອູດິອາເຣເບຍ ສໍາລັບເຊັນຂໍ້ຕົກລົງສະບັບນຶ່ງ ທີ່ໄດ້ຮັບ ຄວາມອຸບປະຖໍາໂດຍປະເທດ
ໃນເຂດອ່າວເປີເຊຍ ເພື່ອໃຫ້ທ່ານໂອນອໍາ ນາດໃຫ້ແກ່ຮອງປະທານາທິບໍດີ ແລະອະນຸຍາດ
ໃຫ້ປະກອບລັດຖະບານສາມັກຄີແຫ່ງຊາດ ຊຶ່ງເປັນຄວາມພະຍາຍາມ ເພື່ອຫາທາງຍຸຕິວິກິດ
ການການເມືອງຂອງປະເທດທີ່ຍືດເຍື້ອມາໄດ້ 10 ເດືອນ ແລ້ວນັ້ນ.
ທ່ານ ຊາເລ ໄດ້ເດີນທາງໄປເຖິງນະຄອນຫລວງຊາອູດິ ເມື່ອວັນພຸດວານນີ້ ສື່ມວນຊົນລັດ
ເຢເມັນ ກ່າວວ່າ ທ່ານ ຊາເລ ຈະເຂົ້າຮ່ວມໃນການ ເຊັນຂໍ້ຕົກລົງໂອນອໍານາດຂອງສະພາ
ຄວາມຮ່ວມມືເຂດອ່າວເປີເຊຍແລະກົນໄກໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ປະທາ
ນາທິບໍດີເຢເມັນ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະເຊັນແຜນການດັ່ງກ່າວຫລາຍໆເທື່ອໃນປີນີ້ ແຕ່
ທຸກໆເທື່ອທ່ານກໍຖອນຕົວໃນນາທີສຸດທ້າຍ.
ທ່ານ Jamal Omar ທູດພິເສດອົງການສະຫະປະຊາຊາດປະຈໍາເຢເມັນ ກ່າວວ່າທ່ານ
ຊາເລ ແລະພວກຝ່າຍຄ້ານເຫັນພ້ອມນຳກັນໃນຫລັກການຂອງຂໍ້ລິເລີ່ມສະພາການຮ່ວມມື
ເຂດອ່າວເປີເຊຍ ຫລື GCC ເມື່ອວັນອັງຄານວານນີ້. ແຜນການດັ່ງກ່າວໄດ້ຮຽກຮ້ອງໃຫ້
ປະທານາທິບໍດີ ຊາເລ ມອບອໍານາດໃຫ້ແກ່ຮອງປະທານາທິບໍດີ ທ່ານ Abd-Rabbu
Mansour Hadi ໂດຍທັນທີ ເພື່ອແລກກັບການໄດ້ຮັບສິດພິເສດຈາກການຖືກປ້ອງກັນບໍ່
ໃຫ້ທ່ານຖືກລົງໂທດນັ້ນ.
ພາຍໃຕຂໍ້ຕົກລົງດັ່ງກ່າວ ທ່ານ ຊາເລ ຍັງຄອງຕໍາແໜ່ງປະທານາທິບໍດີກິຕິມະສັກຢູ່ຕໍ່ໄປໃນ
ຂະນະທ່ານ ຮາດີ ນໍາພາບໍລິຫານ ເພື່ອປະກອບລັດຖະບານສາມັກຄີແຫ່ງຊາດ ຈົນກວ່າຈະ
ມີການເລືອກຕັ້ງໃນຫລາຍໆເດືອນຕໍ່ໜ້າ. ທ່ານ ໂອມາ ທູດພິເສດອົງການສະຫະປະຊາ
ຊາດ ຢູ່ທີ່ນະ ຄອນຫຼວງ Sana’a ເພື່ອຊ່ວຍໄກ່ເກ່ຍຂໍ້ຕົກລົງນີ້ ທ່ານ ໂອມາ ກ່າວເມື່ອ
ວັນອັງຄານວານນີ້ວ່າ ລາຍລະອຽດຕ່າງໆຍັງພວມມີການຕົກລົງກັນຢູ່.
ພວກນັກເຄຶ່ອນໄຫວຝ່າຍຄ້ານເຢເມນ ໄດ້ພາກັນທໍາການປະທ້ວງເກືອບວ່າ ແທບທຸກມື້ນັບ
ຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ເພື່ອທວງໃຫ້ຍຸຕິການປົກ ຄອງແບບຜະເດັດການມາໄດ້
33 ປີຂອງທ່ານ ຊາເລ ນັ້ນ. ການກວາດ ລ້າງຂອງລັດຖະບານຕໍ່ພວກປະທ້ວງ ແລະການ
ສູ້ລົບກັນລະຫວ່າງກໍາລັງ ທະຫານລັດຖະບານແລະຝ່າຍຄ້ານນັ້ນ ໄດ້ສັງຫານປະຊາຊົນ
ຫລາຍຮ້ອຍຄົນແລະບາດເຈັບອີກຫລາຍພັນຄົນ.