ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຂອງເຢເມນ ບໍ່ຍອມລົງນາມ ໃນຂໍ້ຕົກລົງ ມອບອໍານາດ


ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ວັນທີ 22 ເມສາ, 2011.
ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ວັນທີ 22 ເມສາ, 2011.

ກຸ່ມ​ຝ່າຍ​ຄ້ານ​ທີ່​ສໍາຄັນ​ໃນ​ເຢ​ເມນ​ກ່າວ​ວ່າ ປະທານາທິບໍດີ Ali Abdullah Saleh ບໍ່​ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ ​ທີ່​ຮຽກຮ້ອງໃຫ້​ທ່ານ​ລາ​ ອອກ​ຈາກ​ຕໍາ​ແໜ່​ງ ​ອັນເປັນ​ສ່ວນ​ນຶ່ງຂອງແຜນການ​ເພື່ອຢຸດ​ຕິ​ຄວາມ​ວຸ້ນວາຍໃນ​ປະ​ເທດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ຄ້ານກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຫົວໜ້າ​ສະພາ ຮ່ວມມື 6 ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ ​ທີ່​ເປັນ​ຜູ້​ໄກ່​ເກ່ຍ​ບັນຫາ​ໄດ້​ເດີນອອກ​ຈາກ​ເຢ​ເມນ​ໄປ​ ໂດຍ​ບໍ່​ໄດ້​ຮັ​ບລາຍ​ເຊ​ນຈາກ​ປະທານາທິບໍດີ Saleh. ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ເວົ້າ ວ່າ ທ່ານ Saleh ບໍ່ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ຖານະ​ເປັນ​ປະທານາທິບໍດີ ດັ່ງ​ທີ່ລະບຸໄວ້​ໃນ​ເອກ​ກະສາ​ນນັ້ນ. ອົງການ​ຂ່າວ Reuters ອ້າງ​ຄໍາ​ເວົ້າຂອງ​ພວກ​ ເຈົ້າ​ໜ້າ​ທີ່​ທີ່ກ່າວ​ວ່າ ທ່ານ Saleh ຢາກ​ລົງ​ນາມ​ໃນ​ຖານະ​ເປັນ​ຫົວໜ້າ​ພັກ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະພາຮ່ວມ​ມື 6 ປະ​ເທດ​ໃນ​ເຂ​ດອ່າວ​ເປີ​ເຊຍ​ໄດ້​ເດີນ ທາງ​ໄປ​ຍັງ​ເຢ​ເມນ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອເຮັດ​ຂໍ້​ຕົກລົງ​ດັ່ງກ່າວ​ໃຫ້​ສໍາເລັດ ກ່ອນ​ຈະ​ມີ​ການ​ລົງ​ນາມ​ກັນ​ຢ່າງ​ເປັນ​ທາງ​ການ​ໃນ​ພິທີ​ທີ່ໄດ້ກໍາ​ນົດ​ ​ໄວ້ວ່າຈະຈັດຂຶ້ນ​ໃນ​ວັນ​ຈັນ​ມື້​ອື່ນ ​ທີ່ Saudi Arabia ນັ້ນ.

XS
SM
MD
LG