ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມວຸ້ນວາຍທີ່ເຢເມນ ສືບຕໍ່ເອົາຊີວິດປະຊາຊົນ


ຄວາມວຸ້ນວາຍທີ່ເຢເມນ
ວັນທີ1 ມິຖຸນາ 2011
ຄວາມວຸ້ນວາຍທີ່ເຢເມນ ວັນທີ1 ມິຖຸນາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມນ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 37
ຄົນ​ເສຍ​ຊີວິດ​ໃນ​ການ​ສູ້ຣົບກັນ​ຢ່າງ​ໜັກ​ໃນ​ມື້​ຄືນ​ນີ້​ໃນ​ນະ
ຄອນຫລວງ Sana’a.

ການ​ສູ້​ລົບ​ກັນ​ໄດ້​ດໍາ​ເນີນ​ໄປ​ໃນ​ຫລາຍ​ເຂດ ​ໃນ​ຂະນະ​ທີ່​ການ​
ຢຸດ​ຍິງທີ່​ບໍ່​ໝັ້ນຄົງ ປະກາດ​ອອກ​ມາ​ໃຫ້​ຊາບ​ໃນ​ວັນ​ສຸກ​ຜ່ານ
ມາໄດ້​ພັງທະລາ​ຍລົງ​ນັ້ນ. ການ​ສູ້​ລົບ​ກັນ​ໃນ​ນະຄອນຫລວງ
Sana’a ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ຊຶ່ງສ່ວນ
ນຶ່ງຂອງ​ກອງທັບ​ທີ່​ແຍກ​ໂຕ​ອອກ​ຈາກ​ຝ່າຍ​ລັດຖະບານ​ມາຈົງ
ຮັກ​ພັກດີ​ຕໍ່ Sheikh Sadeq al-Ahmar ທໍາ​ການ​ໂຈມຕີ​
ຕຶກ​ອາຄານ​ຂອງ​ລັດຖະບານ​ຈໍານວນ​ນຶ່ງ.

ພວກ​ຊົນ​ເຜົ່າ​ຝ່າຍ​ຄ້ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຄວບ​ຄຸມ​ກະຊວງ​ພາຍໃນ​ແລະ​ສໍານັກງານ​ໃຫຍ່​ຂອງ​ພັກ​ລັດຖະບານ​ປະທານາທິບໍດີ Ali Abdullah Saleh ທີ່ພວມ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ແຕ່​ທາງ​ລັດຖະບານ​ປະຕິ​ເສດ​ຕໍ່​ການ​ກ່າວອ້າງຂອງພວກ​ຝ່າຍ​ຄ້ານທີ່ວ່າຕົນໄດ້ ​ເຂົ້າ​ຄວບ​ຄຸມສະຖານ​ທີ່ດັ່ງກ່າວ.

ໃນ​ຂະນະ​ດຽວ​ກັນ ການ​ສູ້​ລົບ​ກັນ​ຍັງ​ດໍາ​ເນີນ​ສືບ​ຕໍ່​ມາ​ໃນ​ 2 ຫົວ​ເມືອງໃນ​ພາກ​ໃຕ້​ຂອງ​ປະ​ເທດໃນວັນອັງຄານວານນີ້. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນແຮງ​ໄດ້​ສັງ​ຫານ​ພວກ​ທະຫານ​ຂອງ​ຝ່າຍ​ລັດຖະບານ​ຢ່າງ​ໜ້ອຍ 5 ຄົນ​ໃນ​ການ​ດັກ​ສະກັດ​ໂຈມ​ຕີຢູ່​ນອກ​ເມືອງ Zinjibar ​ໃນ​ພາກ​ໃຕ້​ຂອງປະ​ເທດ ທີ່ພວກ​ນັກ​ຕໍ່ສູ້​ມຸສລິ​ມຫລາຍ​ຮ້ອຍ​ຄົນ​ຍຶດ​ເອົາ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.

ໃນ​ເມືອງ Taiz ທີ່​ຕົກຢູ່ໃນສະພາບຫຼໍ່ແຫຼມ ໃນ​ພາກໃຕ້​ຂອງ​ປະ​ເທດ​ເຊ່ນ​ກັນນັ້ນ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ເຮັດ​ໃຫ້​ພວກ​ປະ​ທ້ວງ 4 ຄົນ​ເສ​ຍຊີວິດ. ມີ​ປະຊາ​ຊົນ​ຢ່າງ​ໜ້ອຍ 25 ຄົນ​ແລ້ວ​ໄດ້​ເສຍ​ຊີວິດ​ໄປ​ໃນ​ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ Taiz ​ໃນ​ລະຍະ 3 ມື້​ຜ່ານ​ມາ​ນີ້.

XS
SM
MD
LG