ເຈົ້າໜ້າທີ່ເຢເມັນກ່າວວ່າ ມືລະເບີດສະຫຼະຊີບຄົນນຶ່ງ ໄດ້ສັງຫານຢ່າງໜ້ອຍ 35 ຄົນ ແລະເຮັດໃຫ້ບາດເຈັບອີກຫຼາຍສິບຄົນ ເມື່ອວັນເສົາວານນີ້ ຢູ່ເມືອງແຫ່ງນຶ່ງທາງພາກໃຕ້ຂອງປະເທດ.
ມືລະເບີດ ໄດ້ທໍາການໂຈມຕີທີ່ເມືອງ Jaar ນຶ່ງໃນຫຼາຍໆຫົວເມືອງໃນແຂວງ Abyan ທີ່ຍຶດຄືນໄດ້ຈາກກຸ່ມອາລ ກາອີດາ ໃນການບຸກລຸກຄັ້ງໃຫຍ່ຂອງລັດຖະບານໃນເດືອນມິຖຸນາຜ່ານມາ.
ອົງການຂ່າວຣອຍເຕີ ກ່າວວ່າ ປາກົດວ່າ ມືລະເບີດໄດ້ແນເປົ້າໃສ່ພວກປະຊາຊົນທີ່ສະໜັບສະໜຸນຝ່າຍທະຫານ ໃນລະຫວ່າງການບຸກໂຈມຕີພວກມຸສລິມຫົວຮຸນແຮງນັ້ນ.
ພວກຫົວຮຸນແຮງທີ່ເຊຶ່ອມໂຍງກັບກຸ່ມອາລຄາອີດາ ໄດ້ຍຶດເອົາຫຼາຍໆຫົວ ເມືອງໃນແຂວງ Abyan ເມື່ອປີຜ່ານມາ ໃນຂະນະທີ່ລັດຖະບານຫຍຸ້ງຢູ່ ກັບການຮັບມືກັບການລຸກຮືເພື່ອປະຊາທິປະໄຕ ຕໍ່ຕ້ານປະທານາທິບໍດີ Ali Abdullar Seleh ໃນເວລານັ້ນ.
ປະທານາທິບໍດີ Abed Rabbo Mansour Hadi ຜູ້ສືບຕໍາແໜ່ງແທນ ທ່ານ Saleh ໄດ້ສັ່ງໃຫ້ທໍາການບຸກໂຈມຕີຄືນໃນເດືອນພຶດສະພາຜ່ານມາ ແລະຍຶດບາງເຂດເຫຼົ່ານັ້ນຄືນມາໄດ້.