ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນເຢເມນ ຮຽກຮ້ອງໃຫ້ຕັ້ງລັດຖະບານ ໄລຍະຂ້າມຜ່ານ


ພວກປະທ້ວງເຢເມນ ທີ່ທວງໃຫ້ ປະທານາທິບໍດີ Ali Abdullah Seleh ລາອອກ
ພວກປະທ້ວງເຢເມນ ທີ່ທວງໃຫ້ ປະທານາທິບໍດີ Ali Abdullah Seleh ລາອອກ

ປະຊາຊົນ​ເຢ​ເມນ​ຫລາຍ​ແສນ​ຄົນໄດ້ພາກັນ​ໂຮມ​ຊຸມນຸມ​ ຢູ່ໃນ​ຫລາຍຫົວ​ເມືອງ​ໃຫຍ່ໆ​ໃນ​ທົ່ວ​ປະ​ເທດ ທວງໃຫ້​ປະທານາທິບໍດີ Ali Abdullah Saleh ລາ​ອອກ​ ​ແລະ​ຮຽກຮ້ອງ​ໃຫ້​ຈັດຕັ້ງ​ສະພາປົກຄອງໄລຍະຂ້າມຜ່ານ​ຂຶ້ນ​ທີ່​ບໍ່​ຮວມ​ເອົາ​ພວກ​ສະມາຊິກ​ຂອງລັດຖະບານ​ປັດຈຸບັນ​ເຂົ້ານໍາ.

ໃນ​ນະຄອນຫລວງ Sana’a ​ໃນ​ວັນ​ອັງຄານ​ວານ​ນີ້ ຝູງ​ຊົນ​ຈໍານວນຫລວງຫລາຍ​ ພາກັນ​ໄປ​ໂຮມ​ຊຸມນຸມ ​ຢູ່​ຂ້າງ​ນອກ​ບ້ານ​ພັກ​ຂອງຜູ້​ນໍາປະ​ເທດ​ຊົ່ວຄາວ ຄື​ຮອງ​ປະທານາທິບໍດີ Abd al-Rab Mansur Hadi ນຶ່ງ​ມື້​ຫລັງ​ຈາກ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ຂອງ​ເຢ​ເມນ​ໄດ້​ທໍາ​ການ​ພົບ​ປະ​ຫາລື​ກັບ​ທ່ານ Hadi ກ່ຽວ​ກັບ​ແຜນການປົກຄອງ​ປະ​ເທດ​ໃນ​ໄລຍະ​ຂ້າມ​ຜ່ານ ​ທີ່​ອາດຈະ​ເປັນ​ໄປ​ໄດ້​ນັ້ນ.

ໄດ້​ມີ​ການ​ຈັດການ​ປະ​ທ້ວງ​ໃນ​ທໍານອງ​ດຽວ​ກັນ​ນີ້​ ໃນ​ຫລາຍ​ຫົວ​ເມືອງ​ອື່ນໆ​ອີກ.

ທ່ານ​ຊາ​ເລ​ໄດ້​ໂອນ​ອໍານາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ​ຫລັງ​ຈາກ​ເດີນທາງ​ໄປຍັງ Saudi Arabia ​ເພື່ອປິ່ນປົວ​ບາດ​ແຜ​ທີ່​ທ່ານ​ໄດ້​ຮັບ​ໃນ​ການ​ໂຈມ​ຕີ​ຕໍ່​ທໍານຽບປະທານາທິບໍດີ​ ​ເມື່ອ​ຕົ້ນ​ເດືອນ​ນີ້. ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເຢ​ເມນ​ຫລາຍ​ທ່ານ​ ທີ່ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີບັ້ນ​ດຽວ​ກັນ​ນັ້ນ ກໍກໍາລັງ​ໄດ້​ຮັບ​ການ​ປິ່ນປົວ​ ຢູ່​ທີ່​ກຸງ Riyadh ​ເຊ່ນ​ກັນ.

XS
SM
MD
LG