ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອາລຄາອີດາ ເຂົ້າຍຶດຄອງ ເມືອງ Zinjibar ຂອງເຢເມນ


ການຍິງສູ້ລົບກັນ ເປັນເວລາຫ້າວັນ ໃນເຢເມນ
ການຍິງສູ້ລົບກັນ ເປັນເວລາຫ້າວັນ ໃນເຢເມນ

ທີ່​ປະ​ເທດເຢເມນ ພວກເຫັນເຫດການກ່າວວ່າ ພວກທີ່ສົງ ໃສວ່າ​ເປັນ​ພວກຫົວຕໍ່ສູ້​ຂອງ​ກຸ່ມ Al-Qaida ໄດ້​ເຂົ້າຍຶດ ເອົາເມືອງ Zinjibar ຊຶ່ງເປັນເມືອງແຄມຝັ່ງທະເລຂອງ ປະເທດນັ້ນ​ແລ້ວ.

ພວກຊາວເມືອງ​ເວົ້າວ່າ ພວກຫົວຮຸນແຮງອາລ​ຄາອີດາ ຈໍານວນຫລາຍ ຮ້ອຍຄົນ ໄດ້ເຂົ້າຄວບຄຸມເມືອງ Zinjibar ເມື່ອວັນສຸກຜ່ານມາ ​ແລະ​ມີ​ລາຍ​ງານ​ວ່າ ການ​ຕໍ່ສູ້​ກັນ​ໄດ້​ດໍາ​ເນີນ​ມາ​ຈົນ​ຮອດ​ວັນ​ເສົາ​ວານ​ນີ້ ສົ່ງ​ຜົນ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຫລາຍ​ຄົນ.

Zinjibar ເປັນເມືອງຫລວງຂອງແຂວງ Abyan ໃນເຂດພາກໃຕ້ຂອງເຢເມັນ ຊຶ່ງຖືວ່າເປັນ ເຂດທີ່ໝັ້ນເຂດນຶ່ງຂອງກຸ່ມອາລຄາອີດາ

ໃນອີກສະຖານະການນຶ່ງ ຜູ້ໄກ່ເກ່ຍຄົນນຶ່ງກ່າວເມື່ອວັນເສົາວານນີ້ວ່າ ປະທານາທິບໍດີຂອງ ເຢເມັນ ແລະຜູ້ນໍາຊົນເຜົ່າທີ່ມີອໍານາດທີ່ສຸດຂອງປະເທດ ໄດ້ຕົກລົງ ທີ່ຈະຍຸຕິການຍິງສູ້ລົບ ກັນໃນຕົວເມືອງມາເປັນເວລາຫ້າວັນ ທີ່​ໄດ້ຂົ່ມຂູ່ວ່າຈະຜັກດັນປະເທດຊາດເຂົ້າໄປສູ່ສົງຄາມ ກາງເມືອງນັ້ນ. ການຍິງສູ້ລົບກັນດັ່ງກ່າວ ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 100 ຄົນ.

XS
SM
MD
LG