ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

30 ຄົນເສຍຊີວິດ ໃນເຫດການປະທະກັນ ໃນເຢເມນ


ກໍາລັງພາກພື້ນດິນຂອງເຢເມນ ທີ່ປະທະສູ້ລົບກັບກຸ່ມຫົວຮຸນແຮງທີ່ກ່ຽວ
ພັນກັບກຸ່ມອາລຄາອີດາ.
ກໍາລັງພາກພື້ນດິນຂອງເຢເມນ ທີ່ປະທະສູ້ລົບກັບກຸ່ມຫົວຮຸນແຮງທີ່ກ່ຽວ ພັນກັບກຸ່ມອາລຄາອີດາ.

ກຸ່ມ​ຄົນ​ທີ່ສົງ​ໃສ​ວ່າເປັນພວກ​ຫົວ​ຮຸນ​ແຮງ​ທີ່ກ່ຽວ​ກັນ​ກັບ​ກຸ່ມ​ອາລຄາ​ອີ​ດາ ​ໄດ້​ບຸກຖະຫລົ່ມ
ປ້ອມ​ທະຫານ​ແຫ່ງ​ນຶ່ງ ​ຢູ່ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ໃຕ້ໃນແຂວງ Lahji ​ເມື່ອ​ວັນ​ເສົາ​ວານ​ນີ້
ພາ​ໃຫ້ເກີດການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 30 ຄົນ​ໃນ
ທັງ​ສອງ​ຝ່າຍ ​ແຕ່ສ່ວນ​ໃຫຍ່​ແມ່ນ​ທະຫານ​ຂອງ​ຝ່າຍລັດຖະບານ.

ພວກ​ເຈົ້າໜ້າ​ທີ່​ເຢ​ເມນ​ກ່າວ​ວ່າ ເຮືອບິນ​ກອງທັບ​ອາກາດ​ໄດ້​ຖິ້ມ​ລະ​ເບີດໃສ່ ທີ່​ໝັ້ນ​ຕ່າງໆ
ຂອງ​ພວກ​ຫົວ​ຮຸນ​ແຮງ ຫລັງ​ຈາກ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້ ພວກ​ຫົວ​ຮຸນ​ແຮງ​ຕ້ອງໄດ້ລ່າ​
ຖອຍ​ໄປ.

ເຂດ​ດັ່ງກ່າວ​ແມ່ນ​ຕິດ​ກັບຊາຍ​ແດນ​ຂອງ​ແຂວງ Abyan ​ຊຶ່ງເປັນ​ທີ່​ໝັ້ນແຫ່ງ​ນຶ່ງ​ຂອງ​ກຸ່ມ​
ອາລຄາ ​ອີ​ດາ. ​ເມື່ອໝໍ່ໆ​ມາ​ນີ້ ພວກ​ຫົວ​ຮຸນ​ແຮງ​ໄດ້ທໍາ ການ​ບຸກລຸກ​ຢ່າງ​ກ້າຫານ ​ເຂົ້າ
ໄປ​ໃນ​ເຂດ​ອ້ອມແອ້ມຫລາຍ​ຂຶ້ນ. ​ເມື່ືອວັນ​ສຸກ ພວກ​ເຂົາ​ໄດ້​ລະ​ເບີດ​ທໍາລາຍທໍ່ແກ​ສຢູ່​ໃນ
ເຂດ​ພາກ​ໃຕ້ ​ໂດຍ​ອ້າງ​ວ່າ​ເປັນ​ການ​ປະຕິບັດ​ການ​ເພື່ອ​ແກ້​ແຄ້ນ ການ​ໂຈມ​ຕີໂດຍຍົນບໍ່​ມີ
ຄົນ​ຂັບ ຫລື Drone ຂອງ​ສະຫະລັດ ທີ່​ໄດ້​ທໍາລາຍລັດ​ຄັນ​ນຶ່ງທີ່​ບັນທຸກສະມາຊິກ​ຂອງ​
ພວກ​ເຂົາຫລາຍ​ຄົນ.

ກຸ່ມ​ຫົວ​ຮຸນ​ແຮງ Ansar al-Sharia ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາ ລັບການ​ໂຈມ​ຕີ
ເມື່ອ​ວັນ​ເສົາ​ວານ​ນີ້. ​ເມື່ອ​ຕົ້ນ​ເດືອນ​ຜ່ານ​ມາ​ນີ້ ກຸ່ມ​ດັ່ງກ່າວໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
ຕໍ່​ການສັງຫານນາຍຄູ​ຊາວ​ອາ​ເມຣິກັນ​ຄົນ ນຶ່ງ ທີ່​ເມືອງ Taiz ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ໃນ​ອີກເຫດການນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ບັນດາ​ອົງການ​ບັນ​ເທົາ​ທຸກ ​ໄດ້​ເປີດ​ການ​ປຸກລະ
ດົມ​ສີດ​ຢາ​ວັກ​ຊີ​ນຢ່າງ​ໃຫຍ່​ຢູ່​ໃນ​ປະ​ເທດ​ເຢ​ເມນ ​ເພື່ອປາບ​ປາມ​ການ​ແຜ່​ລະບາດ​ຂອງ
ໂຣກໄຂ້​ອອກ​ຕຸ່ມ ທີ່​ພາ​ໃຫ້​ຄົນເປັນ​ໂຣກ​ນີ້​ໄປແລ້ວຫລາຍ​ກວ່າ 4000 ຄົນ.

ອົງການ​ສະຫະ​ປະຊາ​ຊາດເວົ້າ​ວ່າ​ ໂຣກ​ທີ່​ວ່ານີ້ໄດ້​ເອົາ​ຊີວິດພວກ​ເດັກ​ນ້ອຍ​ໄປແລ້ວ
ຫລາຍກວ່າ 170 ຄົນ ນັບ​ຕັ້ງ​ແຕ່​ໄດ້ເລິ່ມລະບາດ​ຂຶ້ນເມື່ອ​ປີຜ່ານມາ​ນີ້.

XS
SM
MD
LG