ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ປະ​ທ້ວງ​​ເສື້ອ​ກັກສີເຫຼືອງ ຍັງ​ກີດ​ກັ້ນ​ຢູ່​ຕາມ​ຖະ​ໜົນ​ໃນປະເທດ​ຝຣັ່ງ


ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ທີ່​ເມືອງ​ລີ​ອົງ ພາກ​ກາງ​ຂອງ​ປະ​ເທດ​ຝຣັ່ງ ວັນ​ທີ 15 ທັນ​ວາ 2018.
ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ທີ່​ເມືອງ​ລີ​ອົງ ພາກ​ກາງ​ຂອງ​ປະ​ເທດ​ຝຣັ່ງ ວັນ​ທີ 15 ທັນ​ວາ 2018.

ພວກ​ປະ​ທ້ວງເສື້ອກັກສີ​ເຫລືອງພວມ​ພາ​ກັນ​ຄວບ​ຄຸມ​ວົງ​ວຽນ​ສັນ​ຈອນ​ຢູ່​ຫຼາຍ​ສິບ​ແຫ່ງ​ ໃນປະເທດ​ຝ​ຣັ່ງ ເຖິງ​ແມ່ນ​ວ່າ ພະລັງຂອງ​ຂະບວນການປະ​ຕິ​ຮູບ​ເສດ​ຖະ​ກິດ ຂອງພວກ
ເຂົາເຈົ້າ ຈະປາ​ກົດ​ວ່າ​ ກຳ​ລັງຈະສູນ​ຫາຍ​ໄປ ໃນທ້າຍ​ອາ​ທິດທີຫ້າລຽນ​ຕິດ​ ຂອງການປະທ້ວງກໍຕາມ​.

ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງ​ພາ​ກັນ​ຢູ່​ຮອດ​ວັນ​ອາ​ທິດວານນີ້ ເຖິງ​ແມ່ນຈະ​ມີ​ການ​ຮຽກ​ຮ້ອງ​
ຈາກລັດ​ຖະ​ມົນ​ຕີ​ພາຍ​ໃນ​ ທ່ານ​ຄ​ຣິ​ສ​ໂຕ​ເຟີ ຄາ​ສ​ຕາ​ເນີ​ຣ ໃຫ້​ໜີ​ອອກ​ໄປຈາກ​ຖະ​ໜົນ
ກໍຕາມ.

ແປດ​ຄົນ​ໄດ້​ເສ​ຍ​ຊີ​ວິດໃນ​ອຸ​ບັດ​ເຫດ​ທີ່​ພົວ​ພັນ​ກັບ​ການ​ເຄື່ອນ​ໄຫວ​ເສື້ອ​ກັກສີເຫລືອງ
ສ່ວນ​ໃຫຍ່​ແມ່ນ​ເປັນຍ້ອນອຸ​ປະ​ຕິ​ເຫດ​ການ​ສັນ​ຈອນ ທີ່​ເຊື່ອມ​ໂຍງ​ກັບ​ການ​ກີດ​ກັ້ນ​ຖະ​
ໜົນ​ໂດຍ​ພ​ວກ​ປະ​ທ້ວງ.

ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຢູ່​ຖະ​ໜົນ ຊຳ​ເອ​ລີ​ເຊ ວັນ​ທີ 15 ທັນ​ວາ 2018 ໃນ​ນ​ຄະ​ນ​ຫຼວງ​ປາ​ຣີ.
ພວກ​ປະ​ທ້ວງ​ພາ​ກັນ​ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຢູ່​ຖະ​ໜົນ ຊຳ​ເອ​ລີ​ເຊ ວັນ​ທີ 15 ທັນ​ວາ 2018 ໃນ​ນ​ຄະ​ນ​ຫຼວງ​ປາ​ຣີ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ພວກ​ປະ​ທ້ວງໄດ້​ພາກັ​ນ​ລົງ​ສູ່​ຖະ​ໜົນ​ຢູ່​ໃນ​ໂຕ​ເມື​ອງ​ຕ່າງໆ​ທົ່ວ​
ປະເທດຝ​ຣັ່ງ ຮວມ​ທັງ​ນະ​ຄອນ​ປາ​ຣີ ແຕ່​ມີ​ຈຳ​ນວນ​ໜ້ອຍກວ່າ​ຫຼາຍ​ອາ​ທິດ​ທີ່​ຜ່ານ​ມາ.

ການ​ປະ​ທ້ວງ​ໄດ້​ເລີ້ມຂຶ້ນ ໃນ​ເດືອນ​ພະ​ຈິກ​ ຕ້ານ​ການຂຶ້ນພາ​ສີ​ນ້ຳ​ມັນ ແຕ່​ໄດ້​ກາຍ
ເປັນ​ຄວາມ​ໂກດ​ແຄ້ນ​ທີ່ມີ​ຕໍ່ລັດ​ຖະ​ບານ​ປະ​ທາ​ນາ​ທິບໍດີ ເອມມາ​ນຸ​ຍ​ແອ​ລ ມາກ​ຣົງ.

ປະ​ທາ​ນາ​ທິບໍດີ ເອມມາ​ນຸ​ຍ​ແອ​ລ ມາກ​ຣົງ ຖະ​ແຫຼງ​ການ​ຕໍ່​ປະ​ເທ​ດຊາດ ວັນ​ທີ 10 ທັນ​ວາ 2018.
ປະ​ທາ​ນາ​ທິບໍດີ ເອມມາ​ນຸ​ຍ​ແອ​ລ ມາກ​ຣົງ ຖະ​ແຫຼງ​ການ​ຕໍ່​ປະ​ເທ​ດຊາດ ວັນ​ທີ 10 ທັນ​ວາ 2018.

ໃນ​ຂະ​ນະ​ດຽວ​ກັນ ການ​ຢັ່ງ​ສຽງ​ມະຫາຊົນ ໂດຍ​ກຸ່ມ Ifop ທີີ່​ໄດ້​ເຜີຍ​ແຜ່​ຢູ່​ໃນ​ໜັງ​ສຶ​ພິ​ມ
Journal du Dimanche ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ມາກ​ຣົງ​ໄດ້​ຫລຸດ​ຜອ່ນລົງ​ມາ​
ສອງ​ຈຸດ ລະ​ຫວ່າງ​ເດຶອ​ນ​ແລ້ວ​ນີ້ ຫາ 23 ເປິ​ເຊັນ.

ຈຳ​ນວນ​ຄົນຜູ້​ທີ່ປະ​ກາດ​ຕົນ​ເອງວ່າ “ບໍ່​ພໍ​ໃຈ​ທີ່​ສຸດ” ຕໍ່ການ​ນຳ​ພາ​ຂອງ​ທ່ານ ແມ່ນ
ໄດ້ກະ​ໂດ​ດຂຶ້ນ​ຈາກ​ຫົກ​ຈຸດ ເປັນ 45 ເປີ​ເຊັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG