ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວ​ກ​ປະ​ທ້ວງ​ ເສື້ອ​ກັກ​ສີ​ເຫຼືອງ ຖືກ​ໂຈມ​ຕີ​ດ້ວ​ຍ ປືນ​ສີດ​ນ້ຳ ແລະ​ ແກ​ັ​ສ​ນ້ຳ​ຕາໃນ​ ປາ​ຣີ


ພວກ​ດັບ​ເພີງ​ກຳ​ລັງມອດ​ໄຟທີ່​ກຳ​ລັງ​ໄໝ້ລົດ ລະ​ຫວ່າງ​ການ​​ປະ​ທ້ວງ ຂອງ​ພວກ​ເຄື່ອນ​ໄຫວ​ເສື້ອ​ກັກ​ສີ​ເຫຼືອງ ທີ່​ເມືອງ​ນັງ ປະ​ເທດ​ ຝ​ຣັ່ງ ວັນ​ທີ 12 ມັງ​ກອນ 2019.
ພວກ​ດັບ​ເພີງ​ກຳ​ລັງມອດ​ໄຟທີ່​ກຳ​ລັງ​ໄໝ້ລົດ ລະ​ຫວ່າງ​ການ​​ປະ​ທ້ວງ ຂອງ​ພວກ​ເຄື່ອນ​ໄຫວ​ເສື້ອ​ກັກ​ສີ​ເຫຼືອງ ທີ່​ເມືອງ​ນັງ ປະ​ເທດ​ ຝ​ຣັ່ງ ວັນ​ທີ 12 ມັງ​ກອນ 2019.

ຕຳ​ຫຼວດ​ປາ​ຣີ​ໄດ້​ຍິງ​ປືນ​ນ້ຳ ແລະ​ ແກັ​ສ​ນ້ຳ​ຕາໃສ່​ພວກປະ​ທ້ວງ​ “ເສື້ອ​ກັກ​ສີ​ເຫຼືອງ” ເພື່ອ
ໃຫ້​ຖອຍ​ໄປຈາກວົງ​ວຽນອະ​ນຸ​ສາ​ວະຣີ ອັ​ກ ເດີ ທ​ຣີ​ອຳ ໃນ​ວັນ​ເສົາ​ວານ​ນີ້ ​ຊຶ່ງເປັນ​ເວ​ລາ
​ເກົ້າ​ອາ​ທິດ​ຕິດ​ຕໍ່​ກັນ ກ່ຽວ​ກັບ ​ການ​ປະ​ທ້ວງຕໍ່​ຕ້ານ​ການ​ປະ​ຕິຮູບ​ເສດ​ຖະ​ກິດ​ຂອງປະ​ທາ
​ນາ​ທິ​ບໍ​ດີ ​ເອັມ​ມານູ​ແອ​ລ ມາກ​ຣົງ.

ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ໃນ​ນະ​ຄອນ​ຫຼວງ ​ປາ​ຣີ ໄດ້​ພາ​ກັນ​ເດີນ​ຂະ​ບວນ​ຢ່າງ​ຝົດ​ສະ
​ໜັ່ນ ແຕ່​ສ່ວນ​ໃຫຍ່​ມີ​ຄວາມ​ສະ​ຫງົບ ​ຜ່ານ​ເຂດ​ຮ້ານ​ຄ້າຖະ​ໜົນ​ຫຼວງກ​ຣັງ ບູ​ເລີ​ວາ​ຣ​ດ໌ ຢູ່
​ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫຼວງ ປາ​ຣີ ໃກ້​ກັບ​ບ່ອນ​ເກີດ​ແກັ​ສ​ລະ​ເບີດ​ຢູ່​ຮ້ານ​ເຂົ້າ​ຈີ່ ທີ່
ເຮັດ​ໃຫ້​ພວກ​ດັບ​ເພີງ​ສອງ​ຄົນ​ ແລະ​ນັກ​ທ່ອງ​ທ່ຽວ ສ​ເປນ​ ຄົນ​ນຶ່ງເສຍ​ຊີ​ວິດ ແລ​ະ ​ເກືອບ
50 ຄົນໄດ້​ຮັບ​ບາດ​ເຈັບ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້.

ແຕ່ວ່າ​ມີ​ພວກ​ປະ​ທ້ວງ​ກຸ່ມ​ນ້ອຍ​ ໄດ້​ແຕກ​ອອກ​ຈາກ​ເຂດເສັ້ນ​ທາງ​ທີ່​ໄດ້​ກຳ​ນົດ​ໃຫ້ ​ແລະ
​ພາ​ກັນ​ແກວ່ງຂວດ​ແກ້ວ ແລະ ​ສິ່ງ​ຂອງ​ຕ່າງໆ​ໃສ່​ຕຳ​ຫຼວດ.

​ພວກ​ເຄື່ອນ​ໄຫວເສື​້ອ​ກັກ​ສີ​ເຫຼອງ ຮ່ວມ​ປະ​ທ້ວງໃນ​ເມືອງ​ນັງ ປະ​ທດ​ຝ​ຣັ່ງ ວັນ​ທີ ​ 12 ມັງ​ກອນ 2019.
​ພວກ​ເຄື່ອນ​ໄຫວເສື​້ອ​ກັກ​ສີ​ເຫຼອງ ຮ່ວມ​ປະ​ທ້ວງໃນ​ເມືອງ​ນັງ ປະ​ທດ​ຝ​ຣັ່ງ ວັນ​ທີ ​ 12 ມັງ​ກອນ 2019.

ຜູ້ເຫັນເຫດການກ່າວວ່າ ຢູ່ອ້ອມແອ້ມອະນຸສາວະລີ ອັຣ ເດີ ທຣີອຳ ຂອງສັດຕະວັດທີ່
19, ຢູ່​ເໜືອ​ສຸດ​ຂອງ​ຖະ​ໜົນ​ຫຼວງ ຊຳ​ສ໌ ເອ​ລີ​ເຊ ບູ​ເລີ​ວາ​ຣ​ດ໌ ນັ້ນ ຕຳ​ຫຼວດປາບ​ປາມ​
ຈະ​ລາ​ຈົນ​ໄດ້​ຍິງ​ປືນ​ນ້ຳ ແລະ​ ແກັ​ສ​ນ້ຳ​ຕາ​ໃສ່​ພວກ​ປະ​ທ້ວງ​ປະ​ທ້ວງຫົວ​ຮຸນ​ແຮງ ຫຼັງ​
ຈາກ​ຖືກໂຈ​ມ​ຕີ​ດ້ວຍ​ກ້ອນ​ຫີນ ແລະ ​ນ້ຳ​ສີ.

ພວກ​ກຸ່ມ​ປະ​ທ້ວງ ຍັງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ແອ້ມຖະ​ໜົນ ​ຊຳ ເອ​ລີ​ເຊ, ເຊິ່ງ​ແມ່ນ​ບ່ອນ
​ທີ່​ມີ​ການກໍ່ກວນຫວ່າງ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່າ​ນ​ມາ. ​ຫຼາຍ​ຄົນ​ພາ​ກັນ​ຮ້ອງ​ອອກ​ມາ​ຢ່າງ
​ແຮງ ໃຫ້ທ່າ​ນ​ ມາກ​ຣົ​ງ ລາ​ອອກ​ຈາກ​ຕຳ​ແໜ່ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG