ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ເຢລເລັນ ຮຽກຮ້ອງໃຫ້ບັນດາທະນາຄານຂອງເຢຍຣະມັນ ເພີ່ມ​ການ​ປະ​ຕິ​ບັດ​ຕາມມາດຕະການລົງ​ໂທດຂອງ ສະຫະລັດ ຕໍ່ ຣັດເຊຍ


ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈເນັດ ເຢລເລັນ ກ່າວຖະແຫຼງການຢູ່ທີ່ສໍານັກງານໃຫຍ່ທະນາຄານໂລກ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ເມສາ 2024.
ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈເນັດ ເຢລເລັນ ກ່າວຖະແຫຼງການຢູ່ທີ່ສໍານັກງານໃຫຍ່ທະນາຄານໂລກ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ເມສາ 2024.

ລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານນາງ ເຈເນັດ ເຢລເລັນ, ໃນວັນ ອັງຄານມື້ນີ້ ໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານທະນາຄານຂອງເຢຍຣະມັນ ປະ​ຕິ​ບັດ​ຕາມ​ມາດ​ຕະ​ການລົງໂທດຕໍ່ ຣັດເຊຍ ແລະ ປິດຄວາມພະຍາຍາມທີ່​ຈະຫຼົບຫຼີກ​ ມັນ​ເພື່ອຫຼີກ​ລ່ຽງ​ການ​ລົງ​ໂທດ​ທີ່​ເປັນ​ໄປ​ໄດ້​ຕໍ່​ເຂົາ​ເຈົ້າ​ເອງ ທີ່​ ອາດຈະຖືກຕັດຂາດການເຂົ້າເຖິງເງິນໂດລາ.

ທ່ານນາງ ເຢລເລັນ ກ່າວໃນລະຫວ່າງຕອນເລີ້ມຕົ້ນກອງປະຊຸມກັບເຈົ້າໜ້າທີ່ ທະນາຄານວ່າ ອຳ​ນາດໃໝ່ຂອງກະຊວງການເງິນ ຈະລົງ​ໂທດ​ທະ​ນາ​ຄານ​ຕ່າງໆດ້ວຍມາດ​ຕະການລົງໂທດຂັ້ນສອງ ຖ້າພວກເຂົາຫາກຊ່ວຍເຫຼືອໃນການ ດໍາເນີນທຸລະກໍາທີ່ກ່ຽວຂ້ອງກັບການທະຫານຂອງ ຣັດເຊຍ, ເຊິ່ງຈະຊ່ວຍເຮັດ ໃຫ້ຄວາມພະຍາຍາມຂອງ ຣັດເຊຍ ຂັດຂ້ອງໃນການຈັດຊື້ສິນຄ້າທີ່ຈໍາເປັນ ສໍາລັບສົງຄາມຢູ່ໃນຢູເຄຣນ, ແຕ່ພວກເຮົາ ຈໍາເປັນຕ້ອງມີການດໍາເນີນງານ ເພີ້ມເຕີມ.

ທ່ານນາງ ເຢລເລັນ ກ່າວ​ວ່າ “ຣັດ​ເຊຍ ຍັງຄົງ​ສືບ​ຕໍ່​ຊອກຫາສິນຄ້າ​ທີ່​ມີຄວາມ ລະອຽດອ່ອນ ​ແລະ​ຂະຫຍາຍ​ຄວາມ​ສາມາດຂອງຕົນ​ໃນ​ການ​ຜະລິດ​ສິນຄ້າ​ເຫຼົ່າ​ນີ້ຢູ່​ພາຍ​ໃນ​ປະ​ເທດ.”

ທ່ານນາງ ເຢລເລັນ ກ່າວ​ໃນລະຫວ່າງກະກຽມ​ຖະແຫຼງການສໍາລັບກອງ​ປະຊຸມ ຢູ່​ທີ່​ນະຄອນ ແຟຣງເຝີທ (Frankfurt) ວ່າ “ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ໃຫ້​ທຸກ​ໆສະ​ຖາ​ບັນ​ຢູ່​ທີ່​ນີ້ ຈົ່ງປະຕິບັດມາດຕະການ​ໃນ​ລະດັບ​ສູງ ​ແລະເພີ້ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພວກທ່ານ ​ກ່ຽວ​ກັບ​ຄວາມ​ພະຍາຍາມໃນການ​ຫຼີກ​ລ່ຽງຂອງ​ ຣັດ​ເຊຍ.

ໃນການເຕືອນໄພໂດຍກົງທີ່ບໍ່ປົກກະຕິ, ທ່ານນາງ ກ່າວຕໍ່ຜູ້ບໍລິຫານຈົ່ງຮັກ​ສາ​ການປະຕິບັດຕາມ​ມາດ​ຕະການລົງໂທດ ໃນບັນດາສາຂາທະນາຄານໃນຕ່າງ ປະເທດ ແລະສາຂາຍ່ອຍຂອງພວກເຂົາເຈົ້າ ພ້ອມທັງເຂົ້າເຖິງລູກຄ້າທະນາ ຄານໃນຕ່າງປະເທດ ເພື່ອປະຕິບັດໃນລັກສະນະອັນດຽວກັນ, ໂດຍສະເພາະ ໃນຂົງເຂດອໍານາດທີ່ມີຄວາມສ່ຽງສູງ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

U.S. Treasury Secretary Janet Yellen urged German bank executives on Tuesday to step up efforts to comply with sanctions against Russia and shut down efforts to circumvent them to avoid potential penalties themselves that would cut off dollar access.

Yellen said at the start of a meeting with bankers that the Treasury's new authority to hit banks with secondary sanctions if they aid Russian military-related transactions had helped to frustrate Russia's efforts to procure goods needed for its war in Ukraine, but more work was needed.

"Russia continues to procure sensitive goods and to expand its ability to domestically manufacture these goods. We must remain vigilant and be more ambitious," Yellen said.

"I urge all institutions here to take heightened compliance measures and to increase your focus on Russian evasion attempts," Yellen said in prepared remarks for the meeting in Frankfurt.

In an unusually direct warning, she told the executives to police sanctions compliance among their banks' foreign branches and subsidiaries and reach out to foreign correspondent banking customers to do the same, especially in high-risk jurisdictions.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG