ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລົງທຶນນາໆຊາດ - Disregard ມີແລ້ວ


ເວລານີ້ ຂົງເຂດເອເຊຍ​ແມ່ນໄດ້ຕ່າວປິ້ນເຕີບໂຕຄືນມາອີກຢ່າງເຂັ້ມແຂງ ຈາກວິກິດການທາງການເງິນໂລກ. ແຕ່ເງິນ ທຶນຈໍານວນ​ຫລວງຫລາຍທີ່ ຫລັ່ງໄຫລເຂົ້າໄປໃນຂົງເຂດເອເຊຍນັ້ນ ພາ​ໃຫ້ມີຄວາມຢ້ານກົວວ່າ ຈະເກີດສະພາວະ ເງິນເຟີ້ ແລະສະພາບການຕະຫລາດທີ່ບໍ່​ທຸ່ນ​ທ່ຽງ ຂຶ້ນໆ ລົງໆໄດ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Heyda Bayron ລາຍງານ ມາຈາກຮ່ອງກົງ ວ່າ ພວກນັກເສດຖະສາດບາງຄົນກ່າວວ່າ ປະສົບປະການທີ່​ເຄີຍ​ມີ​ມາ ຈາກວິກິດການທາງການ ເງິນຂອງເອເຊຍ​ເມື່ອປີ 1997 ນັ້ນ ​ເຮັດ​ໃຫ້ຂົງ ເຂດດັ່ງກ່າວ ສາມາດຮັບ​ມື​ແລະ​ຕ້ານ​ຢັນ​ກັບສິ່ງທ້າທາຍນີ້ໄດ້. ທອງປານ ມີເລຶ່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ

ເນື່ອງ​ຈາກອັດຕາດອກເບ້ຍໃນສະຫະລັດແລະຢຸໂຣບຕໍ່າຫລາຍ ໃນເວລານີ້ ພວກນັກລົງທຶນນາໆຊາດຈຶ່ງພາກັນລຸ ຫລັ່ງ​ເຂົ້າໄປລົງທຶນໃນເອເຊຍຫລາຍຂື້ນ ໂດຍຫວັງທີ່ຈະໄດ້ຮັບຜົນກໍາໄລສູງ.

ນາງນາລິນ ຊຸດໂຊຕິທໍາ ນັກຄົ້ນຄວ້າເສດຖະກິດ ແຫ່ງທະນາຄານກະສິ ກອນ​ໄທ ທີ່ບາງກອກ ກ່າວວ່າ “ຜົນສະທ້ອນໃນທາງບວກນັ້ນ ກໍແມ່ນວ່າ ຄ່າການລົງທຶນຢູ່ໃນຂົງເຂດ ເອເຊຍ ເວລານີ້ ແມ່ນຖືກລົງ​ຫລາຍ ຍ້ອນພວກເງິນທຶນ​ ທີ່ກໍາລັງຫລັ່ງ ໄຫລ ເຂົ້າມານີ້.”

ສະພາບການດັ່ງກ່າວນີ້ ເອື້ອອໍານວຍໃຫ້ບັນດາບໍລິສັດຕ່າງໆ ສາມາດເສີມ ຂະຫຍາຍທຸລະກິດຂອງພວກເຂົາເຈົ້າ ອອກໄປ​ໄດ້ ຊຶ່ງ​ເປັນ​ການສ້າງໜ້າ ວຽກ ຫລາຍເພີ່ມຂຶ້ນ. ນອກຈາກນີ້​ແລ້ວ ກໍຍັງເຮັດໃຫ້ເງິນຕາຂອງເອເຊຍ ​ແຂງຄ່າຂຶ້ນ ສົ່ງ​ຜົນ​ໃຫ້ການນໍາເຂົ້າວັດຖຸດິບຖືກລົງ. ແຕ່ສະພາວະເງິນຕາແຂງຕົວ ເຮັດໃຫ້ສິນຄ້າສົ່ງອອກຂອງ ເອເຊຍມີລາຄາ ແພງຂື້ນ ແລະການເອົາເງິນ​ໄປຊື້ຊັບສິນຫລາຍຂື້ນ ກໍຜັກດັນໃຫ້ເງິນເຟີ້ຖີບ​ຂຶ້ນຕາມ​ກັນ​ໄປ.

ທີ່ປະເທດອິນໂດເນເຊຍ ພວກອຸບປະໂພກບໍລິໂພກພາກັນຈົ່ມວ່າກ່ຽວກັບ ລາຄາອາຫານທີ່ແພງຂື້ນນັ້ນ. ນາງ Roswati ແມ່ຄ້າຂາຍເຄຶ່ອງຕາມ ແຄມທາງກ່າວວ່າ: “ເມື່ອກ່ອນນີ້ ລາຄາໝາກເຜັດກິໂລລະ 18 ພັນ rupiah ຫລືເທົ່າກັບ 16 ພັນກີບ. ບັດນີ້​ແພງຂື້ນເປັນ 24 ພັນ rupiah ຫລືເທົ່າກັບ 24? ພັນກີບ ແລ້ວ. ລາຄານໍ້າມັນຄົວກິນ ລາຄາແປ້ງກໍ​ແພງຂື້ນ. ສິນຄ້າຫລັກ ທັງໝົດ 9 ຢ່າງນັ້ນ ກໍມີລາຄາສູງຂື້ນໝົດ.”

ຄວາມເປັນຫ່ວງອີກຢ່າງນຶ່ງ ກໍຄື​ການ​ຫລັ່ງ​ໄຫລ​ໜີຂອງເງິນທຶນ. ນາຍກອບສິດ ສິນລະປາໃຊ ຫົວໜ້າໜ່ວຍຄົ້ນ ຄວ້າ ເສດຖະກິດແຫ່ງທະນາຄານ ກະສິກອນ​ໄທ ກ່າວວ່າ: “ທຸກໆຄົນກໍຢາກຈະເຫັນເງິນຫລັ່ງໄຫລເຂົ້າ ປະເທດເຮົາແຕ່ມັນແມ່ນເງິນປະເພດໃດ? ເປັນເງິນວາງໃນລະຍະສັ້ນບໍ່? ຫລື​ວ່າມັນຈະຢູ່ໃນປະເທດ ລະຍະຍາວ ຫລືວ່າແນວໃດກັນແທ້?”

ເວລາພວກນັກລົງທຶນຟ້າວຖອນເງິນ ອອກຈາກຕະຫລາດເອເຊຍ ໂດຍ ສະເພາະຈາກປະເທດໄທ ອິນໂດເນເຊຍ ແລະເກົາຫລີໃຕ້ ຕອນ​ເກີດ​ວິ​ກິດ​ການ​ເສດຖະກິດ ເມື່ອປີ 1997 ນັ້ນ ມັນພາໃຫ້ເງິນຕາ​ຂອງ​ພວກ​ປະ​ເທດ​ເຫລົ່າ​ນັ້ນ ຕົກຮວບລົງ ແລະບັນດາບໍລິສັດ ຕ່າງໆລົ້ມລະລາຍ ສ້າງຄວາມ ເສຍຫາຍໃຫ້ແກ່ການເສດຖະກິດຢ່າງມະຫາສານ ຊຶ່ງນັກວິ​ເຄາະ Siwage Dharma Negara ກ່າວວ່າ“ພວກເຮົາບໍ່ຢາກໃຫ້ສະພາວະ ແບບນີ້ເກີດ ຊໍ້າຂື້ນມາອີກ”

ທ່ານ Siwage Dharma Negara ນັກວິ​ເຄາະເສດຖະກິດແຫ່ງສະຖາບັນ ວິດທະຍາສາດອິນໂດເນເຊຍ ເປັນຫ່ວງວ່າ ເງິນທີ່ກໍາລັງຫລັ່ງໄຫລເຂົ້າ ໄປໃນອິນໂດເນເຊຍໃນເວລານີ້ ຈະເປັນ​ເງິນ​ທີ່​ເກັງ​ກໍາ​ໄລ​ເທົ່າ​ນັ້ນ ບໍ່​ແມານ​ເງິນ​ລົງທຶນ​ລະຍະ​ຍາວ ຊຶ່ງທ່ານກ່າວຕໍ່ໄປວ່າ: “ຖ້າຫາກພວກເຮົາຈະເບິ່ງ ຂໍ້ມູນດ້ານການເງິນກັນແລ້ວ ເງິນທືນທີ່ຫລັ່ງໄຫລ​ເຂົ້າ​ມານັ້ນ ​ໂດຍ​ພື້ນຖານ​ແລ້ວ ແມ່ນ​ເອົາ​ໄປ​ລົງທຶນ​ໃສ່ພາກສ່ວນຫລັກຊັບ ຊຶ່ງກໍຄືຕະຫລາດຫຸ້ນ ພັນທະບັດຂອງລັດຖະບານ ແລະຂອງທະນາກາງ ແຕ່ບໍ່ກ່ຽວກັບການ ເສດຖະກິດທີ່ແທ້ຈິງເລີຍ.”

ທ່ານ Frederico Gil Sander ນັກເສດຖະສາດຄົນນຶ່ງຂອງທະນາຄານ ໂລກປະຈໍາປະເທດໄທ ກ່າວວ່າ ການປະຕິຮູບຕ່າງໆດ້ານການທະນາຄານ ທີ່ໄດ້ເຮັດຂື້ນຫລັງຈາກວິກິດການການເງິນໃນຄັ້ງປີ 1997 ນັ້ນ ປາກົດວ່າ ໄດ້ເຮັດໃຫ້ຂົງເຂດເອເຊຍສາມາດຜ່ານ​ຜ່າ ​ແລະ​ຕ້ານທານກັບສະພາວະ ການປ່ຽນແປງຢ່າງວ່ອງໄວນັ້ນ ໄດ້ດີກວ່າເກົ່າ. ຊຶ່ງທ່ານ Gil Sander ກ່າວຕື່ມວ່າ “ໃນດ້ານຂອງການເງິນແລ້ວນັ້ນ ພວກປະເທດເສດຖະກິດ ໃນຂົງເຂດເອ ເຊຍຕາເວັນອອກທັງຫລາຍ ແມ່ນໄດ້ຖອດຖອນບົດຮຽນ ຢ່າງຫລວງຫລາຍ ຈາກວິກິດການຄັ້ງປີ 1997-1998 ນັ້ນ.”

ການເຕີບໂຕທາງເສດຖະກິດໃນຂົງເຂດເອເຊຍຄາດວ່າ ຈະຊັກຊ້າລົງ ​ໃນ​ອັດຕາພໍ​ປານກາງ ໃນປີ 2011 ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ພວກນັກວິ​ເຄາະ​ການ ເງິນກ່າວວ່າ ຂົງເຂດເອເຊຍກໍຍັງຈະຄົງເປັນແຫລ່ງທີ່ດຶງດູດໃຈພວກນັກລົງ ທຶນນັ້ນຢູ່.

XS
SM
MD
LG