ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະດູບານໃໝ່ຂອງອາຫຣັບ ໄດ້ສົ່ງຜົນໃຫ້ ພວກຜູ້ນໍາຜະເດັດການ ຕົກຈາກອໍານາດ ໄປຕາມໆກັນ (ເບິ່ງວີດີໂອ)


ຜູ້ຕ່າງໜ້າສະຫະພາບຢູໂຣບ ຖ່າຍຮູບກັບແມ່ຂອງນາຍ Mohamed Bouazizi ພໍ່ຄ້າຂາຍໝາກໄມ້ແຄມທາງ ຊາວຕູນີເຊຍ ອາຍຸ 26 ປີ ທີ່ຈູດເຜົາຕົນເອງຈົນເຖິງແກ່ຊີວິດ ເມືອວັນທີ່ 17 ເດືອນທັນວາ ປີ 2010 ປະທ້ວງຄວາມໂຫດຮ້າຍກົດຂີ່ບີບບີ້ປະຊາຊົນ ຂອງລັດຖະ
ບານ ອັນເປັນຕົ້ນເຫດຂອງການລຸກຮືຂຶ້ນເພື່ອ ໂ
ຜູ້ຕ່າງໜ້າສະຫະພາບຢູໂຣບ ຖ່າຍຮູບກັບແມ່ຂອງນາຍ Mohamed Bouazizi ພໍ່ຄ້າຂາຍໝາກໄມ້ແຄມທາງ ຊາວຕູນີເຊຍ ອາຍຸ 26 ປີ ທີ່ຈູດເຜົາຕົນເອງຈົນເຖິງແກ່ຊີວິດ ເມືອວັນທີ່ 17 ເດືອນທັນວາ ປີ 2010 ປະທ້ວງຄວາມໂຫດຮ້າຍກົດຂີ່ບີບບີ້ປະຊາຊົນ ຂອງລັດຖະ ບານ ອັນເປັນຕົ້ນເຫດຂອງການລຸກຮືຂຶ້ນເພື່ອ ໂ

ຄື້ນ​ຟອງ​ຂອງ​ການ​ລຸ​ກຮືຂຶ້ນຂອງ​ມະຫາຊົນທີ່​​ໄດ້ລຸກລາມ​ໄປ​ທົ່ວ​ໂລກ​ອາຫຣັບນັ້ນ ​ແມ່ນເກີດ ຂຶ້ນຢ່າງ​ບໍ່​ຄາດ​ຝັນ ​ເທົ່າ​ໆກັບ​ທີ່​ສົ່ງຜົນ​ກະທົບ​ທີ່​ຕໍ່​ເນື່ອງ​ກັນຢ່າງ​ບໍ່​ຄາດ​ຄິດ. ຄືຫລາຍໆ​ຜູ້​ນໍາ ທີ່ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ຖືກ​ໂຄ່ນ​ລົ້ມ ຄົນອື່ນໆ​ອີກ​ກໍ​ກໍາລັງ​ຢູ່​ໃນ​ສະພາບ​ທີ່​​ໃກ້ຈະຕົກ​ຈາກ​ອໍານາດ ​ແລະ​ຂົງ​ເຂດ​ອາຫຣັບ​ໄດ້ຖືກ​ປ່ຽນແປງ​ໄປ​ຕະຫລອດ​ການ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Elizabeth Arrott ຍ້ອນ​ຄືນເບິ່ງ​ເຫດການ​ທີ່​ເກີດ​ຂຶ້ນຂອງ​ປີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ. ຊຶ່ງ ກິ່ງ​ສະຫວັນ ປະຖໍາມະ​ວົງ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

ເຫດການ Arab Spring ຫລື ລະ​ດູ​ບານ​ໃໝ່ຂອງອາຫຣັບ ເລິ່ມຕົ້ນດ້ວຍ​ການ​ເສຍຊີວິດ
ຂອງ​ຊາຍ​ໜຸ່ມນຶ່ງ: ຄື ​ໃນ​ຕົ້ນເດືອນມັງກອນ​ປີ 2011 ພວກ​ປະ​ທ້ວງ​ພາກັນ​ຫລັ່ງ​ໄຫລ​ລົງ
ສູ່​ຖະໜົນ​ຫົນທາງ​ໃນ​ປະ​ເທດ​ຕູ​ນີ​ເຊຍ ​ເພື່ອ​ສະ​ແດງຄວາມເປັນ​ເອກ​ກະພາບ ກັບພໍ່ຄ້າ​ໜຸ່ມ​
ຂາຍ​ໝາກ​ໄມ້​ແຄມ​ທາງ ທີ່ໄດ້​ຈູດ​ເຜົາ​ຕົນ​ເອງ​ຕາຍ​ ຍ້ອນສິ້ນ​ຫວັງ​ໃນ​ຊີວິດ​ຂອງ​ລາວ​ພາຍ​
ໃຕ້​ລະບອບ ທີ່​ໂຫດຮ້າຍ​ທາຣຸນ ທີ່ີບໍ່​ຍອມ​ໃຫ້​ລາວ​ຫາ​ລ້ຽງ​ຊີບ​ໂດຍ​ການ​ຂາບ​ໝາກ​ໄມ້​ຢູ່
ແຄມ​ທາງ​ໃນ​ນະຄອນຫລວງ​ຕູ​ນິສນັ້ນ​.

ມັນ​ເປັນ​ການ​ຕາຍ​ຂອງ​ຄົນ​ໆ​ນຶ່ງ ທີ່​ໄດ້​ມອບ​ຊີວິດ​ໃຫ້​ແກ່​ການ​ເຄຶ່ອນ​ໄຫວ​ບັ້ນນຶ່ງ​ ເພື່ອ​
ປ່ຽນ​ແປງ​ແນວທາງ​ຂອງ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ​ເໜືອ.

ເປັນ​ເວລາ​ຫລາຍ​ສິບ​ປີ ທີ່​ຊີວິດທາງ​ການ​ເມືອງ​ໃນ​ຂົງ​ເຂດດັ່ງກ່າວ​ຕົກຢູ່​ໃນ​ສະພາບບໍ່​ມີ​ການ
ປ່ຽນ​ແປງ ກ້າວໜ້າ​ແນວ​ໃດ​ເລີຍ. ຫລາຍ​ໆປະ​ເທດ​ທີ່​ເປັນ ສາທາລະນະລັດ​ແຕ່​ໃນ​ນາມນັ້ນ
ແທ້​ໆ​ແລ້ວກໍ​ຄື​ອານາຈັກ​ຂອງຜູ້​ມີ​ຖານະ​ລໍ້າ​ລວຍ ​ບໍ່ເທົ່າ​ໃດ​ຄົນ ທີ່​ມີ​ຄວາມ​ປາດ​ຖະໜາແບບ​
ເຊື້ອ​ກະສັດ​ທີ່​ຢາກ​ເຫັນ ພວກ​ລູກ​ຊາຍ​ຂອງ​ຕົນ​ ສືບ​ທອດ​ທຸລະ​ກິດ​ປົກຄອງລັດ​ສືບ​ຕໍ່​ໄປ
ຊຶ່ງ​ເບິ່ງ​ຄື​ວ່າ​ຈະບໍ່​ມີ​ຫຍັງພາ​ໃຫ້ມີ​ການປ່ຽນ​ແປງເກີດເລີຍ ຈົນ​ກະ​ທັງ​ມັນເກີດ​ຂຶ້ນ.

ການ​ປະຕິວັດ​ຕໍ່ຕ້ານ​ພວກ​ຜະ​ເດັດ​ການ ທີ່​ໄດ້​ລຸກ​ຂຶ້ນເປັນ​ໄຟ​ອ່ອນໆ​ມາ​ເປັນ​ເວລາ​ຫລາຍ​ປີ
ໄດ້​ຟົດ​ເດືອດ​ຂຶ້ນ​ເຖິງ​ຈຸດແຕກ​ສະບັ້ນ. ສໍາລັບຫລາຍໆ​ຄົນ​ແລ້ວ ​ແມ່ນບໍ່​ມີ​ທາງ​ທີ່​ຈະ​ຄືນ​ໄປ​ສູ່
ສະພາບ​ເກົ່າ​ໄດ້ອີກ​ແລ້ວ. ນາງ Heba Morayef ຈາກ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human
Rights Watch ກ່າວ​ວ່າ:

“ນຶ່ງ​ໃນ​ຫລາຍ​ເຫດການ ​ທີ່ພວກ​ເຮົາ​ເຫັນ​ໃນ​ຫລາຍໆ​ປະ​ເທດໃນ​ລະດູບານໃໝ່​
ຂອງ​ອາຫຣັບ ທໍາ​ອິດ​ນັ້ນ​ແມ່ນ​ຢູ່​ໃນ​ປະ​ເທດ​ຕູ​ນີ​ເຊຍ ຕໍ່​ມາ​ກໍ​ຢູ່​ໃນ​ປະ ​ເທດ​ອີ​ຈິບ
ລາມ​ໄປ​ເຖິງ​ລີ​ເບຍ ​ແລະ​ຊີ​ເຣຍ ກໍ​ແມ່ນພາບ​ເຫດການ​ເຫລົ່ານີ້​ຄື​ພວກ​ປະ​ທ້ວງ
ຊຶ່ງ​ປົກກະຕິ​ແລ້ວມີແຕ່​ພວກ​ຊາຍ​ໜຸ່ມຜູ້​ເຕັມ​ໃຈທີ່ຈະ​ສະຫລະ ​ຊີບເພື່ອ​ອຸດົມ​ການ​
ແຫ່ງ​ເສລີພາບ ​ເພື່ອ​ຄວາມ​ເຊື່ອ​ໃນ​ສິດທິທີ່ປະ​ເຊີນ​ໜ້າ​ກັບ​ພວກ​ເຈົ້າໜ້າ​ທີ່​ຮັກສາ​
ຄວາມປອດ​ໄພ​ທີ່​ຖື​ປືນ ຢູ່​ໃນ​ຫົວ​ເມືອງນຶ່ງ ​ລາມຕໍ່ ໄປ​ຍັງຫົວ​ເມືອງ​ອື່ນໆ. ​ແລ​ະ
ຄວາມ​ພິລາດ​ອາດ​ຫານ​ໃໝ່​ໃນ​ການ​ລຸກ​ຮື​ຂຶ້ນມາ​ຕໍ່ຕ້ານ​ການ​ກົດ​ຂີ່ ​ທີ່​ພວກ​ເຮົາ​
ໄດ້​ພົບ​ເຫັນນັ້ນ ​ແທ້ໆ​ແລ້ວ​ກໍ​ຄືເຊື້ອ​ໄຟທີ່​ຫລໍ່ລ້ຽງ​ລະດູບານ​ໃໝ່​ຂອງອາຫຣັບ
ນັ້ນ​ເອງ.”

ພວກ​ປະ​ທ້ວງ​ໄດ້​ຮຽນ​ຮູ້​ຈາກ​ກັນ​ເອງ ເພາະວ່າໂດຍ​ສ່ວນ​ໃຫຍ່​ແລ້ວພວກ​ເຂົາ​ເຈົ້າ​ແມ່ນລຸກ
ຮື​ຂຶ້ນມາ​ຕໍ່ສູ້​ຕ້ານ​ເລຶ່ອງດຽວ​ກັນ. ​ທໍາ​ມະ​ຊາດ​ທາດ​ແທ້ຂອງ ພວກ​ຜູ້ນໍາ​ທີ່​ກົດ​ຂີ່​ປາບ​ປາມທີ່
ສຸດ​ໄດ້​ກາຍ​ມາເປັນ​ສິ່ງ​ທີ່ທັບ​ມ້າງທໍາລາຍ​ພວກ​ເຂົາ​ໃຫ້​ພັງ​ລົງ​ໄປ​ຕາມໆ​ກັນ. ທ່ານ Said
Sadek ແຫ່ງມະຫາ​ວິທະຍາ​ໄລອາ​ເມຣິກັນ ທີ່​ໄຄ​ໂຣ ກ່າວ​ວ່າ:

“ພວກ​ລັດຖະບານ​ຜະ​ເດັດ​ການ​ທັງ​ໝົດ​ນີ້ມີລະບົບ​ດຽວ​ກັນ​ທຸກ​ຢ່າງ ບໍ່​ວ່​າຈະ
ແມ່ນ​ດ້ານ​ທະຫານ ການ​ສືບ​ລັບ ​ແລະ​ຕໍາຫລວດ ດັ່ງ​ດຽວ​ກັນ​ກັບຢູ່​ໃນປະ​ເທດ​
ຕູ​ນີ​ເຊຍ ອີ​ຈິບ ​ເຢ​ເມັນຊີ​ເຣຍ ລີ​ເບຍ ​ແມ່ນ​ລະ​ບົບດຽວ​ກັນ​ໝົດ ​ແລະໃນ​ທີ່​ສຸດ
ໃຜ​ກໍ​ຮູ້​ວ່າ​ອັນ​ໃດ​ເປັນອັນ​ໃດ ຄື​ເມື່ອໃດ​ບາງ​ສິ່ງ​ບາງ​ຢ່າງ​ກະທົບ​ໂດ​ມິ​ໂນ​ແລ້ວ
ໂດ​ມິ​ໂນ​ທັງ​ໝົດ​ກໍ​ຖື​ກະທົບ​ລົ້ມ​ລະລາຍໄປ​ຕາມໆກັນ."

ການ​ລຸກຮື​ຂຶ້ນຫລາຍ​ບັ້ນ​ຜ່ານ​ມາ​ນັ້ນ ບໍ່​ແມ່ນ​ວ່າ​ຈະ​ປ່ຽນແປງ​ແຕ່​ພວກ​ປົກຄອງ​ພວກ​ປະ​
ເທດ​ເຫລົ່າ​ນີ້​ເທົ່າ​ນັ້ນ ​ແຕ່​ຍັງ​ແມ່ນ​ຕໍ່​ພວກ​ປະ​ເທດ​ພັນທະ​ມິດ​ທີ່​ບໍ່​ໝັ້ນຄົງ​ມາ​ເປັນເວລາ​ຍາວ
ນານ​ນັ້ນ​ນໍາ.

“ມັນ​ຖືກ​ນໍາ​ມາ​ຊຶ່ງຄວາມ​ຮູ້ສຶກ​ທີ່​ແບບ​ວ່າ​ບໍ່​ຄາດ​ຄິດກ່ຽວ​ກັບ​ຂົງ​ເຂົດ​ຕາ​ເວັນ
ອອກ​ກາງ ທີ່​ເບິ່ງ​ຄື​ວ່າ​ເປັນ​ຂົງ​ເຂດ​ທີ່​ມີ​ຄວາມ​ໝັ້ນຄົງ​ເປັນ​ປຶກ​ແຜ່ນ​ດີ. ​ໃນ​
ຫລາຍໆ​ກໍ​ລະ​ນີ​ແລ້ວພວກຜູ້​ນໍາ​ຜະ​ເດັດ​ການ​ທັງຫລາຍ​ມັກຈະ​ໂອນ​ອໍານາດ
ຂອງ​ຕົນ​ໃຫ້​ແກ່​ພວກ​ລູກໆ​ຂອງ​ເຂົາ​ເຈົ້າ ​ແລະ​ບ່ອນ​ທີ່​ປະຊາ​ຄົມນາ​ນາ​ຊາດ
ທີ່​ພໍ​ຈະອາ​ໃສ​ກາງ​ຕໍ່​ມີ​ພວກ​ປະ​ເທດ​ເພື່ອນມິດ​ສະ​ເພາະ​ໃດ​ນຶ່ງໃນ​ຂົງ​ເຂດ​ທີ່​ຮັບ
ປະ​ກັນ​ສະຖຽນ​ລະພາບ​ຂອງ​ປະ​ເທດ ຊຶ່ງ​ຂ້າພະ​ເຈົ້າ​ຄິດ​ວ່າຄວາມ​ເຂົ້າ​ໃຈກ່ຽວ
ກັບ​ຂົງ​ເຂດຕາ​ເວັນ​ອອກ​ກາງ​ນັ້ນ​ແມ່ນແຕກ​ສະບັ້ນ​ລົງ​ໄປ​ແລ້ວ."

ການ​ຕັດສິນ​ໃດໆ​ຍັງ​ບໍ່​ມີ​ເທື່ອ​ໃນ​ເວລາ​ນີ້ ວ່າ​ພວກ​ປະ​ທ້ວງ​ຈະ​ນໍາເອົາ​ຄວາມ ຫວັງ​ແຫ່ງ​
ການ​ປ່ຽນ​ແປງ​ນີ້​ໄປ​ສູ່​ລັດຖະບານ​ທີ່​ມີ​ຜູ້​ແທນຫລື​ຜູ້​ຕ່າງ​ໜ້າ​ປະຊາ ຊົນໄດ້​ຫລື​ບໍ່. ບາງ
ຄົນ​ມອງ​ເຫັນ​ວ່າການ​ໂຜ່​ໂຕ​ຂຶ້ນມາ​ຂອງ​ພັກ​ອີສລາມ​ໃນ​ຕູ​ນີ​ເຊຍ​ແລະ​ອີ​ຈິບ​ນັ້ນ ຖື​ວ່າ​ເ​ປັນ
ສິ່ງ​ຂົ່ມຂູ່​ຕໍ່​ການ​ຫັນປ່ຽນໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ໄດ້.

ແລະ​ສໍາລັບ​ພວກ​ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ​ຕາ​ເວັນ​ອອກກາງນັ້ນ ການ​ດິ້ນຮົນ​ແມ່ນຈະ​ມີ​
ສືບ​ຕໍ່​ໄປ​.

ແຕ່​ສິ່ງ​ນຶ່ງ​ທີ່​ແນ່ນອນ​ທີ່​ສຸດ ກໍ​ຄືພວກ​ຊາວ​ໜຸ່ມ​ທີ່​ບໍ່​ຢ້ານ​ກົວ​ສິ່ງ​ໃດໆເຫລົ່າ​ນີ້ ​ໄດ້ກາຍ​ເປັນ​ຜູ້​
ມີ​ສິດ​ເລືອກ​ຕັ້ງ​ກຸ່ມ​ນຶ່ງ ທີ່​ພວກ​ຜູ້​ນໍາ​ໜ້າ​ໃໝ່​ຊາດ​ຫຣັບໃຜ​ກໍ​ຕາມຈະ​ຕ້ອງ​ຈັດການກັບສິ່ງ​ນີ້
ນັບຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ.

ເບິ່ງວີດິໂອກ່ຽວກັບການລຸກຮືຂຶ້ນລະດູບານໃໝ່ຂອງອາຫຣັບ ເປັນພາສາອັງກິດ

XS
SM
MD
LG