ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກຊາຍ ອາຍຸ 14 ປີ ຊະນະ ການແຂ່ງຂັນ ຟ້ອງພະຍັນຊະນະ Spelling Bee

ທ້າວ ຄາທິກ ເນັມມານີ, 14 ປີ, ຈາກລັດ ແມັກຄິນນີ, ລັດ ເທັກຊັສ, ຍິ້ມໃນຂະນະທີ່ລາວ ໄດ້ຊະນະການແຂ່ງຂັນ ຟ້ອງພະຍັນຊະນະ Scripps National Spelling Bee ໃນເມືອງ ອັອກຊັອນ ຮິລ (Oxon Hill), ລັດ ແມຣີແລນ. 31 ພຶດສະພາ, 2018.

ເດັກຊາຍອາຍຸ 14 ປີໄດ້ຊະນະການແຂ່ງຂັນຟ້ອງພະຍັນຊະນະແຫ່ງຊາດ ເຊິ່ງມີຊື່ວ່າ
Scripps National Spelling Bee.

ທ້າວ ຄາທິກ ເນັມມານີ ຈາກເມືອງ ແມັກຄິນນີ, ລັດ ເທັກຊັສ ໄດ້ກ່າວວ່າ “ມັນແມ່ນສິ່ງ
ທີ່ຂ້າພະເຈົ້າໄດ້ໄຝ່ຝັນມາຫຼາຍປີແລ້ວ,” ຫຼັງຈາກໄດ້ຊະນະການແຂ່ງຂັນ ທີີ່ມີອາຍຸ 93
ປີເມື່ອວັນພະຫັດວານນີ້ ເຊິ່ງໄດ້ທຳການຖ່າຍທອດສົດທາງໂທລະພາບ ESPN. ລາວ
ໄດ້ກ່າວເພີ່ມເຕີ່ມວ່າ “ຂ້າພະເຈົ້າມີຄວາມໝັ້ນໃຈ.”

ເດັກຊາຍຄົນດັ່ງກ່າວແມ່ນຜູ້ຊະນະເລີດ ຫຼື ຜູ້ຊະນະເລີດຮ່ວມ ທີ່ມີເຊື້ອສາຍຈາກເຂດ
ເອເຊຍໃຕ້ ຄົນທີ 14 ລຽນຕິດ ທີ່ໄດ້ຊະນະການແຂ່ງຂັນຟ້ອງພະຍັນຊະນະ Spelling
Bee.

ລາວໄດ້ຊະນະການແຂ່ງຂັນ ຫຼັງຈາກໄດ້ຟ້ອງຄຳວ່າ “Koinonia” ຢ່າງຖືກຕ້ອງ ເຊິ່ງ
ໝາຍເຖິງການເຊື່ອໂດຍສ່ວນຕົວໃນທາງສາສະໜາ ແລະ ການມີສ່ວນຮ່ວມແບ່ງປັນ
ໃນຄວາມມຸ່ງໝັ້ນທາງສາສະໜາໂດຍທົ່ວໄປ ແລະ ປະຊາຄົມທາງສາສະໜາ.

ນາງ ເນຊາ ໂມດີ, 12 ປີ, ຈາກເມືອງ ຟຣິສໂຄ, ລັດ ເທັກຊັສ, ພິມຄຳເວົ້າຂອງລາວໃນອາກາດ ໃນເວລາທີ່ລາວຟ້ອງພະຍັນຊະນະຢ່າງຖືກຕ້ອງ ໃນລະຫວ່າງຮອບຊິງຊະນະເລີດຂອງການແຂ່ງຂັນ Scripps National Spelling Bee, ເມືອງ ອັອກຊັອນ ຮິລ, ລັດ ແມຣີແລນ. 31 ພຶດສະພາ, 2018.

ຜູ້ເຂົ້າຮອບ 16 ຄົນສຸດທ້າຍ ຂອງການແຂ່ງຂັນ Spelling Bee ໄດ້ ຂຶ້ນເວທີແຂ່ງຂັນ
ທີ່ບ້ານພັກຕາກອາກາດແລະສູນການປະຊຸມແຫ່ງຊາດ ເກຫຼອດ “Gaylord” ໃນລັດ
ແມຣີແລນ ໃນຕອນຄໍ່າຂອງວັນພະຫັດວານນີ້, ສຳລັບຄຳສັບຂອງການຟ້ອງພະຍັນ
ຊະນະນັ້ນ ລວມມີຄຳວ່າ “Praxitelean, ispaghul ແລະ Bewusstseinslage.”

ການແຂ່ງຂັນໃນປີນີ້ ມີຜູ້ເຂົ້າຮ່ວມຫຼາຍເຖິງ 515 ຄົນ, ປະມານສອງເທົ່າຂອງຈຳນວນ
ຜູ້ແຂ່ງຂັນຈາກປີກາຍນີ້.

ທ້າວ ເນັມມານີ ຈະໄດ້ຮັບເງິນສົດຫຼາຍກວ່າ 42,000 ໂດລາ ແລະ ລາງວັນຕ່າງໆອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Spelling Bee
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG