ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ຄາດວ່າ ແຜນການທ່ານໂອບາມາ ຈະໄດ້ຮັບການຄັດຄ້ານຕື່ມຂຶ້ນ ຢູ່ໃນລັດຖະສະພາ


ທຳນຽບຂາວ ທີ່ກຸງວໍຊິງຕັນ (4 ມັງກອນ 2010)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສ້າງຄວາມກ້າວໜ້າ ຢ່າງໃຫຍ່ຫຼວງ ກ່ຽວກັບແຜນການທີ່ທະເຍີທະຍານຂອງທ່ານ ໃນປີ 2010 ນັ້ນ. ແຕ່ດັ່ງທີ່ຜູ້ສື່ຂ່າວ VOA ນາຍ Kent Klein ລາຍງານມາຈາກທຳນຽບຂາວກໍ​ແມ່ນ​ວ່າ ພັກຣີພັບບລີກັນ ທີ່ມີສະມາ ຊິກຫລາຍ​ກ່ວາ​ເກົ່າແລະເຂັ້ມແຂງກວ່າເກົ່າ ຢູ່ໃນລັດຖະສະພາສະຫະລັດຈະທຳການຂັດ ຂວາງໜັກຂຶ້ນຕໍ່ແຜນການຂອງ ທ່ານໃນ ປີ 2011 ນີ້

ປະທານາທິບໍດີໂອບາມາໄດ້ຮັບໄຊຊະນະທາງດ້ານນິຕິບັນຢັດຈຳນວນນຶ່ງ ໃນປີ 2010.

ທ່ານໄດ້ລົງນາມໃຫ້ເປັນກົດໝາຍ ລະບຽບການທີ່ເຄັ່ງຄັດກວ່າເກົ່າວ່າດ້ວຍ ສະຖາບັນ
ການເງິນຂອງສະຫະລັດ, ການຮັກສາຄວາມປອດໄພ ທີ່ເຂັ້ມແຂງກວ່າເກົ່າ ຢູ່ຕາມບໍລິ
ເວນຊາຍແດນທີ່ຕິດກັບປະເທດເມັກຊິໂກແລະນຶ່ງໃນບັນດາບູລິມມະສິດທີ່ສຳຄັນສຸດປະ
ຈຳປີຂອງທ່ານນັ້ນ ກໍຄືການປະຕິຮູບໃນຂອບເຂດທີ່ກວ້າງຂວາງກ່ຽວກັບການທີ່ຊາວ
ອະເມຣິກັນໃຊ້ຈ່າຍສຳລັບການປິ່ນປົວສຸກຂະພາບ.

ແຕ່ໃນຂະນະທີ່ເສດຖະກິດຂອງປະເທດ ຍັງບໍ່ມີການຈະເລີນເຕີບໂຕນັ້ນຫາງສຽງຂອງ ປະຊາຊົນກ່ຽວກັບການເຮັດວຽກຂອງປະທານາທິບໍດີ ກໍບໍ່ດີຂຶ້ນຄືກັນ.

ແລະໃນເດືອນພະຈິກຜ່ານມາ ບັນດາຜູ້ມີສິດປ່ອນບັດໄດ້ເລືອກເອົາພັກຣີພັບບລີກັນ
ຊຶ່ງເປັນພັກຝ່າຍຄ້ານເຂົ້າໄປຄວບຄຸມສະພາຕໍ່າຂອງສະຫະລັດ ແລະໄດ້ສົ່ງຄຳເຕືອນ
ໄປຍັງປະທານາທິບໍດີໂອບາມາ ຊຶ່ງທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

"ຫລັງຈາກອັນທີ່ຂ້າພະເຈົ້າແນ່​ໃຈ​ວ່າ ເປັນຄໍ່າຄືນທີ່ຍາວນານສໍາລັບພວກ
ທ່ານຫລາຍໆຄົນ ແລະບໍ່ຈໍາ​ເປັນ​ຕ້ອງເວົ້າກະ​ໄດ້ວ່າ ສໍາລັບຂ້າພະເຈົ້າ
ເອງນໍາ​ແລ້ວ ຂ້າພະເຈົ້າຂໍບອກພວກທ່ານໄດ້​ເລີຍວ່າຄືນເລືອກຕັ້ງບາງຄືນ ​ແມ່ນມ່ວນຫລາຍກວ່າຄືນອື່ນໆ ບາງຄືນກໍເບີກບານມີຊີວິດຊີວາ ແຕ່ບາງ
ຄືນກໍພາ​ໃຫ້ຮູ້ສຶກ​ຕໍ່າ​ຕ້ອຍ ແລະ​ອ່ອນ​ໃຈ."


ສືບເນື່ອງຈາກການທີ່ພັກຣີພັບບລີກັນ ໄດ້ຮັບໄຊຊະນະຢ່າງໃຫຍ່ ຢູ່ໃນສະພາຕໍ່າ
ຂອງສະຫະລັດນັ້ນ ພວກນັກຊ່ຽວຊານຫຼາຍໆທ່ານໄດ້ເຫັນພ້ອງຕ້ອງກັນວ່າປະ
ທານາທິບໍດີຈະໄດ້ຮັບຄວາມຍຸ່ງຍາກຫຼາຍຂຶ້ນ ໃນການຮັບຮອງເອົາ ຮ່າງກົດໝາຍ
ຕ່າງໆ ໃນປີ 2011.

ທ່ານ Mark Penn ນັກຍຸດທະສາດຂອງພັກເດໂມແຄຣັທກ່າວວ່າ ທ່ານໂອບາມາ ຈຳເປັນຈະຕ້ອງໄດ້ຮັບຄວາມຊ່ອຍເຫຼືອ ຈາກພັກຣີພັບບລີກັນ ໃນການຮັບຜ່ານ
ຮ່າງກົດໝາຍຕ່າງໆ. ລາວ​ເວົ້າວ່າ ໃນເມື່ອວ່າເວລານີ້ ພັກຣີພັບບລີກັນຄວບຄຸມ
ສະພາຕໍ່າສະຫະລັດກໍບໍ່ມີຫຍັງທີ່ຈະຜ່ານສະພາຕໍ່າສະຫະລັດນອກຈາກວ່າຈະໄດ້
ຮັບການສະໜັບສະໜຸນ ຈາກທັງສອງພັກການ​ເມືອງ ຈຶ່ງເປັນການຄໍ້າປະກັນໃນ
ການຮັບຜ່ານ.

ທ່ານ Penn ກ່າວຕື່ມວ່າ ນີ້ແມ່ນຊ່ວງເວລາທີ່ຫຼໍ່ແຫຼມສຳຄັນ ໃນການດຳລົງຕຳ
ແໜ່ງປະທານາທິບໍດີ ຂອງທ່ານໂອບາມາ.

// ສຽງ //

ທ່ານ Penn ເວົ້າວ່າ ຄຳຖາມສຳຄັນທີ່ປະຊາຊົນຢາກຮູ້ຈັກກໍຄືພວກເຮົາຈະມີໄລ
ຍະ 2 ປີ ທີ່ຕົກຢູ່ໃນສະພາບ ຂັດແຍ້ງບໍ່ໄປບໍ່ມາ ຫລືພວກເຮົາຈະມີໄລຍະ 2 ປີ
ແຫ່ງຄວາມສຳເລັດຂອງການຮ່ວມມືລະຫວ່າງທັງສອງພັກການເມືອງ?

ພັກເດໂມແຄຣັທ ແລະພັກຣີພັບບລີກັນ ມີຄວາມເຫັນແຕກຕ່າງກັນ ໃນການຕີ
ຄວາມໝາຍຜົນຂອງການເລືອກຕັ້ງ ໃນເດືອນພະຈິກທ້າຍປີກາຍ. ປະທານາທ
ບໍດີໂອບາມາກ່າວວ່າມັນເປັນການຮຽກຮ້ອງໃຫ້ທັງສອງພັກການເມືອງດຳເນີນ
ງານຮ່ວມກັນ. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

"ຊາວອະເມຣິກັນບໍ່ໄດ້ປ່ອນບັດ​ເອົາ​ສະພາບ​ການ​ທີ່​ຄ້າງ​ຄາ​ກັນ ບໍ່​ໄປ​
ບໍ່​ມາ​ໃສ. ພວກເຂົາເຈົ້າບໍ່ໄດ້ປ່ອນບັດ​ເອົາການແຍກພັກ ​ແບບທີ່ບໍ່ມີ​
ການຍິນຍອມຫລື​ບໍ່​ລົງ​ໃຫ້​ກັນ​ແລະ​ກັນ. ພວກເຂົາເຈົ້າຮຽກຮ້ອງ​ເອົາ
ຄວາມຮ່ວມມື ​ເອົາຄວາມກ້າວໜ້າແລະພວກເຂົາເຈົ້າຈະ​ຖື​ວ່າ ພວກ
ເຮົາທັງໝົດ ຂ້າພະເຈົ້າຂໍ​ເນ້ນ​ວ່າ ພວກເຮົາທັງໝົດ ​ເປັນ​ຜູ້ຮັບຜິດ
ຊອບ."


ແຕ່ນາງ Amy Holmes ນັກວິຈານນິຍົມແນວທາງເດີມກ່າວວ່າ ຜົນຂອງການ
ເລືອກຕັ້ງ ແມ່ນເປັນການປະຕິເສດ ຕໍ່ແຜນການຂອງທ່ານໂອບາມາ​ແລະເວົ້າວ່າ
ນີ້ແມ່ນໄຊຊະນະທີ່ໃຫຍ່ທີ່ສຸດ ນັບແຕ່ປີ 1938 ເປັນຕົ້ນມາ ແລະບັນດາຜູ້ມີສິດ
ປ່ອນບັດ​ເວົ້າວ່າ ພວກເຂົາເຈົ້າບໍ່ຕ້ອງການ ໃນສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນ
ແຜນການຂອງລັດຖະບານ ຫົວເສລີນິຍົມ ທີ່ອຽງຊ້າຍ​ແລະໃຫຍ່​ໂພດ​ນັ້ນ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ນຶ່ງໃນການຕໍ່ສູ້ທີ່ສຳຄັນໆ
ຂອງປະທານາທິບໍດີໂອບາ
ມາໃນປີ 2011 ນີ້ອາດຈະ
ແມ່ນການປົກປັກຮັກສາໄວ້
ຊຶ່ງຄວາມສຳເລັດທີ່ສຳຄັນ
ຂອງທ່ານ ທີ່ໄດ້ຮັບ ໃນປີ
2010 ນັ້ນຊຶ່ງກໍຄື​ກົດໝາຍ
ວ່າ​ດ້ວຍ​ການປະຕິຮູບກ່ຽວ
ກັບການຮັກສາສຸກຂະພາບ
ໃນຂອບເຂດທີ່ກວ້າງຂວາງ
ທີ່​ໄດ້​ມີ​ການ​ຮັບ​ຜ່ານ ໃນປີ
2010.

ບັນດາຜູ້ນຳຂອງພັກຣີພັບ
ບລີກັນໃນລັດຖະສະພາສະ
ຫະລັດ ຮວມທັງຜູ້ນຳສຽງ
ສ່ວນນ້ອຍຢູ່ໃນສະພາສູງສະຫະລັດທ່ານ Mitch McConnell ​ກ່າວວ່າ ນຶ່ງໃນ​ບັນດາ
ບູລິ​ມມະ​ສິດ​ ຂອງ​ພວກ​ທ່ານ ​ກໍ​ຄື​ທຳລາຍ​ກົດໝາຍ​ສະບັບ​ນີ້. ທ່ານ​ກ່າວກ່ຽວ​ກັບເລື່ອງ​
ນີ້ວ່າ:

"ພວກເຮົາສາມາດ ແລະກໍຄວນນໍາສະເໜີແລະອອກສຽງເພື່ອລົບ
ລ້າງໂດຍກົງໂລດຊໍ້າໄປຊໍ້າມາແຕ່ພວກເຮົາບໍ່ສາມາດ​ທີ່​ຈະ​ຄາດ​
ຫວັງ ໃຫ້ປະທານາທິບໍດີເຊັນອະນຸມັດ​ໄດ້. ດັ່ງນັ້ນ ພວກເຮົາຍັງ
ຈະຕ້ອງ​ ໄດ້​ເຮັດ​ວຽກ​ຢ່າງ​ໜັກ ຢູ່ໃນສະພາຕໍ່າເພື່ອປະຕິເສດງົບ
ປະມານຕ່າງໆ ສໍາລັບ​ຈັດ​ຕັ້ງ​ປະຕິບັດ ​ກົດໝາຍ​ສະບັບ​ນີ້ ແລະ
ໃນສະພາສູງນັ້ນ ກໍ​ລົງ​ຄະ​ແນ​ນສຽງ​ຄັດຄ້ານ ຂໍ້ກໍານົດທີ່​ບໍ່​ດີທີ່ສຸດ
ຂອງກົດໝາຍ​ນີ້."


ນອກ​ນັ້ນ​ແລ້ວ​ການ​ເພີ່ມ​ຂຶ້ນເປັນຈຳນວນ​ຫຼວງຫຼາຍຂອງ​ສະມາຊິກ​ພັກຣີ
ພັບ​ບລີ​ກັນຢູ່​ໃນ​ລັດຖະສະພາ​ສະຫະລັດ​ຍັງ​ມີ​ທ່າ​ທາງ​ວ່າ​ຈະເຮັດໃຫ້ແຜນ
ການຕ່າງໆ ຂອງ​ປະທານາ​ທິບໍດີ​ຢຸດຊະງັກ ອັນ​ມີທັງຂໍ້​ລິ​ເລີ່​ມ ກ່ຽວ​ກັບ
ການ​ປ່ຽນ​ແປງ​ຂອງດິນ​ຟ້າອາກາດ ​ແລະ​ການ​ປະຕິ​ຮູບ ​ເລື່ອງ​ຄົນ​ເຂົ້າ
ເມືອງຮວມຢູ່​ໃນ​ບັນຫາ​ເຫຼົ່ານີ້.

ທ່ານ Mark Penn ​ເວົ້າວ່າ ມີ​ຊ່ອງ​ທາງ​ຢູ່​ສຳລັບ​ປະທານາທິບໍດີໂອ​ບາ​ມາ
ທີ່​ຈະ​ສ້າງ​ຄວາມ​ກ້າວໜ້າ​ໃຫ້ແກ່​ແຜນການ​ຂອງ​ທ່ານຊຶ່ງ​ທ່ານ Penn ຄິດ
ວ່າ ປະທານາທິບໍດີຕ້ອງ​ໄດ້ດຳ​ເນີນ​ການ​ທີ່​ສຳຄັນ 2 ຢ່າງ​ຄື​ເຄື່ອນຍ້າຍ​ໄປ
ສູ່​ນະ​ໂຍບາຍ​ສາຍກາງທາງ​ການ​ເມືອງ​ ແລະ​ເພັ່ງ​ເລັ່ງ​ໃສ່​ເລື່ອງ​ເສດ​ຖະກິດ.

ທ່ານ Mark Penn ສະ​ເໜີ​ແນະ​ວ່າ ປະທານາທິບໍດີ​ຄວນ​ຈະ​ຊອກ​ຫາ
ຊ່ອງ​ທາງ ​ເພື່ອ​ໃຫ້​ມີ​ການ​ຜ່ອນ​ສັ້ນຜ່ອນ​ຍາວ​ຕັ້ງ​ແຕ່ຕອນ​ເລີ່ມຕົ້ນ​ກັບ
ສະມາຊິກ​ຂອງ​ພັກຣີພັບຣີບລີ​ກັນບາງທີ​ອາດ​ຈະ​ເປັນ​ບັນຫາ​ຕ່າງໆ​ທາ
ດ້ານ​ເສດຖະກິດ. ທ່ານ​ກ່າວວ່າ ຄຳ​ຖະແຫຼງຂອງ​ປະທານາທິບໍດີ​ໂອ​ບາ​
ມາ​ກ່ຽວ​ກັບ​ສະພາບ​ຂອງ​ປະ​ເທດ​ຊາດ ຕໍ່​ລັດຖະສະພາ ​ແລະ​ປະຊາຊົນ​
ອະ​ເມຣິກັນ ຊຶ່ງຄາດ​ວ່າ ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງກອນ ​ຫຼືຕົ້ນ​ເດືອນ​
ກຸມພາ​ນັ້ນຈະ​ເຜີຍ​ໃຫ້​ຊາບ​ວ່າ​ແຜນການ​ຂອງ​ທ່ານ​ໄດ້​ມີ​ການ​ປ່ຽນ​ແປງ​
ໜ້ອຍ​ຫຼາຍປານ​ໃດ​ ຫຼືວ່າ​ບໍ່ມີ​ການ​ປ່ຽນ​ແປງ​ເລີຍ.

ນອກ​ນັ້ນ​ແລ້ວ ນາງ Amy Holmes ນັກວິຈານນິຍົມແນວທາງເດີມ
ຍັງ​ເຊື່ອ​ວ່າ ປະ​ທາ​ນາ​ທິບໍດີຄວນ​ຈະ​ເຄື່ອນ​ໄຫວ ໄປສູ່​ນະ​ໂຍບາຍ​ສາຍ​
ກາງທາງການ​ເມືອງ​ແລະ​ເວົ້າຕື່ມ​ວ່າ ທ່ານ​ຄວນ​ຈະ​ປະຖິ້ມ​ແຜນການ​ສຳ
ລັບ​ໂຄງການຕ່າງໆທີ່​ທະ​ເຍີທະຍານ​ຫຼາຍ​ເກີນ​ໄປ​ນັ້ນ.


// ສຽງ //

ນາງ Holmes ​ເວົ້າວ່າ ລາວ​ຄິດ​ວ່າ​ໃນ​ໄລຍະ​ສອງ​ປີ​ຂ້າງໜ້ານີ້ ຖ້າ​ປະ
ທານາທິບໍດີ​ໂອ​ບາ​ມາ​ຫາກ​ເຄື່ອນ​ໄຫວ​ໄປ​ສູ່​ນະ​ໂຍບາຍ​ສາຍ​ກາງ​ທາງ
ກ​ານ​ເມືອງ​ ດັ່ງ​ທີ່​ທ່ານ Bill Clinton ​ໄດ້​ກະທຳ ແລະ​ດຳ​ເນີນ​ນະ​ໂຍ
ບາຍ​ຕ່າງໆທີ່​ມີ​ຈຸດ​ຢືນ​ຮ່ວມ​ກັນ​ກັບພັກຣີພັບ​ບລີ​ກັນທ່ານ​ຈະ​ສາມາດ​
ດຳ​ເນີນ​ການ​ກ່ຽວ​ກັບ​ເລື່ອງ​ເລັກໆນ້ອຍໆ​ໃຫ້​ສຳ​ເລັດ​ລຸ​ລ່ວງ​ໄປ​ໄດ້.

ໃນ​ດ້ານ​ນະ​ໂຍບາຍ​ຕ່າງ​ປະ​ເທດ​ນັ້ນນາງ Holmes ​ເວົ້າວ່າ ປະທານາ
ທິບໍດີຈະສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜຸນ ​ຈາກ​ພັກຣີພັບບລີ​ກັນທັງໆ
ທີ່​ຜົນ​ຂອງການ​ເລືອກຕັ້ງກາງ​ສະ​ໄໝ​ຂອງ​ສະຫະລັດບໍ່ໄດ້ເຂົ້າຂ້າງທ່ານ.


// ສຽງ //

ນາງ Holmes ​ເວົ້າວ່າປະທານາທິບໍດີ​ໂອ​ບາ​ມາ​ຍັງບໍ່​ທັນ​ປິດ​ສູນ​ຄຸມ​ຂັງ​
ທີ່​ອ່າວກວນ​ຕານາ​ໂມ​ໃນ​ປະ​ເທດ​ຄິວ​ບາ​ເທື່ອຍັງ​ສືບ​ຕໍ່ໃຊ້ກົດໝາຍ​ສ້າງ​
ຄວາມ​ສາມັກຄີ​ແລະ​ເສີມ​ຂະຫຍາຍ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອະ​ເມຣິກາ​ໃນ​
ການ​ຕິດຕາມ​ຊິ້ງຊອມເບິ່ງພວກກໍ່​ການ​ຮ້າຍ​ ທີ່​ເອີ້ນວ່າ Patriot Act
ນັ້ນທ່ານ​ຍັງ​ສືບ​ຕໍ່​ໂຈມ​ຕີ​ພວກ​ກໍ່​ການ​ຮ້າຍ​ໂດ​ຍເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ແລະ
ທ່ານ​ມີລັດຖະມົນຕີ​ປ້ອງ​ກັນ​ທີ່​ຮັບ​ໜ້າ​ທີ່​ມາ​ແຕ່​ສະ​ໄໝປະ​ທາ​ນາ​ທິບໍດີ
George W Bush ຄື​ທ່ານ Robert Gates ດ້ວຍ​ເຫດ​ນີ້ນາງ​ຈຶ່ງ​ຄິດ
ວ່າ ມັນ​ເປັນ​ຂົງ​ເຂດ​ວຽກ​ງາ​ນທີ່​ປະທານາທິບໍດີ​ໂອ​ບາ​ມາ​ ແລະ​ພັກຣີ-
ພັບ​ບລີ​ກັນ ຈະ​ສາມາດ​ດຳ​ເນີນ​ຮ່ວມ​ກັນໄດ້​ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​
ຄວາມ​ປຸ້ມລຸມ​ສາມັກຄີກັນ​ໃນ​ດ້ານ​ນີ້.

ນຶ່ງ​ໃນ​ບູລິ​ມມະ​ສິດ​ທີ່​ຈະ​ບໍ່​ມີ​ການ​ປະກາດ​ໃຫ້​ຮູ້​ຢ່າງ​ເປັນ​ການ​ເປີດ​ເຜີຍ
ໂດຍ​ທຳນຽບຂາວ​ກໍ​ຄື ​ການ​ເລີ້ມໂຄສະນາ​ຫາ​ສຽງ​ໃນ​ການ​ເລືອກຕັ້ງ​
ເພື່ອ​ເຂົ້າຮັບ​ຕຳແໜ່​ງຕື່ມ​ອີກ​ຂອງ​ປະທານາທິບໍດີ​ ​ໃນ​ປີ 2012 ດ້ວຍ​
ຄວາມ​ສຳ​ເລັດ​ຜົນ.

ນັກ​ຍຸດ​ທະ​ສາດ Mark Penn ​ໄດ້​ຊ່ອຍ​ປະທານາທິບໍດີ Bill Clinton ​
ເອົາ​ຊະນະ​ການ​ປະລາ​ໄຊ​ຢ່າງ​ໜັກ ​ໃນ​ການ​ເລືອກ​ຕັ້ງກາງ​ສະ​ໄໝ​ໃນ​ປີ
1994 ​ແລະ​ຊະນະການ​ເລືອກຕັ້ງ 2 ປີຕໍ່​ມາ. ລາວ​ເວົ້າວ່າ ທ່ານ​ໂອ​ບາ​
ມາ​ກໍ​ສາມາດ​ດຳ​ເນີນ​ການໄດ້​ແບບ​ດຽວ​ກັນ ຖ້າ​ທ່ານ​ຫາກ​ສາມາດ​ເຮັດ
ໃຫ້​ອັດຕາ​ຄົນ​ຫວ່າງ​ງານ​ຫຼຸດລົງຖ້າທ່ານ​ຫາກ​ເຄື່ອນໄຫວໄປ​ສູ່​ການ​ດຳ
ເນີນ​ນະ​ໂຍບາຍ ​ທີ່ເປັນກາງ​ທາງ​ການ​ເມືອງ ທ່ານ​ກໍ​ຈະ​ມີ​ຖານ​ສະໜັບ
ສະໜຸນ​ທີ່​ເຂັ້ມ​ແຂງ ມີ​ຊາວ​ອະ​ເມຣິກັນເປັນຈຳນວນ​ຫຼວງຫຼາຍນິຍົມ​ຊົມ​
ຊອບ​ທ່ານ​ແລະ​ຕ້ອງການ​ຢາກ​ໃຫ້​ທ່ານ​ປະສົບ​ກັບ​ຄວາມ​ສຳ​ເລັດ.

ທ່ານ Mark Penn ນາງ Amy Holmes ​ແລະ​ພວກ​ນັກ​ຊ່ຽວຊານ
ຄົນ​ອື່ນໆ​ ຕ່າງ​ກໍ​ເຫັນ​ພ້ອງ​ຕ້ອງ​ກັນ​ວ່າ ໃນ​ດ້ານ​ການ​ເມືອງ​ແລ້ວ ​ເວ
ລາ 2 ປີ​ແມ່ນ​ດົນທໍ່​ກັນກັບຊົ່ວ​ຊີວິດ​ນຶ່ງ.

XS
SM
MD
LG