ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແມ່ຍິງ ຢາຊີດີ ໃນ ສະຫະລັດ ລະນຶກເຖິງ ວັນຄົບຮອບ ການສັງຫານໝູ່ ໂດຍພວກ ລັດອິສລາມ


ນາງ ໄລລາ ຊາລີ, ແມ່ຍິງ ຢາຊີດີ ຈາກໝູ່ບ້ານທີ່ຕັ້ງຢູ່ນອກ
ເມືອງ ຊິນຈາ ທາງພາກເໜືອຂອງປະເທດ ອີຣັກ ໄດ້ເຂົ້າມາ
ຕັ້ງຖິ່ນຖານຢູ່ໃນ ສະຫະລັດ ກັບສາມີຂອງລາວໃນປີ 2017, ຢູ່ໃນຮູບນີ້ລາວກຳລັງເຮັດວຽກຊ່ອຍເດັກນ້ອຍ ຢາຊີດີ ໃນເວລາທີ່ລາວຢູ່ສູນອົບພະຍົບ ຊາເຣຍ ຫຼັງຈາກການ
ໂຈມຕີໃນເມືອງ ຊິນຈາ.
ນາງ ໄລລາ ຊາລີ, ແມ່ຍິງ ຢາຊີດີ ຈາກໝູ່ບ້ານທີ່ຕັ້ງຢູ່ນອກ ເມືອງ ຊິນຈາ ທາງພາກເໜືອຂອງປະເທດ ອີຣັກ ໄດ້ເຂົ້າມາ ຕັ້ງຖິ່ນຖານຢູ່ໃນ ສະຫະລັດ ກັບສາມີຂອງລາວໃນປີ 2017, ຢູ່ໃນຮູບນີ້ລາວກຳລັງເຮັດວຽກຊ່ອຍເດັກນ້ອຍ ຢາຊີດີ ໃນເວລາທີ່ລາວຢູ່ສູນອົບພະຍົບ ຊາເຣຍ ຫຼັງຈາກການ ໂຈມຕີໃນເມືອງ ຊິນຈາ.

ແມ່ຍິງ ຢາຊີດີ ຜູ້ລອດຊີວິດຫຼາຍຮ້ອຍຄົນທີ່ອາໄສຢູ່ໃນ ສະຫະລັດ ເມື່ອວັນສຸກທີ່ຜ່ານ
ມາ ໄດ້ເລີ່ມພິທີໄວ້ອາໄລການສັງຫານໝູ່ ໃນປະຊາຄົມສາສະໜາຂອງເຂົາເຈົ້າຢູ່ປະ
ເທດ ອີຣັກ ໂດຍກຸ່ມລັດອິສລາມ ໃນເດືອນສິງຫາ 2014.

ໃນຂະນະທີ່ີຮູ້ສຶກກະຕັນຍູ ທີ່ໄດ້ຫຼົບໜີອອກມາຈາກຄວາມໂຫດຮ້າຍຂອງພວກ IS
ແລະ ໄດ້ເດີນທາງສູ່ຄວາມປອດໄພ ໃນ ສະຫະລັດ ນັ້ນ, ສະມາຊິກຂອງກຸ່ມດັ່ງກ່າວ
ເວົ້າວ່າ ຫົວໃຈຂອງເຂົາເຈົ້າແຕກສະຫຼາຍທີ່ແມ່ຍິງ ຢາຊີດີ ຫຼາຍພັນຄົນຍັງຄົງຖືກ
ຄວບຄຸມຕົວໂດຍພວກ IS ແລະ ຜູ້ທີ່ຢູ່ໃນສູນອົບພະຍົບທີ່ຍັງບໍ່ສາມາດກັບຄືນໄປ
ບ້ານຂອງເຂົາເຈົ້າ.

ນາງ ໄລລາ ຊາລີ, ແມ່ຍິງຊາວ ຢາຊີດີ ຈາກບ້ານແຫ່ງນຶ່ງທີ່ຕັ້ງຢູ່ນອກເມືອງ ຊິນຈາ
ທາງພາກເໜືອຂອງ ອີຣັກ, ໄດ້ເຂົ້າມາຕັ້ງຖິ່ນຖານໃນ ສະຫະລັດ ກັບສາມີຂອງລາວ
ໃນປີ 2017 ຫຼັງຈາກໄດ້ອາໄສຢູ່ໃນສູນອົບພະຍົບສຳລັບຊາວ ຢາຊີດີ ທີ່ບໍ່ມີບ່ອນຢູ່
ອາໄສໃນພາກພື້ນ ເຄີດິສຖານ ຂອງ ອີຣັກ ປະມານ 3 ປີ.

ນາງ ຊາລີ ໄດ້ກ່າວຕໍ່ວີໂອເອ ໃນບ້ານຫຼັງໃໝ່ ຂອງລາວທີ່ນະຄອນ ຫຼວງ ວໍຊິງຕັນ
ວ່າ “ຂ້າພະເຈົ້າຮູ້ສຶກປອດໄພຢູ່ທີ່ນີ້. ຂ້າພະເຈົ້າບໍ່ໄດ້ຖືກແບ່ງແຍກຍ້ອນສາສະໜາ
ຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮັບຄວາມເຄົາລົບນັບຖື.”

ນາງໄດ້ກ່າວວ່າ ການຍ້າຍມາ ສະຫະລັດ ໄດ້ຊ່ວຍໃຫ້ລາວເລີ່ມຊີວິດໃໝ່ ເພື່ອຟື້ນຟູ
ຈາກບາດແຜໃນຈິດໃຈ ທີ່ລາວໄດ້ຮັບຈາກການໂຈມຕີຂອງພວກ IS ແລະ ຊີວິດໃນ
ສູນອົບພະຍົບ. ຕອນນີ້ລາວກຳລັງຮຽນໜັງສືຢູ່ໂຮງຮຽນພະຍາບານ ແລະ ຫວັງວ່າມື້
ໃດມື້ນຶ່ງຄວາມຮູ້ຂອງລາວຈະສາມາດຊ່ວຍເຫຼືອຜູ້ເຄາະຮ້າຍຊາວ ຢາຊີດີ ຄົນອື່ນໆ
ໄດ້.

ນາງໄດ້ກ່າວວ່າ “ຂ້າພະເຈົ້າຂໍອວຍພອນໃຫ້ຊາວ ຢາຊີດີ ໝົດທຸກຄົນຈົ່ງໄດ້ພົບສັນຕິ
ພາບ ແລະ ເອົາຊະນະປະສົບການ ທີ່ໂຫດຮ້າຍທີ່ພວກເຮົາໄດ້ຜ່ານຜ່າມານັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG