ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Yahoo ແຕ່ງຕັ້ງ ທ່ານນາງ Mayer ເປັນຜູ້ ບໍລິຫານ ຄົນໃໝ່


ບໍລິສັດອິນເຕີແນັດຍັກໃຫ່ຍ Yahoo ໄດ້ປະກາດຊື່ Marissa Mayer ເປັນຜູ້ບໍລິຫານໃຫ່ຍ.
ບໍລິສັດອິນເຕີແນັດຍັກໃຫ່ຍ Yahoo ໄດ້ປະກາດຊື່ Marissa Mayer ເປັນຜູ້ບໍລິຫານໃຫ່ຍ.

ບໍລິສັດ​ອິນ​ເຕີ​ແນັດ​ຍັກ​ໃຫຍ່ Yahoo ​ໄດ້​ປະກາດ​ຊື່ ຜູ້​ບໍລິຫານທີ່​ເປັນ​ຄູ່ແຂ່ງ​ມາເປັນ​ເວລາ​ດົນ
​ນານຂອງບໍລິສັດ Google ​ເປັນ​ຜູ້​ບໍລິຫານ​ຄົນໃໝ່ຂອງ​ບໍລິສັດ.

ທ່ານ​ນາງ Marissa Mayer ​ເລີ້ມ​ເຂົ້າຮັບ​ໜ້າ​ທີ່​ຂອງ​ທ່ານ ​ໃນ​ວັນ​ອັງຄານມື້ນີ້ ຊຶ່ງເປັນ​ຫົວ
ໜ້າ​ບໍລິຫານ​ໃຫ່ຍຂອງ​ບໍລິສັດ ທີ່​ບໍ່​ຄ່ອຍ​ໄດ້​ເຫັນກັນ ​ໃນ​ເຂດ​ຮ່ອມ​ພູ Sillicon ຫຼືສູນ​ກາງ​
ຮາ​ຍ​ເທັກ​ຂອງ​ສະຫະລັດ​ນັ້ນ.

ທ່າ​ນນາງ​ Mayer ທີ່ມີ​ອາຍຸ 37 ປີ​ແມ່ນ​ພະນັກ​ງານຜູ້​ນຶ່ງ​ມາແຕ່​ຕອນຕົ້ນ​ໆຂອງ ບໍລິສັດ
Google ​ແລະ​ໄດ້​ມີ​ສ່ວນ​ພົວພັນໃນ​ການ​ພັດທະນາການ​ຄົ້ນຫາ​ຂໍ້​ມູນຕະ ຫຼອດທັງ​ເວັບ​ໄຊ​
ທ໌ຂອງ​ທາງ​ບໍລິສັດ. ທ່ານນາງ​ຍັງ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ ຄວບຄຸ​ມ​ຜະລິດ​ຕະພັນຊຶ່ງໄດ້​
ຮັບ​ຄວາມນິຍົມ​ຫລາຍ​ໆຢ່າງ​ຂອງບໍ​ລິ​ສັດ Google ຮວມ​ທັງ​ການ​ຄົ້ນ​ຫາ​ຮູບ​ພາບ ຄົ້ນ​ຫາ​
ຂ່າວ ​ແລະ​ໂຄງການ​ແຜນ​ທີ່​ຕ່າງໆ.

ບໍລິສັດ Yahoo ​ໄດ້​ມີ​ຜູ້​ບໍລິຫານ​ໃຫ່ຍ​ຫລາຍ​ຄົນມາ​ແລ້ວ ​ໃນ​ລະຍະ​ສອງ​ສາ​ມປີ​ທີ່​ຜ່ານ​ມາ
ຂະນະ​ທີ່ບໍລິສັດ​ດັ່ງກ່າວ​ ພະຍາຍາ​ມຫັນ​ປ່ຽນ​ໃຫ້​ຜູ້​ຊົມ​ໃຊ້ 700 ລ້ານ​ຄົນ ​ໄດ້​ເຫັນການ​ໂຄ
ສະນາ ​ເພື່ອ​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ບໍລິສັດ​ເຕີບ​ໂຕ. ບໍລິ​ສັດ ດັ່ງກ່າວ ຈະ​ຕ້ອງ​ໄດ້​ແຂ່ງຂັນ​ກັບ
ບໍລິສັດ Google ແລະ​ຕາໜ່າງສື່ສັງຄົມ Facebook ທີ່​ປະສົບ​ຄວາມ​ສຳ​ເລັດ​ຫຼາຍຂຶ້ນ.

ຮຸ້ນຂອງບໍລິສັດ Yahoo ​ໄດ້ມີ​ລາຄາ​ສູງຂື້ນໃນ​ການ​ຊື້ຂາຍ​ກັນຫຼັງຈາກ​ໄດ້​ມີ​ການ​ປະກາດ ໃນ
​ວັນ​ຈັນວານນີ້.

XS
SM
MD
LG