ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Yahoo ຖືກເຈາະຂໍ້ມູນ ໃນປີ 2013 ບັນຊີຜູ້ໃຊ້ ເສຍຫາຍຫຼາຍກວ່າ ພັນລ້ານຄົນ


ສັນຍາລັກ ບໍລິສັດ Yahoo ຢູ່ສຳນັກງານໃຫຍ່ຂອງບໍລິສັດ
ໃນເມືອງ Sunnyvale, ລັດຄາລີຟໍເນຍ, 16 ເມສາ, 2013.
ສັນຍາລັກ ບໍລິສັດ Yahoo ຢູ່ສຳນັກງານໃຫຍ່ຂອງບໍລິສັດ ໃນເມືອງ Sunnyvale, ລັດຄາລີຟໍເນຍ, 16 ເມສາ, 2013.

ການລັກຂໍ້ມູນໃນເດືອນສິງຫາ ປີ 2013 ໄດ້ເປີດເຜີຍຂໍ້ມູນຂອງຜູ້ທີ່ໃຊ້ເວັບໄຊ Yahoo ຫຼາຍກວ່າ 1 ພັນລ້ານຄົນ, ອີງຕາມການກ່າວຂອງບໍລິສັດດັ່ງກ່າວໃນວັນພຸດວານນີ້.

ເຫດການລັກຂໍ້ມູນໃນຄັ້ງນີ້ແມ່ນຕ່າງຈາກການລາຍງານລ່ວງລ້ຳຂອງບໍລິສັດ Yahoo ໃນເດືອນກັນຍາທີ່ຜ່ານມາ, ເມື່ອບໍລິສັດນີ້ໄດ້ເປີດເຜີຍວ່າ ບັນຊີຂອງຜູ້ນຳໃຊ້ຫຼາຍກວ່າ 500 ລ້ານຄົນໄດ້ຖືກຂຸດຄົ້ນໃນປີ 2014.

ບໍລິສັດ Yahoo ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ບໍລິສັດ Yahoo ເຊື່ອວ່າ ມືທີ 3 ທີ່ບໍ່ໄດ້ຮັບອະນຸຍາດ ໄດ້ລັກຂໍ້ມູນທີ່ກ່ຽວຂ້ອງກັບບັນຊີຜູ້ນຳໃຊ້ຫຼາຍກວ່າ 1 ພັນລ້ານ ຄົນໃນເດືອນສິງຫາ 2013. ບໍລິສັດ Yahoo ເຊື່ອວ່າ ເຫດການນີ້ ແມ່ນເບິ່ງຄືວ່າຈະ ແຕກຕ່າງໄປຈາກເຫດການທີ່ບໍລິສັດໄດ້ເປີດເຜີຍໃນວັນທີ 22 ກັນຍາ 2016 ທີ່ຜ່ານ ມາ.”

ບໍລິສັດນີ້ກ່າວວ່າ ຂໍ້ມູນທີ່ຖືກລັກໄປອາດລວມມີ ຊື່, ອີເມລ, ເລກໂທລະສັບ, ວັນເດືອນປີ ເກີດ ແລະ ຄຳຖາມ ແລະ ຄຳຕອບປ້ອງກັນຄວາມປອດໄພ. ຂໍ້ມູນບັດທະນາຄານ ແລະ ບັນຊີທະນາຄານແມ່ນເຊື່ອວ່າ ບໍ່ໄດ້ຮັບຜົນກະທົບ.

ບໍລິສັດ Yahoo ທີ່ມີຫ້ອງການຕັ້ງຢູ່ເມືອງ Sunnyvale ລັດ ຄາລີຟໍເນຍ, ກຳລັງຢູ່ໃນຂັ້ນ ຕອນຂອງການຖືກເຂົ້າຄວບຄຸມໂດຍບໍລິສັດ Verizon ໃນຂໍ້ຕົກລົງທີ່ມີມູນຄ່າ 4.8 ຕື້ໂດ ລາ. ທາງບໍລິສັດບໍ່ໄດ້ລະບຸ “ມືທີສາມທີ່ບໍ່ໄດ້ຮັບອະນຸຍາດ” ທີ່ກ່ຽວຂ້ອງກັບການລັກຂໍ້ມູນ ໃນປີ 2013.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG