ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ພາຍຸຢາກິ ໄດ້ສ້າງຄວາມເສຍຫາຍອັນມະກາສານໃກ້ເເກ່ປະຊາຊົນລາວ ຢູ່ພາກເໜືອ


ໃນ​ພາບແຈກ​ຢາຍ​ທີ່​ຖືກ​ຖ່າຍ ແລະ ເປີດ​ເຜີຍ​ໃນ​ວັນ​ທີ 11 ກັນ​ຍາ 2024 ໂດຍ​ວິ​ທະ​ຍ​ຸ​ແຫ່ງ​ຊາດ​ລາວ ສະ​ແດງ​ໃຫ້​ເຫັນ​ພາບ​ຈາກ​ຈຸດ​ສູງ ກ່ຽວ​ກັບ ນ້ຳ​ທີ່​ຖ້ວມ​ບ້ານ​ເຮືອນ​ໃນ​ແຂວງ ຫຼວງ​ນ້ຳ​ທາ, ລຸນຫຼັງ​ພາ​ຍຸ​ໄຕ້​ຝຸ່ນ ຢາ​ກິ.
ໃນ​ພາບແຈກ​ຢາຍ​ທີ່​ຖືກ​ຖ່າຍ ແລະ ເປີດ​ເຜີຍ​ໃນ​ວັນ​ທີ 11 ກັນ​ຍາ 2024 ໂດຍ​ວິ​ທະ​ຍ​ຸ​ແຫ່ງ​ຊາດ​ລາວ ສະ​ແດງ​ໃຫ້​ເຫັນ​ພາບ​ຈາກ​ຈຸດ​ສູງ ກ່ຽວ​ກັບ ນ້ຳ​ທີ່​ຖ້ວມ​ບ້ານ​ເຮືອນ​ໃນ​ແຂວງ ຫຼວງ​ນ້ຳ​ທາ, ລຸນຫຼັງ​ພາ​ຍຸ​ໄຕ້​ຝຸ່ນ ຢາ​ກິ.

ພານຸຢາກິໄດ້ພັດຜ່ານປະເທດລາວຫຼັງຈາກທີ່ໄດ້ເຂົ້າປະເທດຫວຽດນາມໃນທ້າຍອາທິດທີ່ຜ່ານມາ ເເລະ ຕົ້ນອາທິດນີ້ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງມະຫາສານຕໍ່ກັບ ປະເທດລາວໂດຍສະເພາະເເມ່ນເເຂວງບໍ່ເເກ້ວ ເເລະ ເເຂວງທາງພາກເໜືອ.

ເເຂວງບໍ່ເເກ້ວເປັນໜຶ່ງໃນເເຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດເຊິ່ງປະຊາຊົນບໍ່ສາມາດອົບພະຍົບໄດ້ທັນເວລາຍ້ອນມີນ້ຳໄຫຼເເຮງ ເເລະ ຝົນທີ່ຕົກໜັກມາຈຶ່ງເຮັດໃຫ້ ປະຊາຊົນຈຳນວນຫຼວງຫຼາຍຕິດຢູ່ໃນບໍລິເວນນ້ຳຖ້ວມ.

ປະຊາຊົນທ່ານໜຶ່ງອັດຄິບວີດີໂອເວົ້າວ່າ: ສາຍນ້ຳທາເລີຍນີ້ນ້ຳໄຫຼທະລຸເຂົ້າມາຖ້ວມ ໃຫຍ່ທີ່ສຸດເປັນຄັ້ງປະຫວັດສາດກຳລັງຂຶ້ນຢ່າງຕໍ່ເນື່ອງ ເຮືອນຊັ້ນດຽວນີ້ຖືວ່າ ຖ້ວມລະເອີ ຍັງຊິສືບຕໍ່ຕົກອີກຫມົດຄືນບໍ່ຮູ້ວ່າຊິເປັນເເນວໃດເນາະສະຖານະການນີ້. ນ້ຳກຳລັງໄຫຼມານີ້ນະເເຮງຂະໜາດເລີຍເນາະ”

ປະຊາຊົນອີກຜູ້ໜຶ່ງຢູ່ບ້ານໂພນໄຊໄດ້ເວົ້າວ່າ: “ນ້ຳຖ້ວມເປັນປະຫວັດສາດໃນຮອບ 10 ປີ ເຂົາປ່ອຍເຂື່ອນຝົນຕົກຫນັກເເຕ່ມື້ຄືນນີ້ຫາດຽວນີ້ ບໍ່ເຊົາມາເເຮງເເລ້ວ ເຮືອນປະຊາຊົນກໍຖ້ວມໝົດເເຕ່ລະບ້ານຖ້ວມໄປຫມົດເເຊ່ນ້ຳຢູ່ເເຕ່ເຊົ້າເຂົ້າກໍບໍ່ໄດ້ກິນ”

ກ່ອນໜ້າທີ່ຈະມີເຫດການນ້ຳຖ້ວມຢູ່ຫຼວງນ້ຳທາໄດ້ມີປ່ອຍນ້ຳຈາກເຂື່ອນນ້ຳທາ 1, 2, ເເລະ 3 ຢ່າງກະທັນຫັນຈຶ່ງເຮັດໃຫ້ປະຊາຊົນບໍ່ສາມາດກຽມໂຕອົບພະຍົບ ເເລະ ຍ້າຍໄປຢູ່ບ່ອນປອດໄພໄດ້ໄວ້ເຊິ່ງໃນເຫດການດັ່ງກ່າວໄດ້ມີການລາຍງານຜູ້ເສຍຊີ ວິດເເລ້ວໜຶ່ງຄົນເປັນເພດຊາຍເນື່ອງຈາກກະເເສນ້ຳໄຫຼເເຮງ.

ທາງດ້ານເເຂວງບໍ່ເເກ້ວໄດ້ລະດົມກຳລັງທະຫານໄປຊ່ວຍເຫຼືອປະຊາຊົນຜູ້ທີ່ຕິດຢູ່ໃນ ເຮືອນໃຫ້ໄປຢູ່ບ່ອນພັກພິງຊົ່ວຄາວເເຕ່ຢ່າງໃດກໍຕາມຍັງມີປະຊາຊົນຍັງຕ້ອງການ ຄວາມຊ່ວຍເຫຼືອເເລະໄດ້ຮ້ອງຂໍຜ່ານທາງໂຊຊຽວມີເດຍເປັນຈຳນວນຫຼວງຫຼາຍໂດຍ ການຖ່າຍຮູບ ຫຼື ອັດວີດີໂອບ່ອນທີ່ຢູ່ຂອງຕົນຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ.

ລັດທະບານລາວໂດຍສະເພາະນາຍົກລັດທະມົນຕິສອນໄຊພ້ອມຄະນະຍັງບໍ່ອອກມາ ເວົ້າຫຍັງກັບເຫດການນີ້ເປັນທາງການ ເເລະ ຊີ້ເເຈ້ງລາຍລະອຽດສາເຫດຂອງ ນ້ຳຖ້ວມໃຫຍ່ຄັ້ງນີ້ເທື່ອ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG