ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ເຂດຊິນຈຽງ ເປີດບໍລິການ ທາງອິນເຕີແນັດ


ແຜນທີ່ ເຂດຊິນຈຽງ ຂອງຈີນ
ແຜນທີ່ ເຂດຊິນຈຽງ ຂອງຈີນ

ເຈົ້າໜ້າທີ່ ໃນເຂດຊິນຈຽງ ທາງພາກ ຕາເວັນຕົກຂອງຈີນ ກ່າວວ່າ ມີການເລີ້ມ ໃຫ້ບໍລິການ ທາງອິນເຕີແນັດ ຢ່າງເຕັມທີ່ ຄືນໃໝ່ແລ້ວ ເກືອບນຶ່ງປີ ລຸນຫລັງ ທີ່ໄດ້ເກີດ ການກໍ່ຈະລາຈົນ ທາງດ້ານຊົນຊາດຊົນເຜົ່າ ຢ່າງຮ້າຍແຮງ ຢູ່ໃນເຂດດັ່ງກ່າວ.

ລັດຖະບານທ້ອງຖິ່ນ ໃນເຂດຊິນຈຽງ ໄດ້ປະກາດ ໃນວັນສຸກມື້ນີ້ ຍົກເລີກຂໍ້ຫ້າມ ທາງອິນເຕີແນັດຕ່າງໆ ທີ່ຍັງເຫຼືອ ທີ່ຈຳເປັນ ໃນການສ້າງ ສະເຖຍລະພາບ ຢູ່ໃນຂົງເຂດ ຕະຫລອດທັງ ເສີມຂະຫຍາຍ ການພັດທະນາສັງຄົມ ແລະເສດຖະກິດ ນຳດ້ວຍ.

ເຈົ້າໜ້າທີ່ ໃນເຂດຊິນຈຽງ ໄດ້ຕັດການ ໃຫ້ບໍລິການ ທາງອິນເຕີແນັດ ແລະ ການສົ່ງຂໍ້ຄວາມ ທີ່ເປັນເອກກະສານ ທາງໂທລະສັບມືຖື ຫລັງຈາກ ໄດ້ເກີດການ ປະທະກັນ ລະຫວ່າງ ພວກຊາວຮັນ ຊຶ່ງເປັນຊົນ ກຸ່ມໃຫຍ່ຂອງຈີນ ແລະຊາວມຸສະລິມ ວີເກີ້ ຊຶ່ງເປັນຊົນ ກຸ່ມນ້ອຍ ທີ່ອຸຣຸມຈີ ເມືອງເອກ ຂອງເຂດດັ່ງກ່າວ ໃນເດືອນກໍລະກົດ ປີກາຍ. ຄວາມຮຸນແຮງ ທີ່ວ່ານີ້ ເຮັດໃຫ້ມີ ຜູ້ເສຍຊີວິດ ເກືອບ 2 ຮ້ອຍຄົນ ແລະ ໄດ້ຮັບບາດເຈັບ ອີກ 1 ພັນ 700 ຄົນ.

ຈີນ ໄດ້ຖິ້ມໂທດ ໃນການກໍ່ ຄວາມຮຸນແຮງຄັ້ງນີ້ ໃສ່ກຸ່ມ ທີ່ມີຖານປະຕິບັດງານ ຢູ່ໃນຕ່າງປະເທດ ທີ່ຢາກໃຫ້ ມີການສ້າງຕັ້ງ ລັດເອກກະລາດ ສຳລັບຊາວວີເກີ້ ທີ່ເປັນຊົນກຸ່ມໃຫຍ່ ຢູ່ໃນເຂດຊິນຈຽງ. ແຕ່ການຢຸດເຊົາ ໃຫ້ບໍລິການ ທາງອິນເຕີແນັດນັ້ນ ໃນທີ່ສຸດ ໄດ້ເປັນອຸບປະສັກ ຂັດຂວາງ ຕໍ່ກິດຈະການ ທາງທຸລະກິດ ໃນເຂດຊິນຈຽງນຳ.

XS
SM
MD
LG