ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຈີນ ຕັ້ງດ່ານກວດ ຫລາຍສິບແຫ່ງ ໃນທົ່ວເຂດ Xinjiang


ສະຖານທີ່ແຫ່ງນຶ່ງໃນເຂດ Xinjiang ຂອງຈີນ
ສະຖານທີ່ແຫ່ງນຶ່ງໃນເຂດ Xinjiang ຂອງຈີນ

ກໍາລັງຮັກສາຄວາມປອດໄພຈີນເລີ່ມທໍາການກວາດລ້າງເປັນເວລາສອງເດືອນທີ່ເຂດ
Xinjiang ໃນພາກຕາເວັນຕົກຂອງຈີນ ເພື່ອເປັນການໂຕ້ຕອບຕໍ່ເຫດການຮຸນແຮງ
ຫລາຍບັ້ນຕິດຕໍ່ກັນນັ້ນ.

ພວກເຈົ້າໜ້າທີ່ຈີນກ່າວວ່າ ພວກເຂົາເຈົ້າໄດ້ຈັດຕັ້ງ ດ່ານກວດຫລາຍສິບແຫ່ງ ຢູ່ທົ່ວເຂດ
Xinjiang ພ້ອມດ້ວຍມີການລາດຕະເວນຕະຫລອດຊາວສີ່ຊົ່ວໂມງ ຕາມສີ່ແຍກຕ່າງໆ
ຂອງຕົວເມືອງຕາມສະຖານີລົດບັດ ລົດໄຟ ແລະສູນການຄ້າ ເປັນຕົ້ນ.

ການກວາດລ້າງຂອງພວກກໍາລັງຮັກສາຄວາມປອດໄພຈີນໃນຄັ້ງນີ້ ແມ່ນເກີດຂຶ້ນພ້ອມໆ
ກັນກັບງານມະຫະກໍາສະແດງສິນຄ້າປະຈຳປີຈີນ-ຢຸຣາເຊຍ ຊຶ່ງຈະຈັດຂຶ້ນ ທີ່ເມືອງ
Urumqi ເມືອງຫລວງຂອງເຂດ Xinjiang ໃນເດືອນກັນຍານີ້.

ເຂດ Xinjiang ໄດ້ຕົກຢູ່ໃນອັນຕະລາຍຈາກຄື້ນຟອງຄວາມຮຸນແຮງຄັ້ງ ແລ້ວຄັ້ງເຫລົ່າ
ໃນບໍ່ເທົ່າໃດອາທິດຜ່ານມານີ້ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 30 ຄົນໄປແລ້ວ ລັດຖະບານຈີນໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງສາສະໜາອີສລາມ ແຕ່ພວກໂຄສົກຂອງ
ປະຊາຊົນດັ້ງເດີມໃນ ເຂດທ້ອງຖິ່ນເຜົ່າວີເກີເວົ້າວ່າ ການປາບປາມຢ່າງໂຫດຮ້າຍຂອງ
ລັດຖະບານຈີນ ນັ້ນຄືຕົ້ນຕໍທີ່ແທ້ຈິງ.

XS
SM
MD
LG