ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຈີນສອງຄົນ ຖືກຂ້າຕາຍ ຢູ່ໃນລາວ ອີງຕາມ ສື່ຂ່າວ ຊິນຫົວ ຂອງທາງການຈີນ


ແຜນທີ່ປະເທດຈີນ ທີ່ບອກໃຫ້ຮູ້ທີ່ຕັ້ງຂອງ ເມືອງ Nanjing ແລະ ນະຄອນຫຼວງປັກກິ່ງ
ແຜນທີ່ປະເທດຈີນ ທີ່ບອກໃຫ້ຮູ້ທີ່ຕັ້ງຂອງ ເມືອງ Nanjing ແລະ ນະຄອນຫຼວງປັກກິ່ງ

ໃນອີກດ້ານນຶ່ງກໍແມ່ນວ່າ ລະເບີດໄດ້ແຕກຂຶ້ນໃນ ສປປ ລາວ.

ອົງການຂ່າວສານຊິນຫົວທາງການຂອງຈີນກ່າວວ່າ ຊາວຈີນ
ສອງຄົນ ໄດ້ເສັຽຊີວິດ ແລະຜູ້ທີສາມໄດ້ຮັບບາດເຈັບໃນເຫດ
ການລະເບີດແຕກໃນ ສປປ. ລາວ ປະເທດໄກ້ຄຽງ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນອາທິດວານນີ້ເວລາຄົນ
ທັງສາມເດີນທາງໄປໃນຣົດໃນເຂດແຂວງພູຜາ ໄຊສົມບູນ.
ອົງການຂ່າວຊິນຫົວກ່າວວ່າ ຜູ້ເຄາະຮ້າຍຜູ້ນຶ່ງ ໃນຈຳນວນນັ້ນ
ເປັນຄົນງານຂອງບໍຣິສັດຂຸດແຮ່ຂອງຈີນ. ເຈົ້າໜ້າທີ່ຈາກ ສະຖານ
ທູດຈີນ ໃນນະຄອນວຽງຈັນໄດ້ໄປຢ້ຽມຢາມຜູ້ລອດຊີວິດ ທີ່ໂຮງ
ພະຍາບານ ແລະໄດ້ຮຽກຮ້ອງໃຫ້ທຳການສືບສວນທັນທີ.

ເມື່ອບໍ່ຫຼາຍປີມານີ້ ປັກກິ່ງໄດ້ກາຍເປັນຜູ້ລົງທຶນລາຍໃຫຽ່ ທາງດ້ານການທູດແລະເສຖກິດ
ໃນລາວ ທຸ່ມເທເງິນຄຳຢ່າງມະຫາສານ

ໃສ່ປະເທດລາວທີ່ເຕັມໄປດ້ວຍຊັພຍາກອນທັມມະຊາດແຫ່ງນີ້. ຊິນຫົວກ່າວວ່າທູດພິເສດ
ຂອງປະທານປະເທດ ສີ ຈິງຜິງ ມີກຳນົດຈະໄປຢ້ຽມຢາມລາວໃນອາທິດນີ້.

ເຫດການດັ່ງກ່າວໃນວັນອາທິດວານນີ້ໄດ້ເກີດຂຶ້ນ ໃນຂນະທີ່ ລັດຖະມົນຕີ ຕ່າງປະເທດ
ສະຫະລັດ ທ່ານຈອນ ແຄຣີ ໄປເຖິງລາວ ອັນເປັນບ່ອນຢຸດແວ່ແຫ່ງທຳອິດ ໃນການຢ້ຽມ
ຢາມສາມປະເທດໃນເອເຊັຽ.

XS
SM
MD
LG