ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນເຂດຊີນຈຽງ ຂອງຈີນ


A student runs away from riot police during a protest to demand Chilean President Sebastián Piñera's government to improve the public education quality, in Santiago.
A student runs away from riot police during a protest to demand Chilean President Sebastián Piñera's government to improve the public education quality, in Santiago.

ຕໍາຫຼວດ​ໃນເຂດ ຊີ​ນຈຽງ (Xingjiang) ​ທາງພາກ​ຕະ​ເວັນ​ຕົກ​ຂອງ​ຈີນ​ ກ່າວ​ວ່າ ພວກ
ເຂົາ​ເຈົ້າໄດ້​ສັງຫານ​ຜູ້​ຊາຍ 2 ຄົນ ​ທີ່​ເຂົ້າ​ຮ່ວມ​ໃນ​ການໄລ່​ຂ້າ​ປະຊາຊົນ ທີ່​ທາງ​ການ​ຈີນ
ໄດ້​ຖີ້ມ​ໂທດໃສ່ພວກ​ກໍ່​ການ​ຮ້າຍ ​ທີ່​ໄດ້​ຮັບ​ການ​ເຝິກແອ​ບຢູ່ ປາ​ກີສຖານນັ້ນ.

ຕໍາຫຼວດ​ເວົ້າ​ວ່າ ​ໄດ້​ພົບ​ພວກ​ຜູ້ຊາຍດັ່ງກ່າວ ລີ້​ຢູ່​ໃນ​ປ່າ​ສາລີ ນອກ​ເມືອງ Kashgar ບ່ອນ​ທີ່​ພວກ​ຄົນ​ຮ້າຍ​ໄດ້​ສັງຫານ 6 ຄົນແລະ​ເຮັດ​ໃຫ້​ 15 ຄົນ ​ໄດ້​ຮັບບາດ​ເຈັບ​ໃນ​ວັນ​ອາທິດຜ່ານ​ມາ​. ​ພ້ອມ​ກັບ​ການຕາຍ​ຂອງສອງ​ຄົນ​ນີ້ ​ຕໍາຫຼວດ​ກ່າວ​ວ່າ ພວກ​ຕົນໄດ້​ສັງຫານ​ຫຼື​ບໍ່ກໍ​ໄດ້​ຈັບ​ພວກທີ່​ກ່ຽວຂ້ອງທັງ​ໝົດ​ແລ້ວ.

ກາ​ນ​ເຂ່ນຂ້າ​ປະຊາຊົນ​ໃນວັນ​ອາທິດນັ້ນ​ ​ແມ່ນເຫດການ​ສຸດ​ທ້າຍ​ຂອງ​ຄວາມ​ຮຸນ​ແຮງສະຫຍອງ​ຂັວນທີ່ເກີດ​ຂຶ້ນ​ໃນ​ທ້າຍ​ສັບປະດາຜ່ານ​ມາ ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ເຖິງ 20 ຄົນ​ ໃນ​ເມືອງ Kashgar ທີ່​ເປັນ​ທາງ​ຜ່ານ​ຂອງ​ເສ້ນ​ທາງ ການ​ຄ້າທີ່​ເອີ້ນ​ວ່າ ທາງ​ສາຍໄໝລະຫວ່າງ​ເອ​ເຊຍ​ກັບ​ຢຸ​ໂຮບ​ເມື່ອ​ຫລາຍ​ຮ້ອຍ​ປີ​ມາ​ແລ້ວ​ ​ໃກ້​ໆກັບ​ຊາຍແດ​ນຈີນຕິດ​ກັບ​ Kyrgyzstan ​ແລະ Uzbekistan. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຜູ້ນໍາໃນການ​ໂຈມ​ຕີ​ຄັ້ງຫລ້າ​ສຸດ​ນີ້ ໄດ້​ຮັບ​ການ​ຝຶກ​ອົບ​ຮົບ​ທີ່ສູນຝື​ກແອບ​ໃນ​ປາ​ກີສຖານ ທີ່​ດໍາ​ເນີນການ​ໂດຍ​ກຸ່ມ​ ຂະ​ບວນການ​ອິສ ລາມເທີ​ກແກ​ສຖານຕາ​ເວັນ​ອອກ ຊຶ່ງເປັນກຸ່ມ​ຫົວ​ຮຸນ​ແຮງທີ່​ສະ​ແຫວ​ງຫາ​ເອກະລາດ ​ໃຫ້ພວກຊົນ​ເຜົ່າ Uighur ​ໃນ​ເຂດ Xingjiang ນັ້ນ.

XS
SM
MD
LG