ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັດຊຽງທອງ ໄດ້ຮັບ ລາງວັນ ຊະນະເລີດ ການອະນຸລັກ ມໍລະດົກ ທີ່ດີເດັ່ນ ຂອງໂລກ


ພາບລວດລາຍການແຕ້ມຮູບ ແລະ ແກະສະຫຼັກຢູ່ຝາຂອງ ວັດຊຽງທອງ
ພາບລວດລາຍການແຕ້ມຮູບ ແລະ ແກະສະຫຼັກຢູ່ຝາຂອງ ວັດຊຽງທອງ

ວັດຊຽງທອງໃນແຂວງຫລວງພະບາງ ໄດ້ຮັບລາງວັນຊະນະ ເລີດການອະນຸລັກມໍລະດົກ ທີ່ດີເດັ່ນຂອງໂລກ ທີ່ປະກາດໂດຍ ອົງການ UNESCO ປະຈຳປີ 2015 ແລະ ຖືເປັນຄັ້ງ ທຳອິດທີ່ ລາວ ໄດ້ຮັບລາງວັນນີ້.

ອົງການ UNESCO ປະຈຳພາກພື້ນເອເຊຍປາຊີຟິກ ໄດ້ປະກາດ
ໃຫ້ ວັດຊຽງທອງ ໃນແຂວງຫລວງພະບາງ ເປັນສະຖານທີ່ ສຳຄັນ
ທີ່ໄດ້ຮັບລາງວັນຊະນະເລີດ ການອະນຸລັກ ມໍລະດົກ ທີ່ດີເດັ່ນຂອງ
ໂລກປະຈຳປີ 2015 ຢ່າງເປັນທາງ ການເມື່ອບໍ່ນານມານີ້ ແລະ ກໍຖື ເປັນຄັ້ງທຳອິດຂອງລາວ ທີ່ໄດ້ຮັບລາງວັນຊະນະເລີດລະດັບໂລກດັ່ງກ່າວນີ້ອີກດ້ວຍ.

ໂດຍອົງການ UNESCO ໃຫ້ເຫດຜົນວ່າ ການບູລະນະວັດຊຽງທອງ ຖືເປັນການອະນຸລັກ
ມໍລະດົກໂລກ ທາງດ້ານວັດທະນະທຳ ທີ່ມີຄຸນຄ່າແຫ່ງໜຶ່ງໃນພາກພື້ນເອເຊຍ-ປາຊີຟິກ ແລະ
ຖືເປັນ 1 ໃນ 12 ສະຖານທີ່ສຳຄັນໃນ 5 ປະເທດທີ່ໄດ້ຮັບລາງວັນຊະນະເລີດໃນ ສາຂາ
ດຽວກັນກໍຄື ອິນເດຍ ຈີນ ອອສເຕຣເລຍ ໄທ ແລະ ລາວ ຕາມລຳດັບ.

ປະຊາຊົນໃສ່ບາດໃຫ້ຄູບາໃນແຂວງຫຼວງພະບາງ. ເປັນໜຶ່ງໃນຮີດຄອງປະເພນີອັນດີງາມຂອງຄົນ ລາວ
ປະຊາຊົນໃສ່ບາດໃຫ້ຄູບາໃນແຂວງຫຼວງພະບາງ. ເປັນໜຶ່ງໃນຮີດຄອງປະເພນີອັນດີງາມຂອງຄົນ ລາວ

ກ່ອນໜ້ານີ້ The Wanderlust Magazine ຊຶ່ງເປັນວາລະສານ ດ້ານການທ່ອງທ່ຽວຊັ້ນນຳຂອງໂລກໃນປະເທດ ອັງກິດ ສະເໜີ ລາຍງານວ່າ ບັນດາສະມາຊິກຂອງວາລະສານ ພາກັນຈັດໃຫ້ ເມືອງມໍລະດົກໂລກ ຫລວງພະບາງ ເປັນເມືອງ ທີ່ໜ້າທ່ອງທ່ຽວ ທີ່ສຸດເປັນ ອັນດັບ 1 ຂອງໂລກໃນປີ 2015 ນີ້ ດ້ວຍຄະແນນທີ່ ຄິດເປັນອັດຕາສະເລ່ຍ 97.14 ເປີເຊັນ ຂອງຈຳນວນສະມາຊິກ ທັງໝົດ ທີ່ໄດ້ປະກອບຄວາມເຫັນເຂົ້າໃນການສຳຫລວດສ່ວນ ອັນດັບທີ 2 ແລະ 3 ກໍຄືເມືອງພຸກາມ ໃນສະຫະພາບ ມຽນມາ
ແລະ Stockholm ປະເທດ ສະວີເດັນ ທີ່ໄດ້ຮັບຄະແນນຄິດເປັນ ອັດຕາສະເລ່ຍ 95 ເປີເຊັນ ແລະ 94.74 ເປີເຊັນຕາມ ລຳດັບ.

ໂດຍການຈັດອັນດັບດັ່ງກ່າວນີ້ ນັບເປັນອີກຄັ້ງໜຶ່ງ ທີ່ເມືອງມໍລະດົງໂລກ ຫລວງພະບາງ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ຫລັງຈາກທີ່ໄດ້ເສຍ ແຊັ້ມໄປໃຫ້ເມືອງພຸກາມເມື່ອປີ 2014 ຫາກແຕ່ກໍຖືເປັນສະພາບການປົກກະຕິໄປແລ້ວ ເພາະວ່າເມືອງ ຫລວງພະບາງ ເຄຍຄອງແຊ້ມມາແລ້ວໃນຊ່ວງປີ 2006-2008 ກ່ອນຈະ ເສຍແຊ້ມແຕ່ຍັງຄົງຢູ້ໃນ 10 ເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ໃນປີ 2009 ແລ້ວກັບ ຄືນມາຄອງແຊ້ມໃນຊ່ວງປີ 2010-2012 ແລະ ມີພຽງໃນປີ 2013 ເທົ່ານັ້ນ ທີ່ເມືອງ ຫລວງພະບາງ ໄດ້ຫລຸດຈາກ 10 ອັນດັບຂອງເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ.

ໂດຍການທີ່ເມືອງ ຫລວງພະບາງ ໄດ້ເປັນຈຸດໝາຍປາຍທາງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ດັ່ງກ່າວນີ້ກໍໄດ້ເປັນຜົນເຮັດໃຫ້ມີຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກ ໂລກແຫ່ງນີ້ ເພີ້ມຂຶ້ນທຸກປີເຊັ່ນດຽວກັນ ໂດຍມີຊາວຕ່າງຊາດຫລາຍກວ່າ 343,000 ຄົນທີ່ ເດີນທາງມາ ທ່ອງທ່ຽວເມືອງ ຫລວງພະບາງ ໃນປີ 2013 ແລະ ເພີ້ມຂຶ້ນເປັນຫລາຍກວ່າ 350,000 ຄົນ ໃນປີ 2014.

ສຳຫລັບໃນປີ 2015 ນີ້ ທາງການແຂວງ ຫລວງພະບາງ ກໍຍັງຈະຈັດງານສະເຫລີມສະຫລອງ ໃນໂອກາດເມືອງຫລວງພະບາງໄດ້ຮັບສະຖານະເປັນມໍລະດົກໂລກຄົບຮອບ 20 ປີທີ່ຈະມີ ຂຶ້ນໃນລະຫວ່າງວັນທີ 7-9 ທັນວາ 2015 ເພື່ອເປັນການສະແດງເຖິງການຮັກສາສະຖານະ ຂອງເມືອງມໍລະດົກໂລກໄດ້ຢ່າງໜັກແໜ້ນ ແລະເປັນໄປຕາມເງື່ອນໄຂທີ່ ອົງການ UNESCO ກຳນົດໄດ້ຢ່າງຄົບຖ້ວນ ໂດຍສະເພາະແມ່ນການຮັກສາຮີດຄອງປະເພນີ ແລະ ວັດທະນະທຳ
ທີ່ດີງາມ ລວມເຖິງສະຖານປັດຕິຍະກຳ ແລະໂບຮານ ນະສະຖານຕ່າງໆນັ້ນ ດັ່ງເຈົ້າໜ້າທີ່
ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ບັນຫານີ້ ເປັນບັນຫາທີ່ວ່າ ຫລວງພະບາງເຮົາຈະຕ້ອງແກ້ ຢູ່ປະຈຳ ບໍ່ວ່າແຕ່ລະ
ເດືອນ ບໍ່ວ່າແຕ່ລະປີ ຫຼືວ່າ ແຕ່ລະພາກສ່ວນ ເນື່ອງຈາກວ່າ ຫລວງພະບາງ ເຮົາ ນີ້ປຽບເໝືອນວ່າ ເຄິ່ງໜຶ່ງກະແມ່ນຂອງເຮົາ ເຄິ່ງໜຶ່ງເປັນຂອງສາກົນ ເພາະວ່າ ມີສົນທິສັນຍາ ກ່ຽວກັບ ການ ປົກປັກຮັກສາມໍລະດົກ ສະນັ້ນການກໍ່ສ້າງຕຶກ ອາຄານຕ່າງໆ ຕ້ອງໄດ້ຮັກສາຮີດຄອງອັນດີ ງາມຂອງພໍ່ແມ່ ປະຊາຊົນ ສະນັ້ນ ພວກເຮົາຈຶ່ງໄດ້ເອົາວຽກງານສຶກສາອົບຮົມໃຫ້ ປະຊາຊົນ ຢູ່ໃນຕົວເມືອງ ຫຼືວ່າ ໃນທົ່ວແຂວງຮູ້ວ່າ ຫລວງພະບາງ ເຮົາເປັນມໍລະດົກແລ້ວ ຕ້ອງຮັກສາລະບຽບ ຫຼື ວ່າສົນທິສັນຍາກັບອົງການ UNESCO.”

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາຍງານວ່າ ໃນປີ 2014 ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ຫລາຍກວ່າ 3 ລ້ານ 8 ແສນຄົນ ສ່ວນໃນປີ 2015 ນີ້ ກໍຄາດໝາຍວ່າ ຈະມີຊາວຕ່າງຊາດຫລາຍກວ່າ 4 ລ້ານຄົນທີ່ຈະ ເດີນທາງເຂົ້າມາໃນ ລາວ ເນື່ອງຈາກວ່າ ລາວຍັງໄດ້ຖືກຈັດໃຫ້ຢູ່ອັນດັບທີ 8 ໃນຖານະ ປະເທດທີ່ໜ້າທ່ອງທ່ຽວທີ່ສຸດຂອງໂລກໃນປີ 2015 ນີ້ອີກດ້ວຍ.

XS
SM
MD
LG