ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຈີນ ຢ້ຽມຢາມ ອັງກິດ ຂະນະທີ່ ມີຄຳຖາມ ກ່ຽວກັບ ປະຫວັດ ສິດທິ​ມະນຸ​ດ​ ໃນ​ຈີນ


ປະທານ​ປະ​ເທດ​ຈີນ Xi Jinping, ຂວາ, ໂອ້ລົມກັບທ່ານ Philip Hammond ລັດຖະມົນຕີການຕ່າງປະເທດ, ຫ5ັງຈາກທີ່ໄປຮອດສະໜາມບິນນາໆຊາດ Heathrow, ບອນດອນ, 19 ຕຸລາ, 2015.
ປະທານ​ປະ​ເທດ​ຈີນ Xi Jinping, ຂວາ, ໂອ້ລົມກັບທ່ານ Philip Hammond ລັດຖະມົນຕີການຕ່າງປະເທດ, ຫ5ັງຈາກທີ່ໄປຮອດສະໜາມບິນນາໆຊາດ Heathrow, ບອນດອນ, 19 ຕຸລາ, 2015.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ກຳລັງຢູ່​ໃນອັງກິດ
​ໃນ​ການ​ຢ້ຽມຢາມ​ເປັນເວລາ 4 ມື້ ທີ່ລັດຖະບານ​ຂອງ​ອັງກິດ
ເວົ້າ​ວ່າ ເປັນ​ໂອກາດ​ຂອງ​ການ​ສົ່ງ​ເສີມ​ການ​ຄ້າ​ ແລະ​ການ​ລົງທຶນ
​ລະຫວ່າງ​ສອງ​ປະ​ເທດ ​ໃນ​ຂະນະ​ທີ່​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
ໄດ້​ທວງໃຫ້ຕັ້ງຄຳຖາມກ່ຽວ ​ປະຫວັດການນັບຖືສິດທິ​ມະນຸ​ດ​
ໃນ​ຈີນ.

ທ່ານ Xi ​ມີ​ໝາຍ​ກຳໜົດ ​ທີ່​ຈະ​ກ່າວຄຳປາໄສ ຕໍ່ລັດຖະສະພາ​
ອັງກິດ ​ໃນ​ວັນ​ອັງຄານ​ມື້​ນີ້ກ່ອນ​ງານລ້ຽງຮັບຮອງທີ່ພະລາ​ຊະວັງ
Buckingham. ການ​ຢ້ຽມຢາມ​ຂອງ​ທ່ານ ​ແມ່ນ​ຮວມທັງການ​
ໂອ້​ລົ​ມສົນທະນາ​ກັບ​ນາຍົກລັດ​ຖະມົນຕີ David Cameron
ໃນວັນພຸດມື້ອື່ນງານລ້ຽງຮັບຮອງ​ອາຫານ​ຄ່ຳ ​ໃນ​ສະຖານ​ທີ່​ຕ້ອນຮັບ​ຂອງ​ທ່ານ Cameron ​ແລະ​ຢ້ຽມຢາມ​ການ​ທຸລະ​ກິດ​ອື່ນໆ.

ທຳນຽບ​ຂອງນາຍົກລັດ​ຖະມົນຕີ ​ໄດ້​ກ່າວ​ໃນ​ສັບ​ປະດາ​ນີ້​ວ່າ ການ​ຕົກລົງ​ທີ່​ມີ​ມູນ​ຄ່າ​ເຖິງ 46 ພັນ​ລ້ານ​ໂດ​ລ່າ​ ຈະ​ໄດ້​ລົງ​ນາມ​ກັນ​ ​ແລະ​ອັງກິດ​ກັບ​ຈີນຈະ​ໂອ້​ລົ​ມກັນ​ເຖິງ​ເລື້ອງ​ການປະສານ ​ງານ​ກັນ​ກ່ຽວ​ກັບໄພ​ຂົ່ມຂູ່​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ກຸ່ມ​ສົ່ງເສີມ​ສິດ​ທິມະນຸດ ມີ​ແຜນການ​ທີ່​ຈະ​ຈັດປະ​ທ້ວງ ຕະຫຼອດ​ເວລາ​ຂອງ​ການ​ມາ​ຢ້ຽມ
ຢາມ​ຂອງ​ທ່ານ​ປະທານ Xi ​ແລະ​ຮຽກຮ້ອງ​ໃຫ້​ທ່ານ Cameron ນຳ​ເອົາ​ປະຫວັດການ
ນັບຖືສິດທິ​ມະນຸດ ຂຶ້ນມາໂອ້ລົມກັບ​ຜູ້ນຳ​ຂອງ​ຈີນ. ​ໂຄສົກ​ຍິງ​ຂອງສຳນັກງານ​ນາຍົກລັດ
ຖະມົນຕີ Cameron ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ “ຍັງ​ບໍ່​ທັນ​ມີເລື້ອງຫຍັງ​ເທື່ອ ​ທີ່​ຈະ​ບໍ່
ຖືກ​ຍົກຂຶ້ນມາສົນທະນາຫາລືກັນ.”

ກຸ່ມອິດ​ສະລະພາບ​ດຽວ​ນີ້ ຫຼື Freedom Now ທີ່​ເປັນ​ຕົວ​ແທນຂອງ ​ທ່ານ Liu Xiaobo
ນັກ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ​ແລະ​ທ່ານ​ນາງ Liu Xia ພັນ​ລະ​ຍາຂອງທ່ານ
ທີ່​ຖືກ​ຄຸມ​ຂັງ​ຢູ່ໃນເວລານີ້ ​ໄດ້​ນຳ​ອອກເຜີຍ​ແຜ່​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້
ທີ່​ຂຽນ​ຂຶ້ນ​ໂດຍຜູ້​ທີ່​ໄດ້​ຮັບ​ລາ​ງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ 12 ທ່ານ ​ຮຽກຮ້ອງ​ໃຫ້​ທ່ານ Cameron ຮ້ອງ​ຮຽນ​ໃຫ້​ຈີນ ປ່ອຍ​ຕົວ​ທ່ານ​ທັງ​ສອງໃຫ້ເປັນ​ອິດ​ສະລະ. ບັນດາ​ພວກ​ທີ່​ໄດ້ຮັບ​ລາງວັນໂນ​ແບ​ລ ທີ່​ຮວມມີ ທ່ານ Desmond Tutu ​ແລະ ອົງ Dalai Lama ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Cameron ​ຊຸກຍູ້​ໃຫ້ຈີນ​ອະນຸຍາດ​ໃຫ້ທ່ານນາງ Liu Xia​ ເດີນທາງ​ໄປຮັກສາ​ພະຍາບານຢູ່ໃນຕ່າງປະເທດ.

Britian China
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG