ທ່ານສີ ຈິ້ນຜິງ, ປະທານປະເທດຈີນ ໃນວັນຈັນມື້ນີ້ ໄດ້ເລີ່ມຕົ້ນຢ້ຽມຢາມມົສກູຢ່າງເປັນທາງການ ເປັນເວລາ 3 ວັນ ບ່ອນທີ່ທ່ານຈະພົບປະກັບຜູ້ນຳຣັດເຊຍ, ທ່ານວລາດິເມຍ ປູຕິນ.
ການພົບປະກັນລະຫວ່າງຜູ້ນຳທັງສອງໄດ້ຖືກປະກາດອອກມາໃນວັນສຸກຜ່ານມານີ້.
ໃນເດືອນແລ້ວນີ້ ຈີນໄດ້ສະເໜີແຜນການ 12 ຈຸດ ທີ່ອອກແບບມາເພື່ອຈະຍຸຕິສົງ ຄາມຣັດເຊຍ-ຢູເຄຣນ ທີ່ໄດ້ເລີ່ມຂຶ້ນໃນວັນທີ 24 ກຸມພາ, 2022 ນັ້ນ.
ໃນວັນຈັນມື້ນີ້ ທ່ານສີ ໄດ້ຂຽນລົງໃນຣົສຊິກະຢາ ກາແຊັດຕາ (Rossiiskaya Gazeta) ຊຶ່ງເປັນຫນັງສືພິມລາຍວັນຂອງລັດຖະບານຣັດເຊຍວ່າ ຄຳສະເຫນີຂອງຈີນແມ່ນສະແດງໃຫ້ເຫັນ "ຄວາມເປັນອັນນຶ່ງອັນດຽວກັນ ຂອງທັດສະນະ ປະຊາຄົມໂລກຫຼາຍເທົ່າທີ່ຈະຫລາຍໄດ້," ອີງຕາມການແປເປັນພາສາອັງກິດ ຂອງ ບົດຄວາມທີ່ເຜີຍແຜ່ອອກໂດຍຫ້ອງການຜູ້ຕາງໜ້າຈີນ ປະຈຳອົງການສະຫະປະຊາຊາດ.
"ເອກະສານດັ່ງກ່າວເປັນປັດໄຈທີ່ມີລັກສະນະສ້າງສັນ ໃນການເຮັດໃຫ້ຜົນຕາມມາ ຂອງວິກິດການດັ່ງກ່າວຖືກລົບລ້າງໃຫ້ໝົດ ແລະມີການຊຸກຍູ້ການແກ້ໄຂບັນຫາທາງການເມືອງ. ບັນຫາທີ່ສັບສົນແມ່ນບໍ່ມີທາງແກ້ໄຂທີ່ງ່າຍດາຍ," ນັ້ນຄືຄຳເວົ້າຂອງ ທ່ານສີ.
ໃນໜັງສືພິມລາຍວັນ People's Daily ຊຶ່ງເປັນໜັງສືພິມຂອງຄະນະກຳມະການສູນກາງພັກຄອມມີວນິສຈີນນັ້ນ ທ່ານປູຕິນ ໄກ່າວໃນວັນຈັນມື້ນີ້ວ່າ: “ພວກເຮົາຮູ້ສຶກເຖິງບຸນຄຸນຕໍ່ການດຳເນີນຕາມສາຍທີ່ມີຄວາມກ້ຳເກິ່ງກັນຂອງຈີນ ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ໃນຢູເຄຣນ ທີ່ໄດ້ເຂົ້າໃຈເຖິງຄວາມເປັນມາ ແລະສາເຫດທີ່ແທ້ຈິງຂອງມັນ,” ອີງຕາມລາຍງານຂອງອົງການຂ່າວເອພີ (AP).
"ພວກເຮົາຍິນດີຕ້ອນຮັບຄວາມເຕັມໃຈຂອງຈີນ ທີ່ຈະເອົາບົດບາດແບບມີລັກສະນະ ສ້າງສັນໃນການແກ້ໄຂວິກິດການດັ່ງກ່າວ," ອີງຕາມລາຍງານຂອງ AP.
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ທ່ານຈອນ ເຄີບີ ກ່າວຕໍ່ວີໂອເອ ໃນວັນສຸກຜ່ານມານີ້ວ່າ “ພວກເຮົາຮູ້ວ່າຈີນ ແລະຣັດເຊຍ ໄດ້ປັບປຸງ ແລະເພີ່ມທະວີການພົວພັນຂອງເຂົາເຈົ້າ ຢູ່ໃນຫຼາຍດ້ານ, ທັງສອງຝ່າຍກໍໄດ້ມີ.... ສິ່ງທີ່ພວກເຮົາເປັນຫ່ວງກໍຄືວ່າ ປະທານປະເທດສີ ບໍ່ໄດ້ໂອ້ລົມກັບປະທານາທິບໍດີ [ຢູເຄຣນ] ທ່ານໂວໂລດິເມຍ ເຊເລນສ໌ກີ ແລະພວກເຮົາເຊື່ອວ່າ ມັນສໍາຄັນຫລາຍ ທີ່ທ່ານຕ້ອງໄດ້ເຮັດເຊັ່ນນັ້ນ- ກໍຄືບໍ່ແມ່ນທ່ານຈະຮັບເອົາແຕ່ທັດສະນະຂອງຣັດເຊຍໃນສົງຄາມນີ້ ແຕ່ທ່ານຕ້ອງຮັບເອົາທັດສະນະ ຂອງປະທານາທິບໍດີເຊເລນສ໌ກີ ອີກດ້ວຍ."