ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ສີ ຈິ່ນ ຜິງ ເວົ້າສຽດສີ ກອງປະຊຸມ G-7 ໃນຄຳປາໄສ


ປະທານປະເທດ ສີ, ຂວາ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຖ່າຍຮູບນຳກັນ ທີ່ກອງປະຊຸມສຸດຍອດ ອົງການການຮ່ວມມີ ຊ່ຽງໄຮ (SCO) ໃນເມືອງ ຈິງດາວ, ແຂວງ ຊ່ານຕົງ, ປະເທດ ຈີນ. 10 ມິຖຸນາ, 2018.
ປະທານປະເທດ ສີ, ຂວາ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຖ່າຍຮູບນຳກັນ ທີ່ກອງປະຊຸມສຸດຍອດ ອົງການການຮ່ວມມີ ຊ່ຽງໄຮ (SCO) ໃນເມືອງ ຈິງດາວ, ແຂວງ ຊ່ານຕົງ, ປະເທດ ຈີນ. 10 ມິຖຸນາ, 2018.

ອົງການການຮ່ວມມື ຊ່ຽງໄຮ ຫຼື SCO ໄດ້ຈັດກອງປະຊຸມສຸດຍອດຂອງເຂົາເຈົ້າເປັນ
ຄັ້ງທຳອິດ ນັບຕັ້ງແຕ່ ອິນເດຍ ແລະ ປາກິສຖານ ໄດ້ເຂົ້າຮ່ວມໃນກຸ່ມດັ່ງກ່າວ ເຊິ່ງຜູ້
ສັງເກດການໄດ້ພິຈາລະນາກັນ ຢ່າງກວ້າງຂວາງວ່າ ມີຈຸດປະສົງກີດກັ້ນອິດທິພົນ
ຂອງ ອາເມຣິກາ ໃນເອເຊຍກາງ.

ບັນດາປະເທດຜູ້ກໍ່ຕັ້ງຂອງພັນທະມິດດັ່ງກ່າວມີ ຈີນ, ຣັດເຊຍ, ກາຊັກສຖານ,
ອຸສເບກິດສຖານ, ເຄີຈິສຖານ ແລະ ທາຈີກິສຖານ.

ກອງປະຊຸມສຸດຍອດໄດ້ຖືກຈັດຂຶ້ນໃນເມືອງ ຈິງດາວ ຕັ້ງຢູ່ຊາຍຝັ່ງພາກຕາເວັນອອກ
ຂອງ ຈີນ.

ປະທານປະເທດ ຈີນ, ທ່ານ ສີ ຈິ່ນຜິງ ໄດ້ກ່າວຕໍ່ກຸ່ມທີ່ວ່ານັ້ນໃນຄຳປາໄສເປີດພິທີ
ເມື່ອວັນອາທິດມື້ນີ້ວ່າ, “ພວກເຮົາຄວນປະຕິເສດການເຫັນແກ່ຕົວ, ການມີວິໄສທັດ
ທີ່ສັ້ນ, ຄວາມຄິດຄັບແຄບ ແລະ ນະໂຍບາຍປິດ. ພວກເຮົາຕ້ອງຮັກສາກົດລະບຽບ
ຕ່າງໆຂອງອົງການການຄ້າໂລກ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ
ສ້າງເສດຖະກິດໂລກທີ່ເປີດ.”

ບັນດານັກວິເຄາະການເມືອງໄດ້ພິຈາລະນາຄຳປາໄສຂອງຜູ້ນຳ ຈີນ ດັ່ງກັບ ຄຳອ້າງ
ເຖິງການຈະລາຈົນໃນກອງປະຊຸມສຸດຍອດ G-7 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ໃນປະເທດ
ການາດາ ເຊິ່ງ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າໄດ້ແຕກແຍກກັນ ຍ້ອນ
ຄວາມເຄັ່ງຕຶງທາງການຄ້າທີ່ກຳລັງຂະຫຍາຍຕົວຂຶ້ນ.

ຫຼັງຈາກເດີນທາງອອກຈາກກອງປະຊຸມ G-7, ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ກໍໄດ້ອະທິບາຍກ່ຽວກັບນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ
ທຣູໂດ ວ່າ “ອ່ອນແອ ແລະ ບໍ່ເຂັ້ມແຂງ” ແລະ ບໍ່ຊື່ສັດ ແລະ ບໍ່ກ້າຫານ.” ນອກນັ້ນ

ທ່ານ ທຣຳ ຍັງໄດ້ຖອນການຮັບຮອງຂອງທ່ານໃນຖະແຫຼງການຂອງກອງປະຊຸມສຸດ
ຍອດ G-7 ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG