ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານສີ ປະນາມ ການຮຸກຮານ ຈີນແລະເກົາຫຼີ ໃນສະໄໝອານານິຄົມ ຂອງຍີ່ປຸ່ນ (ສະໄລດ໌/ວີດີໂອ)


ທ່ານສີ ຈິ້ນຜິງ ປະທານປະເທດຈີນ ຫົວຍິ້ມ ລະຫວ່າງພົບປະ ກັບປະທານສະພາເກົາຫລີໃຕ້ ທ່ານ Chung Ui-hwa ທີ່ຕຶກສະພາແຫ່ງຊາດເກົາຫຼີໃຕ້ທີ່ນະຄອນຫຼວງໂຊລ (4 ກໍລະກົດ 2014)
ທ່ານສີ ຈິ້ນຜິງ ປະທານປະເທດຈີນ ຫົວຍິ້ມ ລະຫວ່າງພົບປະ ກັບປະທານສະພາເກົາຫລີໃຕ້ ທ່ານ Chung Ui-hwa ທີ່ຕຶກສະພາແຫ່ງຊາດເກົາຫຼີໃຕ້ທີ່ນະຄອນຫຼວງໂຊລ (4 ກໍລະກົດ 2014)

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ປະນາມຕໍ່ອັນທີ່ທ່ານເອີ້ນ
ວ່າ ການຮຸກຮານໃນສະໄໝອານານິຄົມທີ່ປ່າເຖື່ອນ ຂອງຍີ່ປຸ່ນຕໍ່
ຈີນແລະເກົາຫລີ ໃນຂະນະທີ່ທ່ານສືບຕໍ່ ການຢ້ຽມຢາມເກົາຫຼີໃຕ້
ເປັນເວລາ 2 ມື້.

ໃນລະຫວ່າງຄຳປາໄສ ທີ່ມະຫາວິທະຍາໄລແຫ່ງຊາດ ຢູ່ນະຄອນ
ຫຼວງໂຊລ ໃນວັນສຸກມື້ນີ້ ທ່ານສີກ່າວວ່າ ຈີນ ແລະເກົາຫຼີໃຕ້ ໄດ້
ຮັບຄວາມທຸກທໍລະມານ ຢ່າງໃຫຍ່ຫຼວງ ທີ່ເປັນຜົນ ເນື່ອງມາຈາກ
ການຮຸກຮານຂອງຈັກກະພັດຍີ່ປຸ່ນ ໃນໄລຍະເຄິ່ງທຳອິດຂອງສັດ
ຕະວັດທີ 20.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນນຶ່ງມື້ຫລັງຈາກທ່ານສີ ໄດ້ສະເໜີຈັດພິທີໄວ້ອາໄລຮ່ວມກັນ ກັບເກົາຫຼີໃຕ້ ເພື່ອເປັນຂີດໝາຍ ລະນຶກເຖິງວັນຄົບຮອບ 70 ປີ ໃນການປາໄຊຂອງຍີ່ປຸ່ນໃນ ສະໄໝສົງຄາມໂລກຄັ້ງທີ 2.

ເກົາຫລີໃຕ້ແລະຈີນແມ່ນສອງປະເທດເຄາະຮ້າຍ ທີ່ໃຫຍ່ທີ່ສຸດຈາກການຮຸກຮານ ຂອງຈັກກະ ພັດຍີ່ປຸ່ນ. ນອກນັ້ນແລ້ວ ທັງສອງປະເທດ ຕ່າງກໍຍັງມີບັນຫາຂັດແຍ້ງ ກ່ຽວກັບເລື່ອງເຂດນ້ຳ ແດນດິນຂອງຕົນ ກັບຍີ່ປຸ່ນໃນເວລານີ້ ແລະຕ່າງກໍມີຄວາມວິຕົກກັງວົນ ກ່ຽວກັບຄວາມພະຍາ ຍາມຂອງໂຕກຽວ ທີ່ຈະຂະຫຍາຍບົດບາດທາງທະຫານຂອງຕົນ.

ພວກນັກສັງເກດການຫຼາຍໆຄົນເຫັນວ່າ ການເດີນທາງໄປຢ້ຽມຢາມເກົາຫລີໃຕ້ຂອງທ່ານສີ ຊຶ່ງເປັນເທື່ອທຳອິດ ນັບແຕ່ທ່ານເຂົ້າຮັບຕຳແໜ່ງນັ້ນ ແມ່ນເປັນພາກສ່ວນນຶ່ງ ໃນການພະຍາ ຍາມຂອງປັກກິ່ງ ທີ່ຈະແກ່ດຶງເອົາເກົາຫຼີໃຕ້ ເຂົ້າມາຢູ່ໃກ້ໆໃນວົງອິດທິພົນຂອງຕົນແລະດ້ວຍ ເຫດນັ້ນ ເພື່ອສ້າງຄວາມບາດໝາງກັບຍີ່ປຸ່ນ.

ໃນວັນພະຫັດວານນີ້ ທ່ານສີ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-Hye ໄດ້ຕົກລົງທີ່ຈະຂະຫຍາຍຄວາມສຳພັນ ທີ່ເຂັ້ມແຂງຢູ່ແລ້ວນັ້ນ ລະຫວ່າງເສດຖະກິດ ຂອງ ປະເທດທັງສອງ.

SOKOR CHINA VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG