ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການຮວບ​ຮວມ​ອຳນາດ​ຂອງທ່ານສີ ຈິ້ນ​ຜິງ ກໍ​ຄື​ການ​ປາບ​ປາມໃນ​ຈີນ ແລະ​ ການ​ຂັດ​ແຍ້ງ​ຢູ່​ຕ່າງ​ປະ​ເທດ, ອີງ​ຕາມ​ ນັກ​ວິ​ເຄາະ​ເວົ້າ

ຈໍ​ໂທ​ລະ​ພາບ​ຢູ່​ຮ້ານ​ຂາຍ​ເຄື່ອງ​ຍ່ອຍແຫ່ງ​ນຶ່ງສະ​ແດງ​ໃຫ້​ເຫັນ​ການ​ຖ່າຍ​ທອດ​ສົດຂະ​ນະ​ທີ່​ທ່ານ ສີ ຈິ້ນ​ຜິງ ສາ​ບານ​ຕົວ ພາຍ​ຫລັງ​ໄດ້​ຖືກເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງໃນ​ສະ​ໄໝ​ທີສາມຕໍ່​ໄປຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ຂອງ​ສະ​ພາບ​ປະ​ຊາ​ຊົນໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ວັນ​ທີ 10 ມີ​ນາ, 2023

ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ຂອງ​ທ່ານ​ສີ ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ເພື່ອ​ເສີມ​ຂະຫຍາຍ​ອຳນາດ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ ຮັດ​ແໜ້ນ​ການ​ກໍາ​ຂອງຕົນ​ຕໍ່ສັງຄົມ​ ແມ່ນ​ການ​ສະ​ແດງໃຫ້​ເຫັນ​ອຸດົມ​ການ​ຂອງ​ພັກ​ກອມ​ມູນິດ​ຈີນຢ່າງ​ເດັນ​ຊັດ ​ແລະ ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ການປາບ​ປາມຢູ່​ໃນ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ຄວາມ​ຂັດ​ແ​ຍ້ງ​ກັບ​ຝ່າຍ​ຕາ​ເວັນ​ຕົກ, ອີງ​ຕາມ​ພວກ​ນັກ​ວິ​ເຄາະ​ເຫດ​ການ.

ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ປະ​ຈຳ​ປີ ເຊິ່ງ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ຈັນ​ວານ​ນີ້, ໄດ້​ຮັບ​ຮອງເອົາການ​ປະ​ຕິ​ຮູບ​ທີ່ ​ຈະ​ຊຸກ​ຍູ້​ການ​ຄວບ​ຄຸມ​ຂອງ​ພັກ​ຕໍ່​ສະ​ຖາ​ບັນຕ່າງໆ​ຂອງ​ລັດ.

​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕົບ​ມື ຂະ​ນະ​ທີ່ປະ​ທານ​ປະ​ເທດ ສີ ຈິ້ນ​ຜິງ (ຊ້າຍ) ເຂົ້າ​ໄປ​ໃນ​ບ່ອນ​ຈັດພິ​ທີ​ປິດກອງ​ປະ​ຊຸມໃຫຍ່​ຂອງ​ສະ​ພາ​ປະ​ຊາ​ຊົນ ຫລື NPC ທີ່​ຫ້ອງ​ປະ​ຊຸມ​ໃຫຍ່​ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 13 ມີ​ນາ, 2023.

ສະພາ​ປະຊາຊົນ​ແຫ່ງ​ຊາດ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໄດ້​ອະນຸມັດ​ແຜນການ​ຈັດ​ຕັ້ງ​ຄະນະ​ລັດຖະບານ​ກາງ​ຄືນ​ໃໝ່​ ພາຍ​ໃຕ້​ສະພາ​ແຫ່ງ​ລັດ ຫລື ​ຄະນະ​ລັດຖະບານ, ລວມທັງ​ ການ​ສ້າງ​ຕັ້ງ​ອົງການ​ຄຸ້ມ​ຄອງ​ການ​ເງິນ, ຫ້ອງການ​ຂໍ້​ມູນ​ແຫ່ງ​ຊາດ ​ແລະ​ການ​ປັບປຸງ​ກະຊວງ​ວິທະຍາສາດ ແລະເທັກ​ໂນ​ໂລ​ຈີ. ແຜນ​ການ​ປະຕິ​ຮູບ​ດ້ານ​ສະ​ຖາ​ບັນ​ຂອງ​ພັກ​ແມ່ນ​ຈະ​ສິ້ນ​ສຸ​ດ​ລົງ​ ຫຼັງ​ຈາກ​ສິ້ນ​ສຸດ​ກອງ​ປະ​ຊຸມ​ສະ​ພາ​ໃນ​ວັນ​ຈັນວານ​ນີ້.

ນັບ​ຕັ້ງແຕ່​ທ່ານ​ສີ ​ຈິ້ນ​ຜິ​ງ ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ 2 ຄັ້ງ​ແລ້ວ ​ຄື: ​ໃນ​ປີ 2013 ​ແລະ 2018, ​ໄດ້​ຈັດ​ຕັ້ງ​ຄະນະ​ພັກ ​ເພື່ອ​ຕິດຕາມ​ກວດກາ​ການ​ປ່ຽນ​ແປງ​ນະ​ໂຍບາຍໃນ​ດ້ານ​ກົດໝາຍ​ ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ການ​ຕ່າງປະ​ເທດ, ການ​ເງິນ ​ແລະ ຄວາມ​ໝັ້ນຄົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG