ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານສີ ຈິ້ນຜິງ ຖືກແຕ່ງຕັ້ງ ໃຫ້ເປັນ ປະທານ ປະເທດຈີນ ໂດຍບໍ່ມີກຳນົດ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມຕົບມືຊົມເຊີຍ
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມຕົບມືຊົມເຊີຍ

ສະພາປະຊາຊົນແຫ່ງຊາດ ຂອງຈີນ ໄດ້ລົງຄະແນນສຽງ ຢ່າງເປັນເອກກະສັນເລືອກ
ເອົາປະທານປະເທດ ທ່ານສີ ຈິ້ນຜິງ ໃຫ້ເຂົ້າຮັບຕຳແໜ່ງເປັນສະໄໝທີສອງ ໂດຍຈະ
ບໍ່ຈຳກັດ ກຳນົດເວລາ ໃນການດຳລົງຕຳແໜ່ງ ຂອງທ່ານ.

ບົດແກ້ໄຂທີ່ເປັນຂ່າວນອງນັນ ແມ່ນໄດ້ຍົກເລີກ ການຈຳກັດໃນການດຳລົງຕຳແໜ່ງ
ສອງສະໄໝ ຂອງປະທານປະເທດແມ່ນໄດ້ຮັບການອະນຸມັດ ໃນວັນອາທິດທີ່ 11 ມີ
ນາຜ່ານມາ ພ້ອມກັບການປ່ຽນແປງອື່ນໆອີກ 20 ຂໍ້. ບົດແກ້ໄຂເຫຼົ່ານີ້ ໄດ້ມີການຮັບ
ຮອງເອົາ ໂດຍບໍ່ມີບັນຫາໃດໆ ຢູ່ໃນສະພາປະຊາຊົນແຫ່ງຊາດ ຊຶ່ງສ່ວນໃຫຍ່ແລ້ວ
ເປັນພຽງຜູ້ໃຫ້ການສະໜັບສະໜຸນເທົ່ານັ້ນ ໂດຍມີຜູ້ຄັດຄ້ານ ແຕ່ພຽງ 5 ສຽງ.

ການໂອ້ລົມສົນທະນາ ກ່ຽວກັບການປ່ຽນແປງດັ່ງກ່າວ ແມ່ນໄດ້ຖືກຫ້າມຢູ່ໃນສື່ສັງ
ຄົມ ແລະລັດຖະບານຈີນໄດ້ເອົາມາດຕະການແບບເດັດຂາດ ບໍ່ໃຫ້ມີການສະແດງ
ການຄັດຄ້ານ ແມ່ນແຕ່ໜ້ອຍດຽວກໍບໍ່ໄດ້.

ພວກຜູ້ນຳຂອງພັກຄອມມູນິສ ໄດ້ໂຕ້ແຍ້ງວ່າ ການປ່ຽນແປງໃນມາດຕາ​ 79 ຂອງ
ລັດຖະທຳມະນູນ ແມ່ນມີຄວາມຈຳເປັນ ຍ້ອນວ່າ ຕຳແໜ່ງອື່ນໆທີ່ທ່ານສີ ກຳຢູ່ໃນ
ຖານະປະທານ ແລະຫົວໜ້າກຳມາທິການກາງກອງທັບ ແມ່ນບໍ່ມີຂີດຈຳກັດ. ໂດຍ
ການຍົກເລີກ ການຈຳກັດ ໃນການດຳລົງຕຳແໜ່ງນັ້ນ ການໂຕ້ແຍ້ງ ກ່າວຕໍ່ໄປວ່າ ການປ່ຽນແປງເຫລົ່ານີ້ ຈະຄ້ຳປະກັນໃຫ້ຈີນມີຜູ້ນຳທີ່ເຂັ້ມແຂງ ແລະໃນເວລາທີ່ມີ ການປະຕິຮູບທີ່ສຳຄັນໆ ກຳລັງດຳເນີນຢູ່ນີ້ ແລະການກ້າວຂຶ້ນເປັນປະເທດມະຫາ
ອຳນາດ ພວມຢູ່ໃນຂັ້ນຕອນທີ່ສຳຄັນ ໃນການພັດທະນາເສດຖະກິດ.

ຜູ້ທີ່ກຳຕຳແໜ່ງປະທານປະເທດກ່ອນທ່ານສີ ຈິ້ນຜິງຄືທ່ານຫູ ຈິນຕ້າວ ແລະທ່ານ
ຈຽງ ເຊໝິນ ຕ່າງກໍໄດ້ກຳຕຳແໜ່ງທັງສາມ ແຕ່ພວກທ່ານໄດ້ລົງຈາກຕຳແໜ່ງປະ
ທານປະເທດ ແລະກໍໂອນອຳນາດ ໃຫ້ແກ່ຜູ້ນຳຄົນໃໝ່ ຫຼັງຈາກໄດ້ກຳຕຳແໜ່ງມາ
ສອງສະໄໝແລ້ວ.

ແຕ່ແນວໃດກໍຕາມ ຄວາມວິຕົກກັງວົນນຶ່ງທີ່ພັກຄອມມູນິສບໍ່ເອົາຫົວຊາ ກໍແມ່ນປະ
ຫວັດສາດຂອງປະເທດ ແລະເປັນຫຍັງຈຶ່ງມີການກຳນົດ ສະໄໝໃນການດຳລົງຕຳ
ແໜ່ງເທື່ອທຳອິດ ກໍເພື່ອຄ້ຳປະກັນວ່າ ມີການໂອນອຳນາດທີ່ໄດ້ຄາດຄະເນກັນໄວ້
ໃນທຸກໆທົດສະວັດ ແລະຫຼີກລ່ຽງບໍ່ໃຫ້ມີການຕັດສິນໃຈກ່ຽວກັບນະໂຍບາຍທີ່ສ້າງ ຄວາມຫາຍະນະບາງຢ່າງແລະຄວາມວຸ້ນວາຍທາງການເມືອງທີ່ເກີດຂຶ້ນກັບຜູ້ກໍ່ຕັ້ງ
ປະເທດຈີນ ທ່ານໝາວ ເຈີ ຕຸງ ກຳຕຳແໜ່ງຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG