ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຊີວະປະຫວັດຫຍໍ້ ຂອງທ່ານຊີ ຈິ້ນຜິງ ຮອງປະທານ ປະເທດຈີນ (ເບິ່ງວີດິໂອ)


ທ່ານ ຊີ ຈິ້ນພິງ ຮອງປະທານປະເທດຈີນ. ວັນທີ 13 ກຸມພາ 2012. audience.





















ຮອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ຊີ ຈິ້ນຜິງ ທີ່​ຄາດ​ກັນ​ວ່າ​ຈະ​ຂຶ້ນ​ເປັນຜູ້​ນໍາຄົນ​ຕໍ່​ໄປຂອງ​ຈີນ
​ທີ່​ມີ​ການ​ເສດຖະກິດ​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ​ນັ້ນ ​ເປັນ​ລູກ​ຊາຍ​ຂອງ​ອະດີດ​ຜູ້​ນໍາ​ຈີນ
​ຄົນ​ນຶ່ງ​ທີ່​ຖືກ​ປະ​ຫັດ​ປະຫານ ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ມື້​ລາງ​ທ່ານ​ເໝົາ​ເຈີ​ຕຸ​ງ.

ໃນ​ຂະນະ​ທີ່​ເປັນ​ເດັກ​ໄວ​ຮຸ່ນ​ໃນ​ປີ 1969 ທ່ານ​ຊີ ຈິ້ນຜິງ ​ຖື​ກຂັບ​ໄລ່​ໃຫ້​ໄປ​ອາ​ໄສ​ຢູ່​ໃນ​ບ້ານ
Liengjiahe ຊຶ່ງ​ເປັນ​ບ້ານ​ນຶ່ງ​ໃນ​ແຂວງ Shaan-xi ບ່ອນ​ທີ່​ທ່ານເກີດ​ນັ້ນ. ​ໂທ​ດກໍາ​ອັນ​ດຽວ
​ຂອງ​ທ່ານກໍ​ແມ່ນ​ວ່າ ທ່ານ​ໄດ້​ເປັນ​ລູກ​ຊາຍ​ຂອງ​ທ່ານ Xi Zhongxun ຫົວໜ້າ​ພັກ​ຄອມ​ມີ​ວ
ນິດ​ຂັ້ນ​ສູງ ທີ່​ຖືກ​ກວດ​ລ້າງ ຫລັງ​ຈາກ​ຖືກບັນ​ລະ​ຍາຍ ໃນ​ນະວະ​ນິຍາຍ​ປະວັດ​ສາດ​ທີ່​ເປັນ​
ບັນຫາ​ໂຕ້​ແຍ້​ງກັນ​ສະບັບນຶ່ງ.

ທ່ານ Wang Jianwei ສາດສະດາຈານ​ດ້ານ​ນະ​ໂຍບາຍສາທາ​ລະນະ​ທີ່​ມະຫາວິທະຍາ​ໄລ
Macau ກ່າວ​ຕໍ່​ວີ​ໂອ​ເອວ່າ ປະສົບ​ການໄດ້​ຊ່ອຍຫລໍ່​ຫຼອມກິລິຍາ​ທ່າ​ທາງ​ຂອງ​ທ່ານ​ຊີ ຈິ້ນຜິງ
ຊຶ່ງ​ທ່ານ​ກ່າວ​ວ່າ ບິດາຂອງ​ທ່ານ​ຊີ ຈິ້ນ​ພິງ​ໄດ້​ຖືກ​ປະ​ຫັດ​ປະຫານ​ໃນ​ລະຫວ່າງ​ການ​ປະຕິວັດ​
ວັດທະນະ​ທໍາ ຍ້ອນ​ເຫດ​ນີ້ ທ່ານ​ຈຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເຊ່ນ​ກັນ ​ແລະ​ຈໍາ​ເປັນ​ຕ້ອງ​ໄດ້​ໄປ
​ອາ​ໄສ​ຢູ່​ໃນ​ຊົນນະບົດ.

ໜຸ່ມນ້ອຍ ຊີ ຈິ້ນ​ຜິງ ຊຶ່ງ​ບໍ່​ມີ​ສິ່ງ​ໃດ​ຂັດຂວາງ​ໄດ້​ນັ້ນ ​ໄດ້​ເຂົ້າ​ຮ່ວມ​ພັກ​ຄອມ​ມີ​ວນິດແລະ​ພໍ​ໃຈ
​ນໍາ​ການ​ເລື່ອນຊັ້ນ​ຂຶ້ນ​ຢ່າງ​ໄວ​ໃນ​ລະດັບ​ທ້ອງ​ຖິ່ນ​ແລະ​ລະດັບຊາດ ໂດຍບັນລຸ​ຈຸດ​ສູງ​ສຸດ​ໃນ​
ການ​ເລືອກຕັ້ງ​ໃຫ້​ທ່ານ​ຂຶ້ນ​ເປັນ​ຮອງ​ປະທານປະ​ເທດ​ໃນ​ປີ 2008.

ເຖິງ​ແມ່ນ​ບິດາ​ຂອງ​ທ່ານ​ມີ​ບັນຫາ​ກໍ​ຕາມ ພວກ​ຄົນ​ຈີນ​ບາງ​ຄົນ​ຍັງ​ມອງ ເບິ່ງ​ທ່ານ​ຊີ ຈິ້ນ​ຜິງ ​ເປັນ​ນຶ່ງ​ໃນ​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ພວກ​ເຊື້ອສາຍ​ສັກ​ດີ​ນາ ອັນ​ເປັນ​ພວກ​ລູກ​ເຕົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ພັກ ທີ່ຄວາມ​ສໍາ​ເລັດ​ດ້ານ​ການ​ເມືອງ​ເອງ ​ໄດ້​ຮັບ​ຄວາມ​ຄຽດ​ແຄ້ນ​ຢ່າງ​ກວ້າງຂວາງ​ນັ້ນ.

ເຊ່ນ​ດຽວ​ກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ພັກ​ຫລາຍໆ​ຄົນ ທ່ານຊີ ຈິ້ນ​ຜິງ ​ໄດ້​ສົ່ງ​ລູກ​ສາວ​ຂອງ​ທ່ານ​ໄປ​ສຶກສາ​ຢູ່​ໃນ​ສະຫະລັດ ​ທີ່​ມະຫາວິທະຍາ​ໄລ Harvard ທີ່​ມີ​ຊື່​ສຽງ​ນັ້ນ.

ເບິ່ງວີດິໂອພາສາອັງກິດ ກ່ຽວກັບຊີວິດປະຫວັດຂອງທ່ານ​ຊີ ຈິ້ນ ຜິງ

XS
SM
MD
LG