ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສີ ປະທານປະເທດຈີນ ເປັນເຈົ້າພາບ ຕ້ອນຮັບ ທ່ານປູຕິນ ສຳລັບການເຈລະຈາ ໃນປັກກິ່ງ


ປະທານາທິບໍດີຮັດເຊຍ ທ່ານວລາດີເມຍ ປູຕິນ, ຊ້າຍ, ຈັບມືກັບ ທີ່ປຶກສາແຫ່ງລັດຂອງຈີນ ທ່ານນາງ ເສິນ ຢີກິນ, ຜູ້ທີສອງຈາກຂວາ, ເມື່ອເດີນທາງຮອດສະໜາມບິນສາກົນ ນະຄອນຫຼວງປັກກິ່ງ, ຂອງຈີນ, ວັນທ່ີ 16 ພຶດສະພາ 2024.
ປະທານາທິບໍດີຮັດເຊຍ ທ່ານວລາດີເມຍ ປູຕິນ, ຊ້າຍ, ຈັບມືກັບ ທີ່ປຶກສາແຫ່ງລັດຂອງຈີນ ທ່ານນາງ ເສິນ ຢີກິນ, ຜູ້ທີສອງຈາກຂວາ, ເມື່ອເດີນທາງຮອດສະໜາມບິນສາກົນ ນະຄອນຫຼວງປັກກິ່ງ, ຂອງຈີນ, ວັນທ່ີ 16 ພຶດສະພາ 2024.

ປະທານປະເທດຈີນ ສີ ຈິ້ນຜິງ ເປັນເຈົ້າພາບຕ້ອນຮັບ ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ສຳລັບການເຈລະຈາ ໃນວັນພະຫັດມື້ນີ້ ຢູ່ໃນປັກກິ່ງ ເຊິ່ງເປັນການເລີ້ມຕົ້ນຂອງການເດີນທາງຢ້ຽມຢາມໄລຍະສອງວັນຂອງຜູ້ນຳຣັດເຊຍ.

ກ່ອນການເດີນທາງ, ວັງເຄຣມລິນ ໄດ້ກ່າວວ່າ ທ່ານສີ ແລະທ່ານປູຕິນ ຈະ “ມີການປຶກສາຫາລືກັນຢ່າງລະອຽດກ່ຽວກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການເປັນຄູ່ຮ່ວມມືຮອບດ້ານ ແລະການຮ່ວມມືດ້ານຍຸດທະສາດ ແລະກຳນົດທິດທາງໃໝ່ສຳລັບການພັດທະນາການຮ່ວມມືລະຫວ່າງ ຣັດເຊຍ ແລະຈີນ ຕື່ມອີກ.”

ບັນດາຜູ້ນຳຍັງໄດ້ຄາດໝາຍ “ໃຫ້ມີການແລກປ່ຽນຄວາມຄິດເຫັນຢ່າງລະອຽດ ກ່ຽວກັບບັນຫາຕ່າງໆທີ່ລໍ່ແຫຼມທີ່ສຸດລະຫວ່າງປະເທດ ແລະພາກພື້ນ” ວັງເຄຣມລິນ ກ່າວ.

ທ່ານປູຕິນ ໃນການໃຫ້ສຳພາດກັບສື່ມວນຊົນຂອງຈີນ ໃນວັດພຸດວານນີ້ ວ່າ ຣັດເຊຍ ພ້ອມແລ້ວທີ່ຈະເຈລະຈາ ກ່ຽວກັບສົງຄາມໃນຢູເຄຣນ.

ຣັດເຊຍ “ບໍ່ເຄີຍປະຕິເສດທີ່ຈະເຈລະຈາ” ອົງການຂ່າວຊິນຫົວ ຂອງທາງການຈີນ ໄດ້ອ້າງເຖິງຄຳເວົ້າຂອງທ່ານປູຕິນ ທີ່ໄດ້ກ່າວໄວ້. ຣັດເຊຍຫາທາງ “ໃຫ້ມີການແກ້ໄຂບັນຫາຂັດແຍ້ງນີ້ ຢ່າງຮອບດ້ານ, ຍືນຍົງ ແລະ ຢຸດຕິທຳດ້ວຍສັນຕິວິທີ.”

ຣັດເຊຍ ໄດ້ບຸກລຸກຢູເຄຣນໃນເດືອນກຸມພາ ປີ 2022.

ປະທານາທິບໍດີຂອງຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ສະເໜີແຜນການສັນຕິພາບ ແລະປະເທດສະວິດເຊີແລນ ແມ່ນພ້ອມທີ່ຈະເປັນເຈົ້າພາບຈັດການເຈລະຈາສັນຕິພາບໃນເດືອນໜ້ານີ້ ແຕ່ຣັດເຊຍ ບໍ່ໄດ້ຖືກເຊື້ອເຊີນໃຫ້ມາຮ່ວມໃນກອງປະຊຸມດັ່ງກ່າວ. ຢູເຄຣນ ພວມຫາທາງໃຫ້ຣັດເຊຍ ຖອນກອງກຳລັງຂອງຕົນອອກຈາກຢູເຄຣນໂດຍສົມບູນ ລວມທັງອອກຈາກພື້ນທີ່ຕ່າງໆທີ່ຣັດເຊຍອ້າງວ່າຈະຍຶດເອົາ ໃນການເຄື່ອນໄຫວທີ່ໄດ້ຖືກປະຕິເສດໂດຍປະຊາຄົມນານາຊາດ.

Chinese President Xi Jinping hosted Russian President Vladimir Putin for talks Thursday in Beijing, the start of a two-day visit by the Russian leader.

Ahead of the trip, the Kremlin said Xi and Putin would "have a detailed discussion on the entire range of issues related to the comprehensive partnership and strategic cooperation and determine the new directions for further development of cooperation between Russia and China.”

The leaders were also expected to “also have a detailed exchange of opinions on the most acute international and regional issues," the Kremlin said.

Putin said in an interview with Chinese media Wednesday that Russia is ready to negotiate on the war in Ukraine.

Russia has "never refused to negotiate," China’s state-run Xinhua News Agency quoted Putin as saying. Russia seeks a "comprehensive, sustainable and just settlement of this conflict through peaceful means."

Russia invaded Ukraine in February 2022.

Ukrainian President Volodymyr Zelenskyy has proposed a peace plan, and Switzerland is set to host peace talks next month, but Russia was not invited to the meetings. Ukraine is seeking a full withdrawal of Russian forces from Ukraine, including from areas Russia claimed to annex in a move that was rejected by the international community.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG