ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປະເທດຈີນ ກ່າວວ່າ ການລັກລອບ ທາງອິນເຕີແນັດ ຄວນຖືກລົງໂທດ


ປະທານປະເທດຈີນ ທ່ານ Xi Jinping ທີ່ນະຄອນຫລວງປັກກິ່ງ.
ປະທານປະເທດຈີນ ທ່ານ Xi Jinping ທີ່ນະຄອນຫລວງປັກກິ່ງ.

​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ທີ່​ເລີ້ມການ​ຢ້ຽມຢາມ
ສະຫະລັດໃນ​ວັນ​ອັງ​ຄານມື້​ນີ້ ກ່າ​ວວ່າ ລັດຖະບານ​ຂອງ​ທ່ານ ​
ຖືວ່າເລື້ອງການຮັກສາຄວາມ​ປອ​ດ​ໄພ​ທາງ​ອິນ​ເຕີ​ແນັດ ເປັນ
ເລື້ອງສຳຄັນ ​ແລະ ​ຜູ້​ກະທຳ​ຄວາມ​ຜິດ​ກ່ຽວກັບເລື້ອງອິນເຕີ
​ແນັດ ຮວມທັງພວກແຮັກເກີ້ ເຈາະຂໍ້ມູນເອົາ​ຄວາມ​ລັບ​ທາງ​
ການ​ຄ້າ ຄວນຖືກ​ລົງ​ໂທດ ​ຕາມກົດໝາຍແລະສົນທິສັນຍາ
ສາ​ກົນຕ່າງໆ.

ຢູ່​ໃນບົດ​ຂຽນສະແດງຄວາມເຫັນທີ່ພິມເຜີຍ​ແຜ່​ໃນ​ຕອນ​ເຊົ້າ
ວັນ​ອັງຄານ​ມື້​ນີ້​ເພື່ອ​ຕອບ​ຄຳ​ຖາມ​ຂອງໜັງສືພິມ Wall
Street Journal​
ນັ້ນ ທ່ານ Xi ກ່າວ​ວ່າ ຈີນກໍ​ໄດ້​ເປັນ​ຜູ້​ເຄາະ​
ຮ້າຍຂອງ​ການ​ເຈາະຂໍ້ມູນຄືກັນ ແລະ​ໄດ້​ປະຕິ​ເສດກ່ຽວກັບບົດ|ບາດ​ໃດໆຂອງ​ລັດຖະບານ
ທີ່ມີ​ສ່ວນ​ພົວພັນ​ ໃນລັກ​ລອຍຂໍ້ມູນທາງ​ທຸລະ​ກິດ​ການ​ຄ້າ.

ທ່ານ Xi ​ໄດ້​ຂຽນ​ວ່າ “ລັດຖະບານ​ຈີນ​ ບໍ່​ໄດ້​ພົວພັນ​ການ​ລັກ​ລອບຄວາມ​ລັບ​ໃນ ດ້ານທຸລະ
​ກິດ​ການ​ຄ້າ ຢູ່​ໃນ​ຮູບ​ແບບ​ໃດ​ໆ ​ແລະກໍ​ບໍ່​ໄດ້​ຊຸກຍູ້​ໃຫ້ການ​ສະໜັບສະ ໜູນບໍລິສັດ​ຈີນ​ໃດ​ໆ
​ໃຫ້ພົວພັນ​ກັບການ​ກະ​ທຳ​ດັ່ງກ່າວ.”

​ໃນ​ວັນ​ຈັນ​ວານ​ນີ້ ທີ່​ປຶ​ກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງສະຫະລັດ ທ່ານ​ນາງ Susan
Rice ​ໄດ້​ເຕືອນ​ຈີນ​ວ່າ ການຈາລະກຳທາງອິນເຕີແນັດ ທີ່ປັກ​ກິ່ງໃຫ້ ການ​ສະໜັບສະໜູນ
​ເປັນ​ອຸບປະສັກກີດ​ກັ້ນ​ທີ່ສຳຄັນ​ຕໍ່ຄວາມສຳພັນ ​ສະຫະລັດກັບຈີ​ນ ​ແລະ​ກ່າ​ວວ່າ ການ​ລັກ​ລອບ​ດັ່ງ​ກ່າວຕ້ອງຍຸດຕິ​ລົງ.

ທ່ານ Xi ກ່າວ​ຕໍ່ ໜັງສື​ພິມ Wall Street Journal ວ່າ ທ່ານ​ພ້ອ​ມ​ແລ້ວ​ທີ່​ຈະ​ເພີ້ມທະວີການ​
ຮ່ວມມື ກັບ ສະຫະລັດ ກ່ຽວ​ກັບ​ການກໍ່ອາຊະຍາກຳທາງ​ອິນ​ເຕີແນັດ.

ນອກນັ້ນ ທ່ານ​ຍັງ​ໄດ້ກ່າວເຖິງ ການ​ໂຕ້​ແຍ້​ງກ່ຽວກັບໝູ່​ເກາະ​ໃນທະ​ເລ​ຈີນ​ໃຕ້ ທີ່​ຮູ້​ໃນ​ປະ​
ເທດ​ຈີນ​ວ່າ Nansha ​ແລະ​ຢູທີ່​ອື່ນໆຮ້ອງ​ວ່າ Spratly Islands.

ທ່ານ Xi ​ໄດ້​ກ່າວເຖິງວ່າ ​ໝູ່​ເກາະດັ່ງກ່າວ ທີ່ໄດ້ອ້າງເອົາກຳມະສິດເປັນບາງ​ສ່ວນໂດຍ
ຟິລິບ​ປິນ ຫວຽດນາມ ມາ​ເລ​ເຊຍ ບຣູ​ໄນ ​ແລະໄຕ້​ຫວັນ ແມ່ນ​ເປັນ​ດິນ​ແດນ​ຂອງ​ຈີນ ມາ
ແຕ່​ສະໄໝໂບຮານ​ນະ​ການ. ຈີນໄດ້ເຮັດ​ໂຄງການ​ຖົມດິນ​ ພ້ອມທັງ​ໄດ້​ປຸກສ້າງ​ຕຶກອາ
ຄານຂອງພົນລະ​ເຮືອນ ​ແລະ​ບັນດາຄ້າຍ​ທະຫານຢູ່ຕາມເກາະດອນຕ່າງໆ.

ສະຫະລັດທວງໃຫ້ຈີນຍຸດຕິກິດຈະການຕ່າງໆ ໃນທັນທີ ໂດຍເວົ້າວ່າ ມັນເປັນການຜິດ
ຕໍ່ຫລັກການຂອງນາໆຊາດ ແລະສ່ຽງຕໍ່ການກໍ່ໃຫ້ເກີດບັນຫາຂັດແຍ້ງຢູ່ໃນຂົງເຂດ.

Obama, Xi to Meet Amid Tensions
please wait

No media source currently available

0:00 0:02:57 0:00

XS
SM
MD
LG