ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ສີ ກ່າວ​ວ່າ ຈີນ 'ແນ່ນອນ ຈະໄດ້​ຮັບ​ການ​ທ້ອນ​ໂຮມ' ກັບ​ໄຕ້​ຫວັນ


​ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 31 ທັນ​ວາ ປີ 2023 ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ, ປະ​ທານ​ປະ​ເທດ​ຈີນ ທ່​ານ​ສີ ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ຕ້ອນ​ຮັບ​ປີ 2024.
​ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 31 ທັນ​ວາ ປີ 2023 ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ, ປະ​ທານ​ປະ​ເທດ​ຈີນ ທ່​ານ​ສີ ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ຕ້ອນ​ຮັບ​ປີ 2024.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ກ່າວ​ໃນ​ຄຳ​ປາ​ໄສ ວັນ​ຂຶ້ນ​ປີ​ໃໝ່​ນີ້​ວ່າ “ຈີນ​ແນ່ນອນ ຈະ​ໄດ້​ທ້ອນ​ໂຮມ” ​ກັບ​ໄຕ້​ຫວັນ ຊຶ່ງເປັນ​ດິນ​ແດນ ​ທີ່​ປົກ​ຄອງ​ຕົນ​ເອງ ໂດຍ​ປັກ​ກິ່ງ ​ໄດ້ການ​ຂົ່ມ​ຂູ່​ຄືນ​ອີກ ​ກ່ຽວ​ກັບ​ການ​ໃຊ້​ກຳ​ລັງ​ທະ​ຫານ ​ເຂົ້າ​ຄວບ​ຄຸມ​ເກາະ​ດັ່ງ​ກ່າວ ແຕ່​ບໍ່​ໄດ້​ຕັ້ງ​ກຳ​ນົດ​ເວ​ລາ ​ໃນ​ການ​ເຂົ້າ​ຄວບ​ຄຸມ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ສີມີ​ຂຶ້ນ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ສະ​ພາ​ແຫ່ງ​ຊາດ​ໄຕ້ຫວັນ ​ໃນ​ວັນ​ທີ 13 ມັງ​ກອນ ທີ່​ຈີນ​ກ່າວ​ວ່າ ເປັນ​ທາງ​ເລືອກ​ລະ​ຫວ່າງ​ສົງ​ຄາມ​ແລະ​ສັນ​ຕິ​ພາບ.

ທ່ານ​ວິ​ລ​ລຽມ ຫຼາຍ ຜູ້​ຊຶ່ງ​ໃນ​ປັດ​ຈຸ​ບັນ​ຮັບ​ຕຳ​ແໜ່ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັກ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ ແລະ​ພວມ​ມີ​ຄ​ະ​ແນນ​ນຳ​ໜ້າ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ ເລືອກ​ຕັ້​ງ​ປະ​ທາ​ນາ​ທິ​ບໍ​ດີ ແຕ່​ຈີນຖື​ວ່າ ລາວ​ເປັນ “ຜູ້​ແບ່ງ​ແຍກ​” ແລະ​ໄດ້​ກ່າວ​ຫາ​ລາວ​ ແລະ​ ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ​ເຫວິນ ວ່າ ພະ​ຍາ​ຍາມ​ທ້າ​ທາຍ​ຍຸ​ແຍ່​ໃຫ້​ຈີນ​ໂຈມ​ຕີ​ເກາະ​ດັ່ງ​ກ່າວ.

ໄຕ້​ຫວັນ​ແຍກ​ອອກ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່​ໃນ​ສົງ​ຄາມ​ກາງ​ເມືອງ​ປີ 1949 ແຕ່​ປັກ​ກິ່ງ​ຍັງ​ສືບ​ຕໍ່ ​ຖື​ເກາະ​ດັ່ງ​ກ່າວ​ວ່າ ເປັນ​ດິນ​ແດນ​ຂອງ​ຈີນ ແລະມີ​ຄວາມ​ປະ​ສົງຢາກຄວບ​ຄຸມເສດ​ຖະ​ກິດ ​ຂອງ​ໄຕ້​ຫວັນ​ທີ່​ຄອບ​ງຳໂດຍ​ເທັກ​ໂນ​ໂລ​ຈີ ທັງໆ​ທີ່​ເກາະ​ດັ່ງ​ກ່າວ​ປົກ​ຄອງ​ຕົນ​ເອງ. ຈີນ​ໄດ້​ສົ່ງ​ເຮືອ​ບິນ​ລົບ​ອາຍ​ພົ່ນ ບິນ​ລ່ວງ​ລ້ຳ​ຢູ່​ເປັນ​ປະ​ຈຳ​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ຟ້າ ແລະ​ກຳ​ປັ່ນ​ລົບ​ແລ່ນ​ເຂົ້າ​ໄປ ​ໃກ້ໆ​ກັບ​ເກາະ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG