ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອນ​ໄຊ​ຍະ​ບູ​ລີ ຈະ​ເລີ້ມ​ຜະ​ລິດ​ໄຟ​ຟ້າ ໃນ​ຂ​ະ​ນະ​ທີ່ ກຸ່ມ​ອະນຸ​ລັກສິ່ງ​ແວດ​ລ້ອມໄທ ຍັງ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຄັດ​ຄ້ານ


ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແມ່​ນ້ຳ​ຂອງ ໃນ​ປະ​ເທດ ລາວ.
ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແມ່​ນ້ຳ​ຂອງ ໃນ​ປະ​ເທດ ລາວ.

ເຂື່ອນ​ໄຊ​ຍະ​ບູ​ລີ ເລີ້ມ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ສົ່ງ​ຂາຍ​ໃຫ້​ໄທ ໃນ​ຂ​ະ​ນະ​ທີ່ ເຄືອ​ຂ່າຍ​ປະ​ຊາ​ຊົນ​ໃນ​ລຸ່ມ​ນ້ຳ​ຂອງ​ໃນ​ໄທ ຍັງ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຄັດ​ຄ້ານ​ການ​ຊື້​ກະ​ແສ​ໄຟ​ຟ້າ ຈາກ​ເຂື່ອນ​ໄຊ​ຍະ​ບູ​ລີ ໃນ​ລາວ.


ໂຄງ​ການ​ເຂື່ອນ​ນ້ຳ​ຂອງ​ໄຊ​ຍະ​ບູ​ລີໃນ​ລາວ ໄດ້​ເລີ້ມ​ເດີນ​ເຄື່ອງ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 29 ຕຸ​ລາ 2019 ທີ່​ຜ່ານ​ມາ ຊຶ່ງ​ກໍ​ຖື​ເປັນ​ມື້​ທຳ​ອິດ​ຂອງ​ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ຂາຍ​ໃຫ້​ໄທ ພາຍ​ໃຕ້​ຂໍ້​ຕົກ​ລົງ ວ່າ​ດ້ວຍ​ການ​ຊື້-ຂາຍ​ພະ​ລັງ​ງານ​ໄຟ​ຟ້າ ລະ​ຫວ່າງ ລາວ-ໄທ ໃນ​ປະ​ລິ​ມານ​ເຖິງ 9,000 ເມ​ກາ​ວັດ ໂດຍ​ເຂື່ອນ​ໄຊ​ຍະ​ບູ​ລີ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 1,285 ເມ​ກາ​ວັດ ໃນ​ນີ້​ຈະ​ສົ່ງ​ຂາຍ​ໃຫ້​ກັບ ການ​ໄຟ​ຟ້າ​ຝ່າຍ​ຜະ​ລິດ​ແຫ່ງ​ປະ​ເທດ​ໄທ ຫຼື EGAT 1,225 ເມ​ກາ​ວັດ ທີິ່​ຄິດ​ເປັນ​ພະ​ລັງ​ງານ​ໄຟ​ຟ້າ 6,929 ລ້ານ​ກິ​ໂລ​ວັດ​/ໂມງ​ຕໍ່​ປີ ແລະ​ມີ​ມູນ​ຄ່າ​ສົ່ງ​ອອກ​ເຖິງ 15,000 ລ້ານ​ບາດ​ຕໍ່​ປີ ຫຼືຫຼາຍກວ່າ 435,000 ລ້ານ​ບາດ ໃນ​ຕະຫຼອດ​ໄລ​ຍະ ສຳ​ປະ​ທານ 29 ປີ ສ່ວ​ນ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ເຫຼືອ 60 ເມ​ກາ​ວັດ​ນັ້ນ ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຫຼື EDL ເພື່ອ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ລາວ.

ລັກ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໄປ​ຫາ​ໄທ ເຫັນ​ໄດ້​ວ່າ ຕັ້ງ​ຢູ່​ໃນ​ທົງ​ນາ​ຂອງ​ປະ​ຊາ​ຊົນ
ລັກ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໄປ​ຫາ​ໄທ ເຫັນ​ໄດ້​ວ່າ ຕັ້ງ​ຢູ່​ໃນ​ທົງ​ນາ​ຂອງ​ປະ​ຊາ​ຊົນ

ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູ​ລີ ມີ​ມູນ​ຄ່າ​ການ​ລົງ​ທຶນ​ລວມ​ເຖິງ 4,000 ລ້ານ​ໂດ​ລາ ໂດຍ​ເປັນ​ການ​ຮ່ວມ​ທຶນ​ລະ​ຫວ່າງ 4 ບໍ​ລິ​ສັດ ຈາກ​ປະ​ເທດ​ໄທ ຄື ກຸ່ມ​ບໍ​ລິ​ສັດ ຊ. ການຊ່າງ​ຈຳ​ກັດ (ມະ​ຫາ​ຊົນ), ບໍ​ລິ​ສັດ ນະ​ທີ ຊີນ​ເນີ​ຈີ​ຈຳ​ກັດ ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ຈຳ​ກັດ (ມະ​ຫາ​ຊົນ) ແລະ​ບໍ​ລິ​ສັດ ພີ​ທີ ຄອນ​ສ​ຕ​ຣັກ​ຊັນ ແອນ ອີ​ຣິ​ເກ​ຊັນ​ຈຳ​ກັນ ໂດຍ​ຖື​ຮຸ້ນ​ລົງ​ທຶນ​ໃນ​ສັດ​ສ່ວນ 57.5 ເປີ​ເຊັນ, 25 ເປີ​ເຊັນ, 12.5 ເປີ​ເຊັນ, ແລະ 5 ເປີ​ເຊັນ ຕາມ​ລຳ​ດັບ ໂດຍ​ການກໍ່​ສ້າງ​ເຂື່ອນ​ໄດ້​ນຳ​ໃຊ້​ເທັກ​ນິກ​ທັນ​ສະ​ໄໝ ແລະ​ໄດ້​ມາດ​ຕະ​ຖານ​ສາ​ກົນ ຈຶ່ງ​ເປັນ​ໂຄງ​ການ​ນຶ່ງ​ທີ່​ມີ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ​ສັດ​ນ້ຳ ໄດ້​ດີ​ທີ່​ສຸດ​ໃນ​ໂລກ ດັ່​ງ​ທີ່ ທ່ານ​ເຣ​ວັດ​ຣ ສຸ​ວັນ​ນະ​ກິດ​ຕິ ຮອງ​ປະ​ທານ​ກຳ​ມະ​ການ​ຜູ້​ຈັດ​ການ ບໍ​ລິ​ສັດ​ໄຊ​ຍະ​ບູ​ລີ ພາວ​ເວີ​ຈຳ​ກັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ເວ​ລານີ້​ ເຮົາ​ສາ​ມາດ​ເວົ້າ​ໄດ້​ເຕັມ​ທີ່​ວ່າ ທາງ​ປາ​ຜ່ານ​ຂອງ​ໂຮງ​ໄຟ​ຟ້າ​ໄຊ​ຍະ​ບູນ​ລີນີ້​ດີ​ທີ່​ສຸດ​ໃນ​ໂລກ ເຮົາ​ຈະ​ມີ​ຊ່ອງທາງຫຼາຍຊ່ອງ​ໃຫ້ າ​ເລືອກ​ຜ່ານ​ໄດ້​ຕາມ​ຄວາມ​ພໍ​ໃຈ ແລ້ວ​ກໍ​ອີກ​ຢ່າງ​ນຶ່ງ ກໍ​ຄື​ທີ່ນີ້ ຈະ​ເປັນ​ແຫ່ງ​ທຳ​ອິດ ຂອງ​ເອ​ເຊຍ​ທີ່​ມີ ລິ​ຟ​ຕ໌ ສຳ​ລັບ​ຍົກ​ປາ​ໂດຍ​ເຮົາ​ປ້ຳ​ນ້ຳ​ເຂົ້າ​ໄປ​ລໍ​ຖ້າ​ປາ​ໃຫ້​ເຂົ້າ​ມາ​ໃນ​ລະ​ບົບ​ຂອງ​ໂຮງ​ໄຟ​ຟ້າ ແລ້ວ​ກໍ​ຈະ​ຊັກ​ນຳ​ຜ່ານ​ເຂົ້າ​ມາ​ຈົນ​ກະ​ທັງ​ເຖິງ​ຈຸດ​ຮວມ​ປາ ພໍ​ເຖງ​ຈຸດ​ຮວມນີ້​ ເຮົາ​ກໍ​ຈະ​ມີ​ລິ​ຟ​ຕ໌ ຍົກ​ປາ​ຂຶ້ນ​ໄປ ແລ້ວ​ກໍ​ປ່ອຍ​ອອກ​ທາງ​ຄອງ​ດ້ານ​ເໜືອ​ນ້ຳ​ໃຫ້​ປາ​ລອຍ​ອອກ​ໄປ​ໄດ້.”

ທາງ​ດ້ານ ທ່ານ​ອາ​ນຸ​ພາບ ວົງ​ລະ​ຄອນ ຮອງ​ກຳ​ມະ​ການ​ຜູ້​ຈັດ​ການ​ບໍ​ລິ​ສັດ​ໄຊ​ຍະ​ບູ​ລີ ພາວ​ເວີ​ຈຳ​ກັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ ເປັນ​ເຂື່ອນ​ແບບ​ນ້ຳ​ໄຫລ​ຜ່ານ​ທີ່ບໍ່​ມີ​ການ​ກັກ​ນ້ຳ​ແຕ່​ຢ່າງ​ໃດ ແລະ​ມີ​ປະ​ຕູ​ນ້ຳ​ເພື່ອ​ໃຫ້​ປາ​ສາ​ມາດ​ຂຶ້ນ​ລົງ​ໄດ້​ຢ່າງ​ສະ​ດວກ ອີກ​ທັງ​ຍັງ​ມີ​ຊ່ອງ​ທາງ​ແລ່ນ​ເຮືອກວ້າງ 12 ແມັດ ຍາວ 700 ແມັດ ທີ່​ສາ​ມາດ​ຮອງ​ຮັບ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ ຂະ​ໜາດ​ລະ​ຫວ່າງ​ນ້ຳ​ໜັກ​ໄດ້​ເຖິງ 500 ໂຕນ.

​ຕົວ​ແທນ​ຂອງ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ໃນ​ລຸ່ມ​ນ້ຳ​ຂອງໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ປົກ​ຄອງ​ສູງ​ສຸດ​ຂອງ​ໄທ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019 ເພື່ອ​ຂໍ​ໃຫ້​ມີ​ຄຳ​ສັ່ງ​ລະ​ງັບ​ການ​ຊື້​ໄຟ​ຟ້າ ຈາກ​ເຂື່ອ​ນ​ໄຊ​ຍະ​ບູ​ລີ
​ຕົວ​ແທນ​ຂອງ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ໃນ​ລຸ່ມ​ນ້ຳ​ຂອງໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ປົກ​ຄອງ​ສູງ​ສຸດ​ຂອງ​ໄທ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019 ເພື່ອ​ຂໍ​ໃຫ້​ມີ​ຄຳ​ສັ່ງ​ລະ​ງັບ​ການ​ຊື້​ໄຟ​ຟ້າ ຈາກ​ເຂື່ອ​ນ​ໄຊ​ຍະ​ບູ​ລີ

ແຕ່​ຢ່າງ​ໃດ​ກໍ​ຕາມ ໂຄງ​ການ​ເຂື່ອນ​ໄຊ​ຍະ​ບູ​ລີ ກໍ​ຖືກ​ຄັດ​ຄ້ານ​ຈາກ​ເຄືອ​ຂ່າຍ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ຢ່າງກວ້າງ​ຂວາງ ເນື່ອ​ງ​ຈາກ​ເປັນ​ໂຄງ​ການ​ທີ່ກໍ່​ສ້າງ​ເທິງ​ແນວ​ແມ່​ນ້ຳ​ຂອງ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຫວັ່ນ​ເກງວ່າ ຈະ​ສົ່ງ​ຜົນ​ກະ​ທົບ​ທັງ​ຕໍ່​ສັດ​ນ້ຳ ແລະ​ດິນ​ຕະ​ກອນ ທີ່​ເປັນ​ທັງ​ແຫລ່ງ​ອາ​ຫານ​ຂອງ​ສັດ​ນ້ຳ ແລະ​ເປັນ​ປຸຍ​ທີ່​ອຸ​ດົມ​ສົມ​ບູນ​ສຳ​ລັບ​ການ​ປູກ​ພືດ​ສະ​ບຽງ​ອາ​ຫານ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ.

ທັງ​ນີ້ ທ່ານ​ຊາ​ນ​ນະ​ຣົງ ວົງ​ບາ ຜູ້​ປະ​ສານ​ງານ​ຂອງ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ໃນ​ລຸ່ມ​ນ້ຳ​ຂອງຢືນ​ຢັນ​ວ່າ ທະ​ນາຍ​ຄວາມ​ແລະ​ຄະ​ນະ​ຕົວ​ແທນ​ຂອງ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ໃນ​ລຸ່ມ​ນ້ຳ​ຂອງໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ປົກ​ຄອງ​ສູງ​ສຸດ​ຂອງ​ໄທ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019 ເພື່ອ​ຂໍ​ໃຫ້​ມີ​ຄຳ​ສັ່ງ​ລະ​ງັບ​ການ​ຊື້​ໄຟ​ຟ້າ ຈາກ​ເຂື່ອ​ນ​ໄຊ​ຍະ​ບູ​ລີ ດ້ວຍ​ເຫດ​ຜົນ​ວ່າ ເຂື່ອນ​ໄຊ​ຍະ​ບູ​ລີ ໄດ້​ກັກ​ເກັບ​ນ້ຳ​ໄວ້​ຜະ​ລິດ​ໄຟ​ຟ້ານັ້ນ ໄດ້​ເຮັດ​ໃຫ້​ພື້ນ​ທີ່​ໃນ​ເຂດ​ຕອນ​ລຸ່ມ​ຂອງ​ເຂື່ອນ​ໄຊ​ຍະ​ບູ​ລີ ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ນ້ຳ​ຢ່າງ​ໜັກ​ໜ່ວງ​ໃນ​ປັດ​ຈຸ​ບັນ ໂດຍ​ສະ​ເພາະ​ແມ່ນ​ຈັງ​ຫວັດ​ທີ່​ຕິດ​ນ້ຳ​ຂອງ​ໃນ​ພາກ​ອີ​ສານ​ຂອງ​ໄທ​ນັ້ນ ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ນ້ຳ​ຂອງ ເຄີຍ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກ​ຄອງ​ຂອງ​ໄທ​ໄດ້​ມີ​ຄຳ​ຕັດ​ສິນ​ໃຫ້​ຍົກ​ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ ໃນ​ປີ 2015 ດ້ວຍ​ເຫດ​ຜົນ​ທີ່​ວ່າ ຂໍ້​ຕົກ​ລົງ​ ວ່າດ້ວຍ​ການ​ຊື້​ກະ​ແສໄຟ​ຟ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູ​ລີ​ໃນ​ລາວ ເປັນ​ຂໍ້​ຕົກ​ລົງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ໄທ.

XS
SM
MD
LG