ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢຍຣະມັນ ປົດຂະນວນ ລະເບີດ ສົງຄາມໂລກ ຄັ້ງທີ 2 ໃນເມືອງ ແຟຣັງເຝີດ


ສາມີພັນລະຍາຄູ່ໜຶ່ງເດີນທາງອອກຈາກບ້ານພັກຂອງເຂົາເຈົ້າ ແລະ ຍ່າງນຳຫຼັງຕຳຫຼວດ ໃນລະຫວ່າງການອົບພະຍົບປະຊາ
ຊົນຫຼາຍກວ່າ 60 000 ຄົນ ໃນເມືອງ ແຟຣັງເຝີດ, ເຢນຣະມັນ. 3 ກັນຍາ, 2017.
ສາມີພັນລະຍາຄູ່ໜຶ່ງເດີນທາງອອກຈາກບ້ານພັກຂອງເຂົາເຈົ້າ ແລະ ຍ່າງນຳຫຼັງຕຳຫຼວດ ໃນລະຫວ່າງການອົບພະຍົບປະຊາ ຊົນຫຼາຍກວ່າ 60 000 ຄົນ ໃນເມືອງ ແຟຣັງເຝີດ, ເຢນຣະມັນ. 3 ກັນຍາ, 2017.

ບັນດານັກຊ່ຽວຊານດ້ານລະເບີດຂອງ ເຢຍຣະມັນ ສາມາດປົດຂະນວນລະເບີດ ຂະ
ໜາດໃຫຍ່ ຈາກສົງຄາມໂລກຄັ້ງທີສອງຢູ່ໃນເມືອງ ແຟຣັງເຝີດ ທີ່ເປັນເມືອງຫລວງ
ດ້ານການເງິນຂອງ ເຢຍຣະມັນ ເມື່ອວັນອາທິດວານນີ້ ຫຼັງຈາກທີ່ໄດ້ຍົກຍ້າຍປະຊາຊົນ
ເກືອບ 65,000 ຄົນ ໄປຢູ່ບໍລິເວນທີ່ປອດໄພ.

ລູກລະເບີດຂອງອັງກິດ ນ້ຳໜັກ 1.4 ໂຕນ ໄດ້ຖືກພົບເຫັນຢູ່ທີ່ສະຖານທີ່ກໍ່ສ້າງ ເມື່ອ
ສັບປະດາແລ້ວນີ້.

ຕຳຫຼວດໄດ້ປິດລ້ອມເນື້ອທີ່ ລັດສະໝີ 1.5 ກິໂລແມັດ ອ້ອມຮອບລູກລະເບີດດັ່ງກ່າວ
ພາໃຫ້ໄດ້ມີການຍົກຍ້າຍປະຊາຊົນຄັ້ງໃຫຍ່ທີ່ສຸດໃນ ເຢຍຣະມັນ ນັບຕັ້ງແຕ່ການສິ້ນ
ສຸດສົງຄາມໂລກຄັ້ງທີສອງເປັນຕົ້ນມາ.

ເຮລິຄອບເຕີ້ ຫຼາຍລຳ ທີ່ຕິດອຸປະກອນທີ່ຊອກຫາຄວາມຮ້ອນ ໄດ້ບິນເວີ່ນຄົ້ນຫາພື້ນ
ທີ່ດັ່ງກ່າວ ກ່ອນໜ້າພວກນັກຊ່ຽວຊານດ້ານລະເບີດ ຈະເລີ່ມຕົ້ນລົງມືປະຕິບັດງານ.

ລວມຢູ່ໃນພວກທີ່ຖືກຍົກຍ້າຍນັ້ນ ກໍແມ່ນມີພວກຄົນປ່ວຍ ຫຼາຍກວ່າ 100 ຄົນ ຈາກ
ໂຮງໝໍສອງແຫ່ງ ລວມທັງພວກຄົນປ່ວຍ ທີ່ຢູ່ໃນການຮັກສາປິ່ນປົ່ວຢ່າງໄກ້ຊິດທີ່ສຸດ
ນຳດ້ວຍ.

ບັນດານນັກຊ່ຽວຊານໄດ້ເຕືອນວ່າ ຖ້າຫາກລູກລະເບີດແຕກຂຶ້ນ ມັນຈະມີພະລັງພຽງ
ພໍທີ່ຈະເຮັດໃຫ້ພື້ນທີ່ພັງທະລາຍແບບຮາບພຽງ.

ລູກລະເບີດທີ່ບໍ່ທັນແຕກຫຼາຍກວ່າ 2,000 ໂຕນ ແລະ ອາວຸດຕ່າງໆໄດ້ຖືກພົບເຫັນ
ໃນແຕ່ລະປີ ຢູ່ໃນ ເຢຍຣະມັນ ແລະ ຫຼາຍກວ່າ 70 ປີ ຫຼັງຈາກການສິ້ນສຸດຂອງສົງ
ຄາມ. ເຮືອບິນລົບຂອງອັງກິດ ແລະ ອາເມຣິກັນ ໄດ້ຖະລົ່ມປະເທດດັ່ງກ່າວ ດ້ວຍລູກ
ລະເບີດ 1.5 ລ້ານໂຕນ ທີ່ໄດ້ສັງຫານປະຊາຊົນ 600,000 ຄົນ.

ບັນດາເຈົ້າໜ້າທີ່ຂອງ ເຢຍຣະມັນ ກະປະມານວ່າ 15 ເປີເຊັນຂອງພວກລູກລະເບີດ
ດັ່ງກ່າວ ຍັງບໍ່ທັນໄດ້ແຕກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Germany Bomb Evacuation
please wait

No media source currently available

0:00 0:02:01 0:00

XS
SM
MD
LG