ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸບ​ເປີດ​ພາ​ຍຸໄຕ້​ຝຸ່ນ ວູ​ທິບ ພັດ​ຖະ​ຫຼົ່ມ​ເຂົ້າ​ເກາະ ກວາມ


ນາງ ວິກ​ກີ ບໍ​ຈາ, ອາ​ຍຸ 53 ປີ, ຕື່ມ​ນ້ຳ​ໃສ່​ກະ​ຕຸກ​ຈາກ​ກັອກ​ນ້ຳໃນ​ເມືອງ ຕາ​ມູ​ນິງ, ເກາະ ກວາມ. 22 ກຸ​ມ​ພາ.
ນາງ ວິກ​ກີ ບໍ​ຈາ, ອາ​ຍຸ 53 ປີ, ຕື່ມ​ນ້ຳ​ໃສ່​ກະ​ຕຸກ​ຈາກ​ກັອກ​ນ້ຳໃນ​ເມືອງ ຕາ​ມູ​ນິງ, ເກາະ ກວາມ. 22 ກຸ​ມ​ພາ.

ພາ​ຍຸ​ໄຕ້​ຝຸ່ນ​ຮຸນ​ແຮງ​ລູກ​ນຶ່ງທີ່ມີ​ໄລ​ຍະ​ຕັ້ງ​ຢູ່ 274 ກິ​ໂລ​ແມັດ​ຫ່າງ​ຈາກ​ເກາະ ກວາມ ເຊິ່ງ
ເປັນດິນແດນຂອງ ສະຫະລັດ ນັ້ນ ແມ່ນກຳລັງພັດຖະລົ່ມເກາະໃນມະຫາສະໝຸດປາຊີ
ຟິກດັ່ງກ່າວ ດ້ວຍລົມແຮງ ແລະ ຝົນຕົກໜັກ.

ອົງ​ການພາ​ຍາ​ກອນ​ອາ​ກາດ​ແຫ່ງ​ຊາດ ກ່າວ​ວ່າ ພາຍຸ ວູ​ທິບ ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຊຸບ
ເປີພາຍຸໄຕ້ຝຸ່ນ ລະດັບ 4 ໃນຂະນະທີ່ມັນໄດ້ເພີ່ມຄວາມຮຸນແຮງຂຶ້ນ. ລົມທີ່ຢູ່ໃກ້ກັບໃຈ
ກາງຂອງພາຍຸດັ່ງກ່າວແມ່ນຄາດວ່າ ມີຄວາມແຮງ 249 ກິໂລແມັດຕໍ່ຊົ່ວໂມງໃນວັນອາ

ທິດມື້ນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ພົນ​ລະ​ເຮືອນ​ກ່າວ​ວ່າ ເກາະ ກວາມ ຈະ​ປະ​ສົບ​ກັບ​ກຳ​ລັງຂອງ
ລົມພາຍຸເຂດຮ້ອນ ລະຫວ່າງ 64-72 ກິໂລແມັດຕໍ່ຊົ່ວໂມງ ແລະ ຝົນຕົກຫຼາຍເຖິງ
15.24 ຊັງຕີແມັດ. ມີລາຍງານວ່າເກີດມີໄຟຟ້າມອດດ້ວຍ.

ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ເກາະ ກວາມ ໄດ້​ຖືກ​ແນະ​ນຳ​ໃຫ້​ອາ​ໄສ​ຢູ່​ໃນ​ບ້ານ​ຕົນຈົນກວ່າ​
ພາຍຸຈະກາຍໄປ.

ພາ​ຍຸ ວູ​ທິບ ໄດ້​ເຄື່ອນ​ຕົວ​ຢ່າງ​ຊ້າໆ​ໄປ​ທາງ​ພາກ​ຕາ​ເວັນ​ອ​ອກ​ສຽງ​ເໜືອ, ເຄື່ອນ​ອອກ​
ໄປຈາກເກາະ ກວາມ. ອົງການພະຍາກອນອາກາດເວົ້າວ່າ ພາຍຸດັ່ງກ່າວອາດຂະ
ຫຍາຍຕົວເປັນລະດັບທີ 5 ກ່ອນມັນຈະເລີ່ມອ່ອນຕົວລົງໃນຕອນແລງວັນອາທິດມື້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG