ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເມືອງວູຮານ ສົງໄສ ການກ່າວອ້າງວ່າ ບໍ່ມີຄົນປ່ວຍຈາກ COVID-19 ຈັກຄົນ ຢູ່ທີ່ໂຮງໝໍເມືອງວູຮານ


ແມ່ຍິງຄົນນຶ່ງໃສ່ຊຸດປ້ອງກັນ ແມ່ນເຫັນໄດ້ຢູ່ທີ່ໂຮງໝໍແຫ່ງນຶ່ງ ຫຼັງຈາກທີ່ມາດຕະການປິດເມືອງໄດ້ຖືກຍົກເລີກໃນເມືອງວູຮານ ກຳລັງ ເມືອງເອກຂອງແຂວງຫູເບ ແລະເປັນຈຸດສູນກາງການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື COVID-19 ໃນຈີນ, ວັນທີ13 ເມສາ 2020.
ແມ່ຍິງຄົນນຶ່ງໃສ່ຊຸດປ້ອງກັນ ແມ່ນເຫັນໄດ້ຢູ່ທີ່ໂຮງໝໍແຫ່ງນຶ່ງ ຫຼັງຈາກທີ່ມາດຕະການປິດເມືອງໄດ້ຖືກຍົກເລີກໃນເມືອງວູຮານ ກຳລັງ ເມືອງເອກຂອງແຂວງຫູເບ ແລະເປັນຈຸດສູນກາງການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື COVID-19 ໃນຈີນ, ວັນທີ13 ເມສາ 2020.

ບັນດາເຈົ້າໜ້າທີ່ຈີນ ໄດ້ກ່າວວ່າ ບໍ່ມີຄົນປ່ວຍຕິດເຊື້ອໄວຣັສ ຢູ່ໃນໂຮງໝໍທົ່ວແຂວງຮູເບ ຊຶ່ງເມືອງເອກຂອງແຂວງ ກໍຄື ວູຮານ ທີ່ໄດ້ກາຍເປັນຈຸດສູນກາງໂຣກລະບາດຂອງໂລກນັ້ນ. ເຖິງຢ່າງໃດກໍຕາມ ພວກພົນລະເມືອງວູຮານແລະພວກຄົນທີ່ໃຊ້ອິນເຕີເນັດທັງຫລາຍ ຈາກທົ່ວທຸກຫົນແຫ່ງ ຫຼາຍໆຄົນ ຍັງຄົງມີຄວາມສົງໄສຢູ່ ເຖິງການກ່າວອ້າງຂອງລັດຖະບານຈີນກ່ຽວກັບວູຮານ.

“ໂດຍຄໍານຶງເຖິງບັນຫາຂອງຂໍ້ມູນທີ່ບໍ່ກົງກັນຊຶ່ງພວກເຮົາປະເຊີນຢູ່ນີ້ ຄວາມຮູ້ສຶກຂອງຂ້ອຍ ບອກຂ້ອຍວ່າ ລາຍງານທີ່ບໍ່ມີຄົນປ່ວຍ ຈັກຄົນນັ້ນ ແມ່ນເປັນການສະແດງອອກທາງດ້ານການເມືອງເທົ່ານັ້ນແຫລະ ຫຼັງຈາກທີ່ທາງການໄດ້ປະກາດເມື່ອກ່ອນໜ້ານີ້ວ່າ ບໍ່ຈຳເປັນຕ້ອງມີການຮັກສາປິ່ນປົວສຳລັບພວກຄົນປ່ວຍທີ່ກວດພົບເປັນບວກ ຜູ້ທີ່ໄດ້ຫາຍປ່ວຍແລ້ວນັ້ນ” ພົນລະເມືອງວູຮານຄົນນຶ່ງ ໄດ້ກ່າວຕໍ່ວີໂອເອ ໃນວັນຈັນວານນີ້ ຜ່ານທາງແອັບສົ່ງຂໍ້ຄວາມຂອງສື່ສັງຄົມ.

ພົນລະເມືອງຄົນດັ່ງກ່າວ ຂໍບໍ່ໃຫ້ອອກຊື່ຂອງຜູ້ກ່ຽວ ພຽງແຕ່ເອີ້ນລາວວ່າ “ທ່ານຢາງ” ເພື່ອເຫດຜົນດ້ານຄວາມປອດໄພ.

ຈີນ ໄດ້ສະແດງບົດບາດທາງດ້ານການເມືອງ ເພາະວ່າ “ຜົນເສຍຈາກການປິດພວກໂຮງງານທັງຫຼາຍນັ້ນ ໄດ້ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ລະບອບການປົກຄອງ ຫຼາຍກວ່າທີ່ໄດ້ຮັບຈາກໄວຣັສນັ້ນເອງ” ທ່ານຢາງ ໄດ້ກ່າວຕື່ມໄປ.

ທ່ານຢາງ ໄດ້ອ້າງເຖິງຄຳເຫັນຂອງທ່ານ ຈຽນ ຢາຮຸຍ ເຈົ້າໜ້າທີ່ປະຈຳຄະນະກຳມາທິການ ສາທາລະນະສຸກແຫ່ງຊາດຈີນ.

ທ່ານຈຽນ ໃນວັນສຸກຜ່ານມາໄດ້ກ່າວວ່າ ຕົວເລກຂອງຄົນປ່ວຍໃນເມືອງວູຮານ ໃນເວລານັ້ນ ແມ່ນມີຢູ່ 47 ຄົນ ຫຼາຍກວ່າ 30 ຄົນ ຜູ້ທີ່ໄດ້ສະແດງວ່າ ບໍ່ມີອາການໃດໆ ແຕ່ໄດ້ສືບຕໍ່ກວດພົບເປັນບວກ ໃນການກວດ ແຊລ ນິວຄລີອິກ ອາຊິດ.

ພວກຄົນປ່ວຍເຫຼົ່ານີ້ ບໍ່ຕ້ອງໄດ້ຮັກສາປິ່ນປົວອີກຕໍ່ໄປ ທ່ານຈຽນໄດ້ກ່າວໄປ ອີງຕາມບົດລາຍງານ ໃນໜັງສືພິມ Global Times ຂອງທາງການຈີນ.

ບົດລາຍງານດັ່ງກ່າວ ໃນເວລານັ້ນ ໄດ້ອ້າງເຖິງ ທ່ານຢາງ ຊາງກຸຍ ຮອງຜູ້ອຳນວຍການກົມຊີວະວິທະຍາດ້ານເຊື້ອໂຣກ ຢູ່ທີ່ມະຫາວິທະຍາໄລວູຮານ ທີ່ກ່າວວ່າ ພວກຄົນປ່ວຍເຫຼົ່ານີ້ ຈະບໍ່ອະນຸຍາດໃຫ້ອອກໄປຈາກໂຮງໝໍ ຈົນກວ່າວ່າ ຜົນການກວດສອງຄັ້ງຕິດຕໍ່ກັນນັ້ນ ອອກມາເປັນລົບ ອັນເປັນມາດຕະຖານ ໃນການອະນຸຍາດໃຫ້ຄົນປ່ວຍ ອອກຈາກໂຮງໝໍຂອງຊາດ ເພື່ອຜ່ອນຄາຍຄວາມເປັນຫ່ວງຂອງມະຫາຊົນ. ແຕ່ໃນວັນຈັນວານນີ້ ທາງການດ້ານສາທາລະນະສຸກ ທັງໃນເມືອງວູຮານ ແລະແຂວງຫູເບ ກໍໄດ້ກ່າວອ້າງວ່າ ບໍ່ມີຄົນປ່ວຍ ຕິດເຊື້ອໄວຣັສໂຄໂຣນາຈັກຄົນ ຫຼືມີຄົນປ່ວຍ 0 ຄົນນັ້ນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG