ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງວູຮານ ລາຍງານວ່າ ບໍ່ມີກໍລະນີ ການຕິດ ໄວຣັສໂຄໂຣນາໃໝ່ ເປັນຄັ້ງທຳອິດ


ມີການຕິດໄວຣັສໂຄໂຣນາຢູ່ບ່ອນອື່ນຂອງໂລກຫຼາຍກວ່າໃນເມືອງ ວູຮານ.
ມີການຕິດໄວຣັສໂຄໂຣນາຢູ່ບ່ອນອື່ນຂອງໂລກຫຼາຍກວ່າໃນເມືອງ ວູຮານ.

ເມືອງຂອງ ຈີນ ເຊິ່ງເປັນສູນກາງໃນການແຜ່ລະບາດຂອງໄວຣັສໂຄໂຣນາ ໄດ້ລາຍງານເປັນຄັ້ງທຳອິດວ່າ ບໍ່ມີກໍລະນີໃໝ່ປະຈຳວັນ, ໃນການລາຍງານ ໃນວັນພຸດວານນີ້.

ເມືອງ ວູຮານ ໄດ້ໃຊ້ເວລາກັກບໍລິເວນປະມານສອງເດືອນ ໃນຂະນະທີ່ບັນດາ ເຈົ້າໜ້າທີ່ໄດ້ພະຍາຍາມທີ່ຈະຢຸດການແຜ່ລາມຂອງໄວຣັສດັ່ງກ່າວ, ແລະ ໃນ ສອງສາມອາທິດທີ່ຜ່່ານມາ ຕົວເລກການຕິດເຊື້ອໃໝ່ແມ່ນໄດ້ຫຼຸດຈຳນວນລົງ.

ແນວໃດກໍຕາມ, ຢູ່ບ່ອນອື່ນໆໃນປະເທດ ຈີນ ບັນດາເຈົ້າໜ້າທີ່ສາທາລະນະ ສຸກໄດ້ລາຍງານກໍລະນີຕ່າງໆລວມທັງໝົດ 34 ກໍລະນີຈາກປະຊາຊົນຜູ້ທີ່ມາ ຈາກບ່ອນອື່ນໃນວັນພະຫັດມື້ນີ້, ເຂົາເຈົ້າໄດ້ສືບຕໍ່ມີຄວາມເປັນຫ່ວງ ກ່ຽວກັບ ກໍລະນີ ຕ່າງໆທີ່ເຂົ້າມາໃນປະເທດ ເຊິ່ງມັນຈະເປັນໄພຂົ່ມຂູ່ຕໍ່ຄວາມກ້າວໜ້າ ທີ່ປະເທດດັ່ງກ່າວໄດ້ເຮັດຢ່າງຫຼວງຫຼາຍ.

ຈີນ ໄດ້ເປັນປະເທດທີ່ຖືກກະທົບໜັກສຸດໂດຍໄວຣັສໂຄໂຣນາສາຍພັນໃໝ່ ນັບຕັ້ງແຕ່ມັນໄດ້ກຳເນີດຂຶ້ນໃນທ້າຍເດືອນທັນວາ, ດ້ວຍປະມານ 81,000 ກໍລະນີ ແລະ ເສຍຊີວິດ 3,200 ຄົນ. ຄົນທີ່ໄດ້ລົ້ມປ່ວຍສ່ວນຫຼາຍແມ່ນໄດ້ ຫາຍດີແລ້ວ.

ເກົາຫຼີໃຕ້ ໄດ້ລາຍງານ 152 ກໍລະນີໃໝ່ໃນວັນພະຫັດມື້ນີ້, ເປັນການຖອຍຫຼັງ ຈາກຄວາມກ້າວໜ້າວເມື່ອບໍ່ດົນມານີ້ຂອງເຂົາເຈົ້າ ກ່ຽວກັບ ກໍລະນີໃໝ່ທີ່ບໍ່ເຖິງ 100 ກໍລະນີໃນແຕ່ລະວັນ ເປັນເວລາ 4 ມື້ລຽນຕິດ.

ໄວຣັສດັ່ງກ່າວໄດ້ໄປຮອດ 166 ປະເທດ, ດ້ວຍກໍລະນີທີ່ຖືກຢືນຢັນຫຼາຍກວ່າ 208,000 ກໍລະນີ ແລະ ເສຍຊີວິດ 8,600 ຄົນ, ອີງຕາມອົງການອະນາໄມ ໂລກ.

ປະເທດ ນິກາຣາກົວ ແລະ ປະເທດ ແອລ ຊາລວາດໍ ທີ່ຢູ່ໃກ້ຄຽງ ໄດ້ປະກາດ ໃນຕອນແລງວັນພຸດວານນີ້ວ່າ ເຂົາເຈົ້າມີກໍລະນີທີ່ຖືກຢືນຢັນຄັ້ງທຳອິດຂອງເຂົາ ເຈົ້າ.

ປະເທດ ເມັກຊິໂກ ເຊິ່ງໄດ້ຢືນຢັນ 118 ກໍລະນີນັ້ນ, ໄດ້ລາຍງານການເສຍຊີ ວິດຄົນທຳອິດຂອງເຂົາເຈົ້າໃນຕອນເຊົ້າວັນພະຫັດມື້ນີ້.

ປະເທດ ອິຕາລີ ມີຈຳນວນກໍລະນີທີ່ສູງທີ່ສຸດເປັນອັນດັບສອງ ແລະ ໃນວັນພຸດ ວານນີ້ໄດ້ລາຍງານການພັດທະນາທີ່ໜ້າຕົກໃຈ ດ້ວຍຜູ້ເສຍຊີວິດໃໝ່ຈາກໄວຣັສ ນັ້ນ 475 ຄົນ, ເປັນຈຳນວນຜູ້ເສຍຊີວິດສູງສຸດປະຈຳວັນ ທີ່ສູງກວ່າປະເທດ ໃດໆ ໃນປັດຈຸບັນນີ້.

ລວມແລ້ວ, ປະຊາຊົນເກືອບ 3,000​ ຄົນໄດ້ເສຍຊີວິດຈາກປະມານ 36,000 ກໍລະນີໃນປະເທດ ອິຕາລີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

The Chinese city at the center of the coronavirus pandemic has for the first time reported no new daily cases, reporting Thursday that there were no new cases Wednesday. Wuhan has spent about two months on lockdown as authorities tried to stop the spread of the virus, and in recent weeks the number of new infections there dwindled.

Elsewhere in China, though, with health officials reporting 34 total cases Thursday among people who came from elsewhere, there is continued concern about such imported cases threatening the substantial progress the country has made. China has been the hardest hit by the novel coronavirus since it emerged in late December, with about 81,000 total cases and 3,200 deaths. Most people who became sick have already recovered.

South Korea reported 152 new cases Thursday, a step back from its recent progress of fewer than 100 new daily casesfor four days in a row. The virus has reached 166 countries, with more than 208,000 confirmed cases and 8,600 deaths, according to the World Health Organization.

Nicaragua and neighboring El Salvador announced late Wednesday that they had confirmed their first cases. Mexico, which has confirmed 118 cases, reported its first death early Thursday.

Italy has the second-highest number of cases, and on Wednesday reported an alarming development –475 new deaths from the virus, the highest daily toll in any nation so far.

In total, nearly 3,000 people have died among about 36,000 cases in Italy.

XS
SM
MD
LG