ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກປາດ​ຊີ້ນ​ທີ່ປາກຄົມສຸດ ຊາວຈີນ ຖືກ​ຕັດສິນ​ລົງໂທດ​ຈຳຄຸກ​ເປັນ​​ເວລາ 8 ປີ


ທ່ານ ຊູ ຊຽວຊັນ (Xu Xiaoshun), ພໍ່ຂອງ ນັກ​ເຄື່ອນ​ໄຫວ​​
ທ່ານ ວູ ກັນ (Wu Gan), ຜູ້ຊຶ່ງໄດ້ຖືກກັກ ໃນອັນທີ່ຮູ້ກັນວ່າ “ການທັບມ້າງ 709” ທີ່ໄດ້ ກວດເບິ່ງເອກກະສານ ກ່ຽວກັບ
ກໍລະນີຂອງລູກຊາຍເພິ່ນ ໃນຮ້ານອາຫານໃນແຂວງຈຽງຊູ (Jiangsu), ຈີນ, 12 ມິຖຸນາ 2017.
ທ່ານ ຊູ ຊຽວຊັນ (Xu Xiaoshun), ພໍ່ຂອງ ນັກ​ເຄື່ອນ​ໄຫວ​​ ທ່ານ ວູ ກັນ (Wu Gan), ຜູ້ຊຶ່ງໄດ້ຖືກກັກ ໃນອັນທີ່ຮູ້ກັນວ່າ “ການທັບມ້າງ 709” ທີ່ໄດ້ ກວດເບິ່ງເອກກະສານ ກ່ຽວກັບ ກໍລະນີຂອງລູກຊາຍເພິ່ນ ໃນຮ້ານອາຫານໃນແຂວງຈຽງຊູ (Jiangsu), ຈີນ, 12 ມິຖຸນາ 2017.

ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດຊາວ​ຈີນ ທີ່​ໂດ່​ງດັງ ​ໄດ້​ຖືກ​ຕັດສິນ​ໂທດ​ຈຳຄຸກ​ເປັນເວລາ
8 ປີ ​ໃນ​ຂໍ້ຫາ​ທຳການລົບລ້າງການປົກຄອງ.

ທ່ານ ວູ ກັນ (Wu Gan) ນັກ​ຂຽນ​ບລ໊ອກ​ເກີ ທີ່​ໃຊ້​ຊື່​ຫຼິ້ນ​ວ່າ “ນັກປາດ​ຊີ້ນ​ທີ່ປາກຄົມສຸດ
ຫຼື ​Super Vulgar Butcher ​ໄດ້​ຖືກ​ຕັດສິນ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່ສານຊັ້ນກາງຂອງ​ປະ
ຊາຊົນ ຖຽນຈິນ ນໍ້າເບີ້ 2 ​ຢູ່ໃນ​ປັກ​ກິ່ງ.

ທ່ານ ວູ ​ທີ່ໄດ້​ຖືກ​ຈັບ​ໃນ​ເດືອນ​ພຶດສະພາ 2015 ​ໃນ​ພາກ​ຕາ​ເວັນ​ອອກສຽງໃຕ້​ຂອງ​ຈີນ
ໄດ້​ມີຊື່ສຽງຍ້ອນເວົ້າເຢາະເຢີ້ຍ​ເຈົ້າ​ໜ້າ​ທີ່ການ​ເມືອງຂອງຈີນ ຢູ່ໃນ​ການ​ໂຄສະນາ​ຊວນ
​ເຊື່ອ ມາເປັນ​ເວລາ​ຍາວ​ນານ ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການ​ໃຊ້​ອຳນາດ​ໃນ​ທາງ
​ທີ່​ຜິດ. ສານ​ໄດ້​ຕັດສິນ​ວ່າ ທ່ານ ວູ ​ໄດ້​ພະຍາຍາມ “​ໂຄ່ນ​ລົ້ມອຳນາດ​ລັດຖະບານແລະ
​ລະບອບ​ສັງຄົມ​ນິຍົມ”
​ໂດຍຜ່ານ​ຂັ້ນ​ຕອນ​ບາດກ້າວ “ອາ​ຊະຍະ​ກຳ” ຕ່າງໆ ຊຶ່ງ​ຮວມທັງ
ແຜ່​ຂະຫຍາຍ​ຂໍ້​ມູນທີ່​ຜິດໆ ພ້ອມ​ທັງ​ໃສ່ຮ້າຍປ້າຍສີຜູ້​ຄົນ ​ໃນ​ສື່​ສັງຄົມທາງ​ອອນ​ໄລ​ນ໌ນຳ.

ທ່ານ ວູ ກັນ ​ແມ່ນ ນຶ່ງ​ໃນຈຳນວນພວກນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດ ຫຼາຍ​ຮ້ອຍ​ຄົນ
​ແລະ​ພວກ​ທະນາຍຄວາມ​ທີ່​ໄດ້​ຖືກ​ກວາດ​ລ້າງ ​ໂດຍ​ການ​ທັບມ້າງ​ຂອງ​ລັດຖະບານ
ຕໍ່ພວກຂັດຄ້ານ ຊຶ່ງ​ເປັນຄືກັນກັບ “ການທັບມ້າງ 709” ທີ່​ໄດ້​ເລີ່​ມຂຶ້ນຢ່າງກະທັນຫັນ

ໃນ​ເດືອນ ກໍລະກົດ 2015. ທະນາຍຄວາມ​ຂອງທ່ານ ວູ ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ
ຈະ​ອຸທອນການ​ຕັດສິນ​ຄະດີດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG