ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກັ່ງອັນຕະພານ ເຮຕີ ຮຽກຄ່າໄຖ່ 17 ລ້ານໂດລາ ສຳລັບນັກເຜີຍແຜ່ສາສາໜາ ສະຫະລັດ ແລະ ການາດາ ທີ່ຖືກລັກພາຕົວ


ປະຊາຊົນຂີ່ລົດຈັກຜ່ານລົດຕຳຫຼວດ ລຸນຫຼັງການຮຽກຮ້ອງນັດຢຸດງານທົ່ວປະເທດ ໂດຍອົງການອາຊີບ ແລະ ບໍລິສັດຫຼາຍແຫ່ງ ເພື່ອປະນາມຄວາມບໍ່ປອດໄພໃນນະຄອນຫຼວງ ປອກ ໂອ ແປຣັງສ໌. 18 ຕຸລາ, 2021.
ປະຊາຊົນຂີ່ລົດຈັກຜ່ານລົດຕຳຫຼວດ ລຸນຫຼັງການຮຽກຮ້ອງນັດຢຸດງານທົ່ວປະເທດ ໂດຍອົງການອາຊີບ ແລະ ບໍລິສັດຫຼາຍແຫ່ງ ເພື່ອປະນາມຄວາມບໍ່ປອດໄພໃນນະຄອນຫຼວງ ປອກ ໂອ ແປຣັງສ໌. 18 ຕຸລາ, 2021.

ໜັງສືພິມ ວອລ ສຕຣີດ ເຈີໂນ (Wall Street Journal) ໄດ້ລາຍງານວ່າແກັ່ງອັນຕະພານ ເຮຕີ ທີ່ອ້າງເອົາຄວາມຮັບຜິດຊອບສຳລັບການລັກພາຕົວສະມາຊິກຂອງກຸ່ມເຜີຍແຜ່ສາສະໜາທີ່ມີຫ້ອງ ການຕັ້ງຢູ່ ສະຫະລັດ ໄດ້ຮຽກຮ້ອງເອົາເງິນ 17 ລ້ານໂດລາສຳລັບການປ່ອຍຕົວນັກເຜີຍແຜ່ສາສະ ໜາດັ່ງ ກ່າວ.

ອີງຕາມໜັງສືພິມ ເຈີໂນ ນັ້ນ, ລັດຖະມົນຕີກະຊວງຍຸຕິທຳ ເຮຕີ ທ່ານ ລິສທ໌ ຄວິດແທລ (Liszt Quittel) ເວົ້າວ່າແກັ່ງດັ່ງກ່າວ, ເຊິ່ງເອີ້ນຕົນເອງວ່າ 400 ມາໂວໂຊ, ໄດ້ຕັ້ງເງິນຄ່າໄຖ່ 1 ລ້ານໂດລາຕໍ່ຫົວຄົນອາເມຣິກັນ 16 ຄົນ ແລະ ຄົນການາດາ 1 ຄົນ ທີ່ຖືກລັກພາຕົວໃນວັນເສົາທີ່ຜ່ານມາຢູ່ນອກນະຄອນຫຼວງ ປອກ ໂອ ແປຣັງສ໌ ໃນຂະນະທີ່ກຳລັງເຮັດວຽກໃຫ້ອົງການການຊ່ວຍເຫຼືອ ຄຣິສຕຽນ ທີ່ມີຫ້ອງການຕັ້ງຢູ່ລັດ ໂອໄຮໂອ. ໜັງສືພົບ ເຈີໂນ ໄດ້ຢໍ້າຄຳເວົ້າຂອງລັດຖະມົນຕີ ຄວິດ
-ແທລ ວ່າກຸ່ມດັ່ງກ່າວລວມມີເດັກນ້ອຍ 5 ຄົນ, ແມ່ນມີອາຍຸແຕ່ 8 ເດືອນຫາ 15 ປີ. ທ່ານເວົ້າວ່າ ເຂົາເຈົ້າໄດ້ຖືກຂັງຢູ່ບ່ອນຫຼົບໄພແຫ່ງນຶ່ງໃນເຂດຊານເມືອງຂອງນະຄອນຫຼວງ ປອກ ໂອ ແປຣັງສ໌.

ທ່ານ ຄວິດແທລ ກ່າວວ່າ ເຂົາເຈົ້າກຳລັງເຈລະຈາການປ່ອຍຕົວນັກເຜີຍແຜ່ສາສະໜາ 17 ຄົນ ໂດຍບໍ່ຈ່າຍຄ່າໄຖ່, ເຊິ່ງທ່ານໄດ້ບອກໜັງສືພິມ ເຈີໂນ ວ່າ “ເວລາທີ່ພວກເຮົາເອົາເງິນນັ້ນໃຫ້ພວກເຂົາ, ເງິນດັ່ງກ່າວແມ່ນຈະຖືກໃຊ້ເພື່ອຊື້ປືນ ແລະ ລູກປືນເພີ່ມເຕີມ.” ທ່ານເວົ້າວ່າແກັ່ງ 400 ມາໂວໂຊ ໄດ້ປ່ອຍຕົວນັກສອນສາສະໜາ ກາໂຕລິກ ຫ້າຄົນ ແລະ ແມ່ຊີ 2 ຄົນທີ່ພວກເຂົາໄດ້ລັກພາຕົວໃນເດືອນເມສາປີນີ້ ຫຼັງຈາກເງິນຄ່າໄຖ່ໄດ້ຖືກຈ່າຍໃຫ້ນັກສອນສາສະໜາພຽງສອງຄົນ.

ທຳນຽບຂາວກ່າວໃນວັນຈັນທີ່ຜ່ານມາວ່າ ອົງການ FBI ແມ່ນກຳລັງເຮັດວຽກເພື່ອຊອກຫານັກເຜີຍ ແຜ່ສາສະໜາທີ່ວ່ານັ້ນ ແລະ ນຳເອົາເຂົາເຈົ້າໄປສູ່ບ່ອນປອດໄພ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ແມ່ນໄດ້ຮັບຂໍ້ ມູນໃໝ່ຢູ່ເປັນປະຈຳ ກ່ຽວກັບ ຄວາມພະຍາຍາມໂດຍອົງການ FBI ແລະ ກະຊວງການຕ່າງປະ ເທດ.

ກະຊວງການຕ່າງປະເທດ ໄດ້ກ່າວໃນວັນຈັນວານນີ້ວ່າ ເຂົາເຈົ້າໄດ້ສົ່ງທີມຂະໜາດນ້ອຍກຸ່ມນຶ່ງຢູ່ພື້ນທີ່ ເພື່ອເຮັດວຽກຢ່າງໃກ້ຊິດກັບບັນດາເຈົ້າໜ້າທີ່ ເຮຕີ ເພື່ອຊອກຫານັກເຜີຍແຜ່ສາສະໜານັ້ນ.

ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ ໄດ້ກ່າວວ່າທີມຂອງສະຖານທູດ ສະຫະລັດ ແມ່ນກຳລັງປະສານງານກັບຕຳຫຼວດແຫ່ງຊາດ ເຮຕີ, ກຸ່ມເຜີຍແຜ່ສາສະໜາ, ສະມາຊິກຄອບຄົວຂອງຜູ້ເຄາະຮ້າຍ ແລະ ລັດຖະບານ ການາດາ.

ການລັກພາຕົວນັກເຜີຍແຜ່ສາສະໜານັ້ນໄດ້ສະທ້ອນເຖິງບັນຫາການລັກພາຕົວໃນ ເຮຕີ ທີ່ໄດ້ເປັນໄພໃນປະເທດດັ່ງກ່າວມາຫຼາຍປີແລ້ວ ເຊິ່ງມັນໄດ້ແຜ່ອອກຫຼາຍໃນບໍ່ເທົ່າໃດເດືອນທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG