ກອງທັບສະຫະລັດໄດ້ກ່າວວ່າ ໜ່ວຍງານໄດ້ຄົ້ນພົບຊາກ
ຫັກພັງຂອງເຮືອບິນ Helicopter ທີ່ປະສົບອຸບັດຕິເຫດ
ໃນປະເທດເນປານ ເຊິ່ງເຮືອບິນດັ່ງກ່າວໄດ້ສູນຫາຍ ໃນ
ຕອນບິນນຳເອົາເຄື່ອງຂອງ ໄປຊ່ວຍເຫຼືອໝູ່ບ້ານທີ່ໄດ້ຮັບ
ຜົນກະທົບໜັກ ຈາກແຜ່ນດິນໄຫວເມື່ອເດືອນທີ່ແລ້ວນີ້.
ຕອນເຊົ້າຂອງວັນສຸກມື້ນີ້ ກະຊວງປ້ອງກັນປະເທດຂອງ
ເນປາລ ໄດ້ເວົ້າວ່າ ຊາກຫັກພັງຂອງເຮືອບິນເຮລິຄອບເຕີ້
ຂອງທະຫານນາວິທະໂຍທິນ ສະຫະລັດທີ່ໄດ້ຫາຍສາບສູນ
ໄປໃນວັນອັງຄານທີ່ຜ່ານມາ ພ້ອມກັບຜູ້ໂດຍສານ 8 ຄົນ ແມ່ນ
ໄດ້ຖືກພົບເຫັນແລ້ວ ໃນເຂດພູຜາທາງທິດຕາເວັນອອກຕອນກາງ
ຂອງປະເທດເນປານ, ເຊິ່ງບໍ່ມີຄວາມເປັນໄປໄດ້ ວ່າຈະມີຄົນລອດຊີວິດ. ເລຂາທິການ
ກະຊວງປ້ອງກັນປະເທດເນປານ ທ່ານ Aswari Prasad Poudel ໄດ້ບອກກັບນັກຂ່າວ
ວ່າ ຕອນນີ້ໄດ້ພົບສາມສົບແລ້ວ ຢູ່ສະຖານທີ່ເກີດເຫດ ແລະ ການຄົ້ນຫາ ຄົນອື່ນໆ ແມ່ນ
ກຳລັງດຳເນີນໄປຢູ່.
ຖະແຫລງການ ຂອງບັນຊາການເຂດປາຊີຟິກ ຂອງສະຫະລັດ ໃນວັນ ສຸກມື້ນີ້ ກ່າວວ່າ
“ການປະເມີນຂອງສະຖານ ທີ່ຕອນນີ້ແມ່ນກຳລັງດຳເນີນຢູ່ ແລະ ກໍ່ຈະໄດ້ມີການ
ສືບສວນສອບສວນ ຢ່າງພິຖີພິຖັນ.” ຖະແຫຼງການບໍ່ໄດ້ກ່າວ ສິ່ງໃດໆ ກ່ຽວກັບຊາຕາກຳ
ຂອງຜູ້ໂດຍສານ, ແຕ່ເຈົ້າໜ້າທີ່ພະແນກ ປ້ອງກັນປະເທດສະຫະລັດ ໄດ້ກ່າວໃນມື້ວັນ
ອັງຄານຜ່ານມານີ້ວ່າ ມີທະຫານນາວິທະໂຍທິນສະຫະລັດ 6 ຄົນ ແລະ ພົນລະເຮືອນຊາວ
ເນປານ 2 ຄົນ ຢູ່ເທິງເຮືອບິນດັ່ງກ່າວ.
ເຮືອບິນເຮຣີຄອບເຕີ້ UH-1Y Huey, ແມ່ນສ່ວນໜຶ່ງຂອງໜ່ວຍປະຕິບັດການ ສະເພາະກິດ ເພື່ອສະໜັບສະໜຸນການປະຕິບັດງານຊ່ວຍເຫຼືອ Sahayogi haat.
ການປະຕິບັດການນີ້ ຊຶ່ງເປັນການຮ່ວມື ລະຫວ່າງ ກອງທັບ ແລະ ອົງການຢູເສດໄດ້ຈັດສົ່ງ
ອຸປະກອນການຊ່ວຍເຫຼືອເກືອບ 50 ໂຕນ, ຂົນສົ່ງເຈົ້າໜ້າທີ່ກວ່າ 253 ຄົນ ແລະ ໄດ້ທຳ
ເວລາການບິນຫຼາຍກວ່າ 68 ຊົ່ວໂມງໄປທົ່ວທຸກເຂດ ທີ່ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ເມື່ອວັນທີ 25 ເດືອນເມສາ ທີ່ຜ່ານມາ.