ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ເດັກຍິງປາກິສຖານ ທີ່ຖືກຍິງ ຖືກສົ່ງໄປປິ່ນປົວ ທີ່ອັງກິດ (ສະໄລດ໌)


ບັນດາເດັກນ້ອຍ ປາກິສຖານ ພາກັນສູດມົນ ພາວະນາ ໃຫ້ ນາງ Malala Yousafzai ຫາຍເຊົາ ຈາກບາດແຜ ທີ່ຖືກຍິງໃສ່ຫົວ ແລະກ້ານຄໍ.
ບັນດາ​ເຈົ້າ​ໜ້າ​ທີ່ ປາ​ກິ​ສຖານ ກ່າວ​ວ່າ ​ເດັກ​ນັກຮຽນຍິງ​ອາຍຸ
14 ປີ ຜູ້​ທີ່​ຖືກ​ຍິງ​ທີ່​ຫົວ​ແລ​ະຄໍ​ ອາທິດ​ແລ້ວ​ນີ້ ​ໃນ​ການ​ໂຈມຕີ​
ຂອງ​ພ​ວກກໍ່​ການ​ຮ້າຍ ​ໄດ້​ຖືກ​ສົ່ງໄປ​ປິ່ນປົວ​ ທີ່ປະ​ເທດ​ອັງກິດ.

ບັນ​ດາ​ນາຍ​ແພດປາ​ກິ​ສຖານ ​ໄດ້​ແນະ​ນໍາ​ໃຫ້ຍ້າຍ ​ນາງ Malala
Yousafzai ໄປປິ່ນປົວ​ຢູ່ໂຮງພະຍາບານ ທີ່ປະ​ເທດອັງກິດ ບ່ອນ​
ທີ່ ນາງ​ຈະ​ສາມາດໄດ້​ຮັບ​ການ​ປິ່ນປົວຮັກສາ​ເປັນ​ເວລາ​ນານ ອັນ​
ເປັນ​ສິ່ງ​ທີ່​ນາງ​ຕ້ອງການ ເພື່ອໃຫ້ຫາ​ຍດີຈາກ​ຄວາມ​ເຈັບ​ປວດ
ທາງ​ດ້ານ​ຮ່າງກາຍ ​ແລະ​ຈິດ​ໃຈ ຈາກ​ການ​ຖືກຍິງນັ້ນ.

ນາງ Yousafzai ​ໄດ້​ຮັບ​ການຮັບ​ຮູ້​ຈາກນາໆ​ຊາດ ​ຍ້ອນ​ໄດ້​ພະ​ຍາ​ຍາມ​ສົ່ງ​ເສີມ​ການ​ສຶກສາ​ແກ່​ບັນດາ​ເດັກນ້ອຍຜູ້ຍິງ ​ແລະ​ບັນທຶກ​ຄວາມໂຫດຮ້າຍ​ຂອງພວກທາ​ລິ​ບານ ຢູ່ໃນ​ເຂດໃກ້ໆ​ກັບ​ບ້ານ​ຂອງ​ນາງ ​ໃນ ເຂດຮ່ອມ​ພູ Swat ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໝືອຂອງ​ປາ​ກິ​ສຖານ. ນາງ​ໄດ້​ຖືກ
ພວກ​ຫົວ​ຮຸນ​ແຮງທາ​ລິ​ບານ​ຍິງ​ ເມື່ອວັນ​ທີ 9 ເດືອນຕຸລານີ້.

​ໃນ​ວັນ​ອາທິດວານ​ນີ້ ຫລາຍ​ພັນ​ຄົນ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ຢູ່ໃນນະຄອນ Karachi ຊຶ່ງ​ເປັນ​ເມືອງໃຫຍ່ສຸດ​ຂອງ ປາ​ກິ​ສຖານ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນ​ແກ່ ນາງ Yousafzai.

​ໃນ​ວັນ​ອາທິດ​ເຊ່​ນດຽວ​ກັນ ປະທານາທິບໍດີ ອັ​ຟກາ​ນິສຖານ ທ່ານ Hamid Kazai ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ການ​ເມືອງ ​ແລະ​ຜູ້​ນໍາ​ທາງ​ສາສະໜາ​ຂອງ ປາ​ກິ​ສຖານ ​ແລະ ປະ​ເທດ​ເພື່ອນ​ບ້ານ ອັຟກາ​ນິສຖານ ຈັດ​ຕັ້ງ​ປະຕິບັດແຜນ​ປະຕິບັດ​ການຕໍ່​ຕ້ານພວກ​ກໍ່​ການ​ຮ້າຍ ແລະພວກ​ຫົວ​ຮຸນ​ແຮງ ຮ່ວມ​ກັນ.

ໃນ​ວັນ​ເສົາຜ່ານ​ມາ ບັນດາ​ເດັກນ້ອຍ​ທົ່ວ ປາ​ກິ​ສຖານ ​ແລະ ອັຟກາ​ນິສຖານ ​ໄດ້ພາກັນ
ສວດ​ມົນ​ພາວະນາ ວິ້ງ​ວອນ​ໃຫ້ນາງ Yousafzai ຈົ່ງ​ຫາຍດີ​ໂດຍ​ໄວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG