ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກສະພາ ສຫລ ທີ່ໄດ້ຮັບບາດເຈັບ ມີອາການດີຂຶ້ນ ແຕ່ກໍຍັງສາຫັດ


Doctor: Scalise’s Status ‘Remains Critical’
please wait

No media source currently available

0:00 0:00:35 0:00

ທ່ານໝໍກ່າວວ່າ ອາການຂອງທ່ານ Scalise ແມ່ນຍັງຢູ່ໃນຂັ້ນ ສາຫັດ.

ທ່ານໝໍ ທີ່​ປິ່ນປົວ​ສະມາຊິກ​ສະພາ​ຕ່ຳ Steve Scalise ທີ່​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ໃນ
​ການ​ໂຈມ​ຕີ ທີ່​ບ່ອນ​ຝຶກ​ກິລາ​ເບ​ສບອລຂອງ​ສະມາຊິກ​ສະພາ​ພັກຣີພັບ​ບລີ​ກັນໃກ້ໆ​ນະ
ຄອນຫຼວງວໍ​ຊິງ​ຕັນກ່າວ​ວ່າ ຮ່ອງຮອຍ​ທີ່​ສຳຄັນໂດຍ​ທົ່ວ​ໄປ​ແມ່ນ​ມີ​ຄວາມທຸ່ນ​ທ່ຽງ​ແລ້ວ
​ແຕ່​ທ່ານຍັງ​ມີ​ອາການ​ສາຫັດຢູ່.

ທ່ານໝໍ Jack Sava ຜູ້ອຳນວຍການ​ກ່ຽວ​ກັບ​ສະພາບ​ບາດ​ເຈັບຢູ່ທີ່​ໂຮງໝໍ Medstar ​
ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການຜ່າຕັດ​ຫຼາຍ
ເທື່ອ ​ເປັນ​ທີ່​ປາກົດ​ວ່າ ​ໄດ້​ເຮັດ​ໃຫ້​ອາການ​ເລືອດ​ອອກຄວບ​ຄຸມ​ໄດ້​ແລ້ວ. ທ່ານໝໍ​ກ່າວ
​ວ່າ ສະມາຊິກ​ສະພາ Scalise ​ແມ່ນ​ຢູ່​ໃນ​ສະພາບທີ່​ໜ້າ​ຕົກ​ໃຈ​ແລະ​ໃກ້​ຈະ​ຕາຍ ຍ້ອນ
​ເສຍ​ເລືອດ​ຫຼາຍ ​ເວລາ​ທ່ານ​ຖືກ​ສົ່ງ​ໄປ​ເຖິງ​ໂຮງໝໍ ​ໂດຍ​ເຮຣີຄອບ​ເຕີ້ ​ໃນ​ວັນ​ພຸດ​ທີ່​ຜ່ານ​
ມາ.

​ທ່ານໝໍ Sava ກ່າວ​ວ່າ ໄດ້​ມີ​ການ​ຕື່ມ​ເລືອດໃຫ້​ທ່ານ Scalise ຫຼາຍໆ​ເທື່ອໃນ​ຂະນະ
​ທີ່​ພວກ​ທ່ານໝໍຜ່າຕັດ ​ສ້ອມ​ແປງ​ເສັ້ນ​ເລືອດ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ​ບາດ​ແຜ​
ຂອງ​ທ່ານ​ຢູ່ນັ້ນ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ ​ມີ​ກຳລັງ​ໃຈ​ແດ່​ແລ້ວ ​ໃນ​ອາການ ​ທີ່​ດີ
​ຂຶ້ນຂອງ​ທ່ານ ​ໃນ​ໄລຍະ 36 ຊົ່ວ​ໂມງ​ຜ່ານ​ມານີ້.”

ທ່ານ Sava ກ່າວຕື່ມ​ວ່າ ຮ່ອງຮອຍ​ທີ່​ສຳຄັນໆ ຮວມທັງ​ ຄວາມດັນ​ຂອງ​ເລືອດ​ ຊີບພະ
ຈອນ ​ແລະ​ການ​ຫາຍ​ໃຈ​ແມ່ນ​ມີ​ຄວາມ​ທຸ່ນ​ທ່ຽງ​ແລ້ວນັບ​ແຕ່​ທ່ານ​ໄດ້ຖືກ​ຍິງ ​ແຕ່​ທ່ານ​ກໍ
ກ່າວ​ຢ້ຳວ່າ ສະມາຊິກ​ສະພາ​ອາຍຸ 51 ປີ​ທ່ານ​ນີ້ ຍັງ​ຢູ່​ໃນອາການ​ສາຫັດ​ແລະ​ຈະ​ຕ້ອງ​
ໄດ້​ຜ່າຕັດ​ຕື່ມ. ທ່ານໝໍ​ບໍ່​ຍອມ​ໃຫ້​ລາຍ​ລະອຽດກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຕໍ່​ອະ​ໄວ​ຍະ​ວະ
​ພາຍ​ໃນ ​ຂອງ​ທ່ານ Scalise ​ແລະກ່າວ​ວ່າ ຄະນະນາ​ຍ​ແພດ​ຈະ​ບໍ່​ພະຍາຍາມ​ຫາ​ທາງ​
ເອົາ​ຊິ້ນສ່ວນ​ຂອງ​ລູກປືນທີ່​ອາດ​ມີ​ເຖິງ “ຫຼາຍ​ຮ້ອຍ​ຊິ້ນສ່ວນ” ຢູ່​ໃນ​ທ້ອງ​ຂອງ​ສະມາ​ຊິກ
ສະພາ​ອອກມາ.

ທ່ານໝໍ Sava ກ່າວ​ວ່າ ​ເວລາ​ໃດ​ທ່ານ Scalise ​ຫາຍ​ດີ​ແລ້ວ ທ່ານ​ແມ່ນຕ້ອງການ​ເວ
ລາ​ພັກ​ຟື້ນ. ຜູ້ອຳນວຍການ​ກ່ຽວ​ກັບ​ອາການ​ບາດ​ເຈັບ​ເວົ້າວ່າ ຍັງເປັນ​ການ​ໄວ​ເກີນ​ໄປ​
ທີ່​ຈະ​ຄາດ​ຄະ​ເນ​ໄດ້​ວ່າ ທ່ານ​ຈຳ​ເປັນ​ຕ້ອງ​ຢູ່​ໃນ​ໂຮງໝໍ​ດົນປານ​ໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG