ພວກພະຍາກອນອາກາດໃນອິນເດຍ ເວົ້າວ່າ ປະເທດຊາດແມ່ນໄດ້ເຫັນຜົນກະທົບທີ່ຮ້າຍແຮງທີ່ສຸດ ຂອງພາຍຸ Cyclone Phailin ແລ້ວ.
ທ່ານ L.S. Rathore ອະທິບໍດີ ກົມອຸຕຸນິຍົມວິທະຍາ ເວົ້າເມື່ອວັນອາທິດມື້ນີ້ວ່າ ເຮືອ ບິນ ເຮລິຄອບເຕີກູ້ໄພຂອງກອງທັບ ຈະບິນໄປຍັງເຂດ ທີ່ຖືກກະທົບໂດຍພາຍຸ ທາງຝັ່ງຕາເວັນອອກ ໃນຕອນບ່າຍນີ້ ຫຼັງຈາກ ຄວາມແຮງຂອງລົມ ໄດ້ອ່ອນຕົວລົງ.
ພາຍຸ Cyclone Phailin ໄດ້ພັດເຂົ້າຝັ່ງເມື່ອຕອນແລງວັນເສົາວານນີ້ ດ້ວຍລົມທີ່ມີຄວາມແຮງ ຫຼາຍກ່ວາ 200 ກິໂລແມັດຕໍ່ຊົ່ວໂມງ. ມີປະຊາ ຊົນ ກວ່າ 10 ລ້ານຄົນ ອາໄສຢູ່ຕາມເຂດທາງຜ່ານຂອງພາຍຸ ຢູ່ໃນລັດ Orissa ແລະລັດ Andhra Pradesh ທີ່ ຢູ່ຕິດກັນນັ້ນ. ທ່ານ Rathore ເວົ້າ ວ່າ ຂະນະນີ້ ລັດ Andhra Pradesh ແມ່ນພົ້ນຈາກ ຊ່ວງອັນຕະ ລາຍແລ້ວ.
ເຖິງແມ່ນທ່ານໄດ້ເວົ້າວ່າ ບໍ່ປະກົດວ່າມີການສູນເສຍຊີວິດ ຫຼັງຈາກພາຍຸໄດ້ພັດເຂົ້າຝັ່ງ ແລ້ວກໍຕາມ ແຕ່ລາຍງານຫຼາຍກະແສຈາກເຂດທີ່ຖືກກະທົບ ເວົ້າວ່າ ມີຜູ້ເສຍຊີວິດຢ່າງໜ້ອຍຫ້າຄົນ ຍ້ອນຝົນທີ່ຕົກລົງມາຢ່າງໜັກ ກ່ອນພາຍຸມາເຖິງນັ້ນ. ເຊື່ອກັນວ່າ ການຍົກຍ້າຍປະຊາຊົນ ເກືອບນຶ່ງລ້ານຄົນ ອອກໄປ ກ່ອນໜ້າພາຍຸຈະພັດມາເຖິງນັ້ນ ເປັນປັດໄຈສໍາຄັນທີ່ເຮັດໃຫ້ມີຜູ້ບາດເຈັບລົ້ມຕາມແຕ່ພຽງໜ້ອຍດຽວ.
ທ່ານ Rathore ເວົ້າວ່າ ພາຍຸ ໄພລິນ ຈະຄ່ອຍອ່ອນຄວາມແຮງລົງໄປ ສູ່ລະດັບພາຍຸ depression ພາຍໃນຕອນແລງວັນອາທິດມື້ນີ້ ແຕ່ກໍຍັງຈະເຮັດໃຫ້ຝົນຕົກໜັກ ແລະລົມແຮງ ໄປຈົນເຖິງຕອນແລງວັນຈັນມື້ອື່ນ ເວລາລົມພັດໄປທາງເຂດຕາເວັນອອກສຽງເໜືອ ເຂົ້າໄປໃນເຂດທາງໃນຂອງລັດ Orissa ແລະລັດ Chhattisgarh ນັ້ນ.
ຄວາມແຮງສູງຂອງລົມພາຍຸ ໄພລິນ ໄດ້ຕັດກະແສໄຟຟ້າ ແລະຄົມມະນາ ຄົມ ເຮັດໃຫ້ຕົ້ນໄມ້ລົ້ມເດຍລະດາດ ບ້ານເຮືອນຢູ່ຕາມແຄມຝັ່ງທະເລຖືກຫັກເພພັງ ແລະໄດ້ທໍາລາຍຜົນລະປູກນໍາ.
ເບິ່ງວີດີໂອ: