ຂົວໃໝ່, ກວ້າງທີ່ສຸດໃນໂລກ, ໄດ້ຖືກສ້າງຂຶ້ນຢູ່ຊ່ອງແຄບ
Bosphorus ຈະໄດ້ສະໜອງເສັ້ນທາງການຄົມມະນາຄົມ
ອີກເສັ້ນໜຶ່ງເຊື່ອມຕໍ່ ຢູໂຣບ ແລະ ເອເຊຍ.
ພະນັກງານຫຼາຍພັນຄົນ ແລະ ນັກວິສະວະກອນ ເຮັດວຽກ
24 ຊົ່ວໂມງຕໍ່ມື້ເພື່ອກໍ່ສ້າງຂົວ Yavuz Sultan Selim ໃນ
ເມືອງ Istanbul ປະເທດ ເທີກີ.
ຂົວລອຍແຫ່ງນີ້ແມ່ນກວ້້າງເກືອບ 60 ແມັດ ພ້ອມກັບເສັ້ນທາງ
ຈາລະຈອນ 8 ເສັ້ນ ແລະ ເສັ້ນທາງລົດໄຟສອງເສັ້ນ. ແມ່ນຢຽດ
ຍາວກວ່າ 2 ກິໂລແມັດ ພ້ອມກັບປະມານ 1.5 ແມັດຢູ່ເທິງ
ໜ້ານ້ຳ. ມັນຈະເປັນຂົວລອຍແຫ່ງທີ່ຍາວທີ່ສຸດໃນໂລກ ເຊິ່ງບັນທຸກລະບົບລາງລົດໄຟ.
ໂຄງການເຊິ່ງໄດ້ເລີ່ມຕົ້ນຂຶ້ນໃນປີ 2013 ຖືກລາຍງານວ່າມີມູນຄ່າເຖິງ 3 ຕື້ໂດລາ.