ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຸລຸດ ອາຍຸຍືນ ທີ່ສຸດ ໃນໂລກ ເສຍຊີວິດແລ້ວ


ພໍ່ຕູ້ Salustiano Sanchez-Blazquez ອາຍຸໄດ້ 112 ປີ
ພໍ່ຕູ້ Salustiano Sanchez-Blazquez ອາຍຸໄດ້ 112 ປີ
ບຸລຸດ ທີ່​ຖືກ​ຮັບ​ຮູ້​ວ່າ​ມີ​ອາຍຸຍືນທີ່​ສຸດ ​ໂດຍ​ບັນທຶກ​ສະ​ຖິຕິ Guinness ​ໄດ້​ເສຍ​ຊີວິດ​ແລ້ວ.

ພໍ່​ຕູ້ Salustiano Sanchez-Blazquez ​ໄດ້​ເສຍ​ຊີວິດ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທີ່​ບ້ານ​ພັກ​ດູ​ແລ​ຄົນ​ເຖົ້າ​ແກ່ ຢູ່​ເມືອງ Grand Island ລັດ​ນີວຢ໊ອກ ຊຶ່ງ​ລວມອາຍຸ​ໄດ້ 112 ປີ.

ພໍ່​ຕູ້ Sanchez ​ເກີດ​ເມື່ອ 1901 ທີ່​ບ້ານ El Tejado do Bejar ​ໃນ​ປະ​ເທດສະ​ເປ​ນ.

ມື້​ລາງພໍ່​ຕູ້ Sanchez ​ເປັນ​ນັກ​ດົນຕີ​ ຈາກ​ການ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ​ ​ໄດ້​ຍ້າຍ​ໄປ​ຢູ່ເກາະ​ຄິວ​ບາ ​ເວລາ​ທ່ານ​ຍັງ​ເປັນ​ໄວ​ລຸ້ນ ກັບ​ອ້າຍຂອງ​ລາວ ພ້ອມ​ດ້ວຍ ໝູ່​ເພື່ອນ​ຈຸ​ນື່ງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ວຽກ​ລ້ຽງ​ຊີ​ບຢູ່​ສວນ​ອ້ອຍ​ນັ້ນ.

​ໃນ​ປີ 1920 ມື້​ລາງພໍ່​ຕູ້​ Sanchez ​ໄດ້​ເຂົ້າມາສະ​ຫະລັດ ຜ່ານທາງ ​ເກາະ Ellis ແລະ​ໃນ​ທີ່​ສຸດ​ກໍໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ​ນໍ້າຕົກ Niagara Falls ທີ່​ມີ​ຊື່​ສຽງ​ຂອງ​ລັດ​ນີວ ຢ໊ອກ.

ພັນ​ລະ​ຍາ​ຂອງ​ມື້​ລາງພໍ່​ຕູ້ Sanchez ​ເສຍ​ຊີວິດ​ໃນ​ປີ 1988. ຍາດ​ທີ່​ຍັງ​ມີ​ຊີວິດ​ຂອງ​ທ່ານ Sanchez ນັ້ນ ຄືລູກ​ສາວ​ຄົນ​ນຶ່ງ ລູກ​ຊາຍ​ຄົນ​ນຶ່ງ ຫຼານ​ເຈັດ​ຄົນ ​ເຫຼນ 15 ຄົນ ​ແລະຫຼ້ອນອີກ 5 ຄົນ.
XS
SM
MD
LG