ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຊາຄ້າຢາເສບຕິດ ທີ່ໂລກຕ້ອງການໂຕທີ່ສຸດ ຖືກຈັບກຸມ ທີ່ເມັກຊິໂກ (ວີດີໂອ)


Mexico Drug Lord Arrest
please wait

No media source currently available

0:00 0:01:55 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ລາຊາ​ຄ້າ​ຢາ​ເສບ​ຕິດ​ທີ່​ໂລກ​ຕ້ອງການ​ໂຕ​ເປັນ​ທີ່​ສຸດ ຄືນາຍ
Joaquin “El Chapo” Guzman ແມ່ນຢູ່​ໃນ​ຄຸກ​ແລ້ວ ຫຼັງ
​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ປາບ​ຢາ​ເສບ​ຕິດ​ຂອງ​ເມັກ​ຊິ​ໂກ ​ກັບສະ
ຫະລັດ ຈັບ​ໂຕ​ຜູ້ກ່ຽວໄດ້ ໃນ​ວັນ​ເສົາ​ວານ​ນີ້ ທີ່​ໂຮງ​ແຮມ​ແຫ່ງ
​ນຶ່ງ​ໃນ​ເມືອງ​ຕາກ​ອາກດ Mazatlan ຂອງ​ເມັກ​ຊິ​ໂກ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຕາມ​ລ່າ​ໂຕ ນາຍ Guzman ເປັນ​ເວລາ​
ຫຼາຍ​ສັບປະດາ​ຜ່ານ​ມາ ຫຼັງຈາກ​ຕຳຫຼວດ​ເມັກ​ຊິ​ໂກ ​ໄດ້ຈັບ
​ກຸມ​ພວກ​ສະມາຊິກລະດັບ​ສູງ​ຂອງ​ກຸ່​ມຄ້າ​ຢາ​ເສບ​ຕິດ
Sinaloa ຂອງ​ຜູ້ກ່ຽວ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ນາຍ Guzman ສາມາດ​ຫລີກ​ລ່ຽງການ​ຖືກ​ຈັບ​ກຸມ​ໄດ້ ​ໂດຍ​ການ
ປ່ຽນ​ບ່ອນ​ລີ້​ຊ່ອນໂຕ​ຢູ່​ເລື້ອຍໆ​ ​ແລະ​ລັກລອບ​ໜີ​ທາງ​ອຸ​ໂມງ​ຫຼາຍ​ແຫ່ງ ກ່ອນ​ຜູ້ກ່ຽວ​ຖືກ​ຈັບ​ກຸມ​ ໂດຍ​ປາດ​ສະ​ຈາກ​ການເສຍ​ລູກປືນ ​ແມ່ນ​ແຕ່​ລູກ​ດຽວ.

ນາຍ Guzman ​ເປັນ​ຜູ້​ທີ່ກົດໝາຍ​ຕ້ອງການ​ໂຕ​ ໃນ​ສະຫະລັດ ​ໃນ​ຂໍ້​ຫາ​ຈຳນວນ​ນຶ່ງ ຮວມທັງ​ການ​ລັກລອບ​ສົ່ງຢາ cocaines ກັນຊາ ​ແລະ​ເຮ​ໂຣອີນ ຫຼາຍໂຕນ​ຂ້າມ​ຊາຍ​ແດນ​ເມັກ​ຊິ​ໂກ ​ເຂົ້າ​ມາ​ໃນ​ສະຫະລັດ ນັ້ນ.

ກຸ່ມ​ຄ້າ​ຢາ​ເສບ​ຕິດ Sinaloa ຂອງ​ຜູ້ກ່ຽວ ​ແມ່ນແຜ່​ລາມ​ໄປ​ໃນ​ທົ່ວ​ທະວີບອາ​ເມຣິກາ​ເໜືອ ​ແລະ​ໄກ​ໄປ​ຮອດ​ທະວີບຢູ​ໂຣບ ​ແລະ​ອອສ​ເຕຣ​ເລຍ.

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ​ເອີ້ນ​ການ​ຈັບ​ກຸມນາຍ Guzman ​ໄດ້ ວ່າ ​ເປັນ​ໄຊຊະນະ​ຂອງ​ປະຊາຊົນ​ສະຫະລັດ​ແລະ​ເມັກ​ຊິ​ໂກ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ກິດຈະ​ກໍ​າ ​ທາງ​ອາ​ຍາ​ຂອງ​ນາຍ Guzman ​ໄດ້​ມີ​ສ່ວນ​ໂດຍ​ກົງ​ຕໍ່​ການ​ເສຍ​ຊີວິດ​ ພ້ອມ​ທັງ​ການ​ທຳ ລາຍຜູ້​ຄົນ​ຫຼາຍ​ລ້ານ​ຄົນ ​ຍ້ອນ​ການ​ຕິດ​ຢາ​ເສບ​ຕິດ ການ​ກໍ່​ຄວາມ​ຮຸນ​ແຮງ​ແລະ​ການ​ທຸດຈະລິດ​ຕ່າງໆ.

ວີດີໂອ: ອຸໂມງແລະບ່ອນລີ້ຊ່ອນ ຂອງລາຊາຄ້າຢາເສບຕິດ Joaquin Guzman

Guzman Tunnel shots
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG